Wednesday, September 25, 2024
Homeຂ່າວການເມືອງສຳມະນາຫົວຂໍ້ ຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊາຕາກຳ ລາວ-ຈີນ

ສຳມະນາຫົວຂໍ້ ຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊາຕາກຳ ລາວ-ຈີນ

ໃນວັນທີ 6 ເມສາ 2023, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ສູນອາຊີ- ອາຟຣິກກາ ວິທະຍຸໂທລະພາບສູນກາງຈີນ (CMG) ຈັດສຳມະນາ ພາຍໃຕ້ຫົວຂໍ້ “ຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊາຕາກຳລາວ- ຈີນ” ທີ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງ ປະ ເທດ, ມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ບັນດາທູດອາວຸໂສ, ຄະນະກົມ ແລະ ຕົວແທນ ຈາກກະຊວງການຕ່າງປະເທດ, ຄະນະພົວພັນ ຕ່າງປະເທດສູນກາງພັກ, ບັນດາກະຊວງອ້ອມຂ້ອງ ສູນກາງ, ສະຖາບັນຄົ້ນຄວ້າຕ່າງໆ ຂອງ ສປປ ລາວ, ລວມທັງສື່ມວນຊົນທັງຝ່າຍລາວ ແລະ ຈີນ ເຂົ້າຮ່ວມ. ການສຳມະນາໃນຄັ້ງນີ້ ເພື່ອເປີດໂອກາດ ໃຫ້ແກ່ ນັກການທູດຜູ້ມີປະສົບການ, ນັກຄົ້ນຄວ້າຊ່ຽວຊານ ແລະ ຜູ້ເຂົ້າຮ່ວມ ຂອງ ສອງຝ່າຍ ລາວ-ຈີນ ໄດ້ແລກ ປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ໃນຫົວຂໍ້ຕ່າງໆ ທີ່ ສອງຝ່າຍມີຄວາມສົນໃຈ ເປັນຕົ້ນ ຄວາມທັນສະ ໄໝແບບຈີນ; ຂໍ້ລິເລິ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຄູ່ຮ່ວມຊະຕາກໍາລາວ-ຈີນ.

ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນ ເຖິງຄວາມຫມາຍຄວາມສຳຄັນ ຂອງການແລກ ປ່ຽນທິດສະດີ ແລະ ພຶດຕິກຳ ລະຫວ່າງ ລາວ-ຈີນ. ພ້ອມນັ້ນ, ຍັງໄດ້ເນັ້ນວ່າ ປີ 2023 ເປັນປີຄົບຮອບ 10 ປີ ທີ່ ສປ ຈີນ ສະເໜີຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງໄດ້ປະກອບສ່ວນສໍາຄັນ ໃນການສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດ ງານທໍາ ແລະ ການຫລຸດຜ່ອນຄວາມທຸກຍາກ ຢູ່ບັນ ດາປະເທດທີ່ເຂົ້າຮ່ວມ ໃນບັນດາໂຄງການທີ່ຢູ່ ພາຍ ໃຕ້ຂໍ້ລິເລີ່ມດັ່ງກ່າວ. ສໍາລັບ ສປປ ລາວ, ໂຄງການ ທາງ ລົດໄຟ ລາວ-ຈີນ, ເຊິ່ງແມ່ນໂຄງການຍຸດ ທະ ສາດ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ໄດ້ ກາຍເປັນສັນຍາລັກທີ່ມີຄວາມໝາຍສໍາຄັນ ແລະ ເປັນແບບຢ່າງອັນດີ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຊ່ວຍເຮັດໃຫ້ ສປປ ລາວ ຫັນປ່ຽນຈາກປະເທດ ບໍ່ມີຊາຍແດນຕິດຈອດກັບ ທະເລ, ເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ, ສ້າງສະພາບແວດລ້ອມອັນດີໃນການລົງທຶນຢູ່ ສປປ ລາວ ຂອງຕ່າງປະເທດ, ປະກອບສ່ວນໃນການສ້າງວຽກເຮັດງານທໍາ ແລະ ການເກັບລາຍຮັບຈາກການ ທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ໂດຍຜ່ານການ ນໍາໃຊ້ລົດໄຟ ລາວ-ຈີນ.

ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ເນັ້ນໜັກຄວາມສໍາຄັນ ຂອງ ຄວາມກົມກຽວກັນ ໃນການດໍາລົງຊີວິດ ແລະ ການປົກປັກຮັກສາສິ່ງແວດລ້ອມ ເຊິ່ງ ສປປ ລາວ ກໍມີນະໂຍບາຍຄ້າຍຄືກັນການ ພັດທະນາເສດຖະກິດ ຕາມທິດສີຂຽວ ແລະ ຍືນຍົງ. ສະນັ້ນ, ຈຶ່ງເຫັນໄດ້ວ່າແມ່ນໜ້າທີ່ ຂອງທຸກປະເທດ ໃນໂລກ ທີ່ຕ້ອງໄດ້ມີການປະສານງານ, ປຶກສາຫາລື ແລະ ຮ່ວມມືກັນ ເພື່ອສະກັດກັ້ນ ແລະ ແກ້ໄຂໄພ ພິບັດຕ່າງໆທີ່ອາດສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ກໍຄືການດໍາລົງຊີວິດຂອງຄົນເຮົາ ຢູ່ ປະເທດຕ່າງໆ. ພ້ອມດຽວກັນນີ້, ທ່ານ ຈຽງ ຈ້າຍຕົງ ກໍໄດ້ຍົກໃຫ້ ເຫັນຄວາມຫມາຍຄວາມສຳຄັນ ຂອງບັນດາຂໍ້ລິເລີ່ມ ຕ່າງໆທີ່ສະເໜີໂດຍ ປະທານ ສີ ຈີ້ນຜິງ ໂດຍສະເພາະ ຂໍ້ລິເລິ່ມ “ຄວາມສີວິໄລທົ່ວໂລກ” ອັນໄດ້ປະກອບ ສ່ວນສໍາຄັນເຂົ້າໃນການສົ່ງເສີມ ສັນຕິພາບ, ການພັດ ທະນາ, ຄວາມຫມັ້ນຄົງ, ຄວາມສີວິໄລ ແລະ ຄວາມ ກ້າວໜ້າຂອງມວນມະນຸດໃນທົ່ວໂລກ. ຕະຫລອດໄລຍະດຳເນີນການ ສຳມະນາ ຜູ້ເຂົ້າ ຮ່ວມ ໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນ ກັບຜູ້ບັນ ຍາຍ ທີ່ມີບົດຮຽນ ແລະ ປະສົບການສູງ ທັງຝ່າຍລາວ ແລະ ຝ່າຍຈີນ ຢ່າງກົງໄປກົງມາ, ເຮັດໃຫ້ການສໍາມະ ນາໃນຄັ້ງນີ້ ມີບັນຍາກາດຟົດຟື້ນ ແລະ ເນື້ອໃນເລິກ ເຊິ່ງ, ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ ວາງໄວ້.

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments