Wednesday, September 25, 2024
Homeຂ່າວການເມືອງລາວ-ໄທ ຫາລືການເຝົ້າລະວັງ, ຄວບຄຸມພະຍາດ ແລະ ການເຄື່ອນຍ້າຍຂອງປະຊາຊົນລຽບຕາມຊາຍແດນ

ລາວ-ໄທ ຫາລືການເຝົ້າລະວັງ, ຄວບຄຸມພະຍາດ ແລະ ການເຄື່ອນຍ້າຍຂອງປະຊາຊົນລຽບຕາມຊາຍແດນ

ແຫລ່ງຂ່າວຈາກແຂວງໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມແລກປ່ຽນຂໍ້ມູນການເຝົ້າລະວັງ, ຄວບຄຸມພະ ຍາດ ແລະ ການເຄື່ອນຫຍ້າຍຂອງປະຊາຊົນ ລຽບຕາມຊາຍແດນ ລະຫວ່າງ ແຂວງໄຊຍະບູລີ-ຈັງວັດນ່ານ ຣາຊະອານາຈັກໄທ ຈັດຂຶ້ນເມື່ອບໍ່ດົົນຜ່ານມາ ໂດຍມີ ທ່ານ ດຣ ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບ ຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ທ່ານ ດຣ ນາງ ເສົາວະພັກ ຫີນຈ້ອຍ ຜູ້ອໍາການສໍານັກງານຮ່ວມມື ລະຫວ່າງປະເທດ, ຮອງຫົວໜ້າສາທາລະນະສຸກ ຈັງຫັວດນ່ານ ພ້ອມດ້ວຍຄະນະ.

ໃນກອງປະຊຸມຄັ້ງນີ້ ທັງສອງຝ່າຍ ໄດ້ປຶກສາຫາລືຮ່ວມກັນ ເພື່ອພັດທະນາບົດບັນທຶກ ດ້ານການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ໃນພື້ນທີ່ຊາຍແດນ ລະຫ່ວາງປະເທດ (ໄຊຍະບລີ-ນ່ານ), ທົບທວນ ແລະ ພັດທະນາການຮ່າງບົດບັນທຶກຄວາມເຂົ້າໃຈ, ນໍາສະເໜີສະຖານະການພະຍາດຕິດຕໍ່ ລຽບຕາມຊາຍແດນຜ່ານມາ ເປັນຕົ້ນ ບັນຫາ ແລະ ອຸປະສັກສະຖານະການໂຄວິດ-19 (ນ່ານ-ແຂວງໄຊຍະບູລີ), ການຮ່ວມມືລະຫວ່າງປະເທດ ທີ່ມີຄວາມຈໍາເປັນໃຫ້ການພັດທະນາ ໃຫ້ຄຸນນະພາບ, ບຸກຄະລາກອນການແພດ ເຊັ່ນ: ອົບຮົມນັກລະບາດວິທະຍາ ລາວ-ໄທ ກ່ຽວພະຍາດວໍ້ລະຫວ່າງປະເທດ, ການກະກຽມປະຊຸມ ເພື່ອຮ່າງບົດບັນທຶກຄວາມຮ່ວມມື ດ້ານອື່ນໆທີ່ ກ່ຽວຂ້ອງ. ໃນໂອກາດນີ້, ສອງຝ່າຍ ໄດ້ຍົກໃຫ້ເຫັນວຽກງານທີ່ເຄີຍຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ຍົກໃຫ້ເຫັນຂໍ້ສະ ດວກ ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຮັບຟັງການມີຄໍາເຫັນຈາກຜູ້ເຂົ້າຮ່ວມ ຕື່ມອີກ.

ຂ່າວ-ພາບ: ບຸນປອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments