Tuesday, September 24, 2024
Homeຂ່າວໜ້າໜຶ່ງກອງປະຊຸມເຈົ້າໜ້າທີ່ອາວຸຄູ່ຮ່ວມມືແມ່ນໍ້າຂອງ-ສ ອາເມລິກາ

ກອງປະຊຸມເຈົ້າໜ້າທີ່ອາວຸຄູ່ຮ່ວມມືແມ່ນໍ້າຂອງ-ສ ອາເມລິກາ

ສປປ ລາວ ແລະ ສ ອາເມລິກາ ເປັນເຈົ້າພາບຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມື ຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ (Mekong-U.S Partnership Senior Offices’ Meeting) ໃນວັນທີ 6 ເມສາ 2023 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ຫົວໜ້າກົມເສດຖະກິດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ ຂອງ ສປປ ລາວ ແລະ ທ່ານ ນາງ ດຣ. Jung H. Pak, ຮອງຜູ້ຊ່ວຍລັດຖະມົນຕີ, ຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປະເທດສະມາຊິກແມ່ນໍ້າຂອງ ກໍຄື ກຳປູເຈຍ, ໄທ, ຫວຽດນາມ ແລະ ມຽນມາ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ເພື່ອທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ກໍຄື ບັນດາແຜນງານ-ໂຄງການທີ່ນອນຢູ່ໃນແຜນປະຕິບັດງານຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ 2021-2023 ເຊິ່ງບັນດາປະເທດສະມາຊິກເຫັນວ່າ ຫລາຍກິດຈະກຳບໍ່ສາມາດ ຈັດຕັ້ງປະຕິບັດໄດ້ຕາມເປົ້າໝາຍອັນເນື່ອງມາຈາກການແພ່ລະບາດ ຂອງພະຍາດໂຄວິດ-19 ຢູ່ໃນໂລກ ໂດຍສະເພາະຢູ່ໃນ ສ ອາເມລິກາ ແລະ ພາກພື້ນແມ່ນໍ້າຂອງ ເຮັດໃຫ້ການໄປມາຫາສູ່ ຫລື ການຈັດກິດຈະກຳແບບເຊິ່ງໜ້າບໍ່ສາມາດເຮັດໄດ້. ສະນັ້ນ, ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາແຜນງານ-ໂຄງການຕ່າງໆທີ່ຍັງຄົງຄ້າງ ບັນດາປະເທດສະມາຊິກ ຈຶ່ງໄດ້ມີການປຶກສາຫາລື ກັນຕໍ່ກັບຮ່າງເອກະສານແນວຄວາມຄິດຂອບ ການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ ລະຫວ່າງປະທານຮ່ວມ ສປປ ລາວ ແລະ ສ ອາເມລິກາ 2023 ເພື່ອສືບຕໍ່ປະຕິບັດກິດຈະກຳຕ່າງໆໃນປີ 2023 ໃຫ້ປາກົດຜົນເປັນຈິງ ໂດຍສະເພາະການຮ່ວມມື ເພື່ອຟື້ນຟູເສດຖະກິດພາຍຫລັງການແພ່ລະບາດຂອງພະຍາດໂຄວິດ-19.

ນອກຈາກນີ້, ທີ່ປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ແຜນປະຕິບັດງານຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ ສຳລັບປີ 2024-2026 ກໍຄື ທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງຢູ່ໃນແຜນປະຕິບັດງານສະບັບດັ່ງກ່າວໄດ້ເນັ້ນໜັກການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການເຊື່ອມໂຍງເສດຖະກິດ; ການນຳໃຊ້ນໍ້າແບບຍືນຍົງ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການອະນຸລັກ ແລະ ປົກປັກຮັກສາສິ່ງແວດລ້ອມ; ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ແລະ ການພັດທະນາຊັບພະຍາກອນມະນຸດ.

ໃນວັນດຽວກັນ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ຍັງໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສເພື່ອນແມ່ນໍ້າຂອງ (Friends of Mekong Senior Officials’ Meeting) ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ດຣ. Jung H. Pak, ຮອງຜູ້ຊ່ວຍລັດຖະມົນຕີ, ຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ ອາເມລິກາ ໂດຍມີຄະນະຜູ້ແທນຈາກປະເທດສະມາຊິກແມ່ນໍ້າຂອງ ແລະ ເພື່ອນແມ່ນໍ້າຂອງ ເປັນຕົ້ນ ສະຫະພາບເອີຣົບ, ອົດສະຕຣາລີ, ນິວຊີແລນ, ສ ເກົາຫລີ, ຍີ່ປຸ່ນ, ທະນາຄານໂລກ, ທະນາຄານພັດທະນາອາຊີ ແລະ ຄະນະກຳມາທິການແມ່ນໍ້າຂອງສາກົນ ເຂົ້າຮ່ວມໃນນາມປະເທດສະມາຊິກຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ມີຈຸດປະສົງເພື່ືອປຶກສາຫາລື ກ່ຽວກັບ ຄວາມຄືບໜ້າຂອງບັນດາກິດຈະກຳໂຄງການພາຍໃຕ້ ຂອບການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ສຸມໃສ່ການຮ່ວມມືທາງດ້ານເສດຖະກິດ ແລະ ພະລັງງານການສົ່ງເສີມ ເສດຖະກິດຂະໜາດນ້ອຍ ແລະ ກາງ ພາຍໃຕ້ຂອບການຮ່ວມມື ລະຫວ່າງປະເທດສະມາຊິກແມ່ນໍ້າຂອງກັບບັນດາປະເທດເພື່ອນແມ່ນໍ້າຂອງ ພາຍໃຕ້ຄຳຂວັນ “ການສ້າງເສັ້ນທາງຂອງພວກເຮົາ ເພື່ອປັບປຸງການຮ່ວມມືທາງດ້ານການຟື້ນຟູເສດຖະກິດ, ຄວາມສົມດຸນຂອງພະລັງງານ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ ເພື່ອເປັນທິດທາງແຜນການຮ່ວມມືໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments