Wednesday, September 25, 2024
Homeຂ່າວພາຍໃນຂະແໜງ ອຄ ບັນລຸການຜະລິດອຸດສາຫະກຳ-ປຸງແຕ່ງໄດ້ 13.210 ຕື້ກີບ

ຂະແໜງ ອຄ ບັນລຸການຜະລິດອຸດສາຫະກຳ-ປຸງແຕ່ງໄດ້ 13.210 ຕື້ກີບ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຂຶ້ນວັນທີ 6-7 ເມສາ 2023 ທີ່ສູນເຝີກອົບຮົມ ແລະ ການຮ່ວມມືສາກົນ (ICTC) ໂດຍເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ມີຮອງລັດຖະມົນຕີ ຫົວໜ້າ-ຮອງຫົວໜ້າກົມ ບັນດາຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ນະຄອນຫຼວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອສະຫຼຸບຜົນງານອັນພົ້ນເດັ່ນຕາມ 5 ແຜນງານ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງຂະແໜງ ອຸດສາຫະກຳ ແລະ ການຄ້າ ລົງເລິກບາງໜ້າທີ່ວຽກງານ ທີ່ສັງຄົມໃຫ້ຄວາມສົນໃຈ ກໍຄືສິ່ງທີ່ລັດໃຫ້ຄວາມສຳຄັນ ເປັນຕົ້ນ ການຄຸ້ມຄອງ ແລະ ການສະໜອງນໍ້າມັນເຊື້ອໄຟ ແລະ ການຄຸ້ມຄອງລາຄາສິນຄ້າ ການຄຸ້ມຄອງສິນຄ້ານຳເຂົ້າ ແລະ ສົ່ງອອກ ການສົ່ງເສີມຜະລິດເປັນສິນຄ້າ ເພື່ອທົດແທນ ການນຳເຂົ້າ ການເຂົ້າເຖິງແຫຼ່ງທຶນ MSME ພ້ອມນີ້ ກອງປະຊຸມຍັງໄດ້ລົງເລິກທັງດ້ານດີ-ດ້ານອ່ອນ ປຶກສາຫາລືຖາມ-ຕອບ ໃນບັນຫາຕ່າງໆ ທີ່ຕ້ອງໃຫ້ຄວາມກະຈ່າງແຈ້ງຕໍ່ວຽກງານດັ່ງກ່າວ ເພື່ອສືບຕໍ່ເອົາໃຈໃສ່ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນໃນຂະແໜງ ອຄ ຕໍ່ໜ້າໃຫ້ມີຜົນສຳເລັດຍິ່ງຂຶ້ນ.

ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ ໄດ້ລາຍງານວຽກງານອັນພົ້ນເດັ່ນ ຂອງຂະ ແໜງ ອຄ ຈັດຕັ້ງປະຕິບັດ ໃນປີ 2022 ຜ່ານມາ ເປັນຕົ້ນການປະຕິບັດຕາມ 5 ແຜນງານຂອງຂະແໜງ ອຄ ວ່າ: ໄລຍະ 1 ປີຜ່ານມາ ຂະແໜງ ອຄ ສາມາດຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນ ຫຼາຍດ້ານ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານດ້ານການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ສາມາດບັນລຸໄດ້ 13.210 ຕື້ກີບ ເທົ່າກັບ 101,56% ຂອງແຜນການ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 11,21% ມູນຄ່າການບໍລິການ ຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ສາມາດບັນລຸໄດ້ 72.622 ຕື້ກີບ ເທົ່າກັບ 107% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 18,87% ມູນຄ່ານຳເຂົ້າ-ສົ່ງອອກບັນລຸໄດ້ 15.006 ລ້ານໂດລາສາຫະລັດ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 11% ແລະ ສາມາດບັນລຸໄດ້ 110 % ຂອງແຜນການປີ 2022 ໃນນີ້ ມູນຄ່າສົ່ງອອກ ປະຕິບັດໄດ້ 8.198 ລ້ານໂດລາສາຫະລັດ ເພີ່ມຂຶ້ນ 7,5% ແລະ ບັນລຸໄດ້ 107,87% ຂອງແຜນການປີ ມູນຄ່ານຳເຂົ້າ ປະຕິບັດໄດ້ 6.808 ລ້ານໂດລາສາຫະລັດ ເພີ່ມຂຶ້ນ 15,6% ເທົ່າກັບ112,53% ຂອງແຜນການປີ ຈາກຕົວເລກດັ່ງກ່າວເຫັນວ່າ ມູນຄ່າການຄ້າແມ່ນເກີນດຸນ 1.390 ລ້ານໂດລາສາຫະລັດ ໃນນີ້ຖ້າບໍ່ລວມຕົວເລກນຳເຂົ້າ ແລະ ສົ່ງອອກ ຂະແໜງໄຟຟ້າແມ່ນຍັງຂາດດຸນການຄ້າຢູ່ປະມານ 928 ລ້ານໂດລາສາຫະລັດ.

ສຳລັບການສູ້ຊົນວຽກງານຕົ້ນຕໍໃນປີ 2023 ຂອງຂະແໜງ ອຸດສາຫະກຳ ແລະ ການຄ້າ ເປັນຕົ້ນດ້ານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຈະສືບຕໍ່ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນໃຫ້ບັນລຸ 14.029,09 ຕື້ກີບ ດ້ານການຄ້າພາຍໃນ ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ (ຂາຍົກ-ຂາຍ່ອຍ ແລະ ຄ່າບໍລິການສ້ອມແປງ) ຄາດຄະເນໃຫ້ບັນລຸ 73.541,08 ຕື້ກີບ ດ້ານການຄ້າຕ່າງປະເທດ ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸ15.325 ລ້ານໂດລາສາຫະລັດ ໃນນີ້ ມູນຄ່າການສົ່ງອອກ 8.225 ລ້ານໂດລາສາຫະລັດ ແລະ ມູນຄ່ານຳເຂົ້າ 7.100 ລ້ານໂດລາສາຫະລັດ ແລະ ອື່ນໆ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments