Tuesday, September 24, 2024

ຄຳສັ່ງເລື່ອງ: ການດຳເນີນຄະດີຕໍ່ການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນການ ຄອບຄອງ, ນຳເຂົ້າ, ສົ່ງອອກ, ເສບ ພືດທີ່ໃຫ້ສານເສບຕິດ ເຊັ່ນ: ໃບກະທ່ອມ, ນໍ້າກະທ່ອມ, ຫຼື ສານລະເຫີຍທີ່ມີສານເສບຕິດອື່ນ ເຊັ່ນ: ປູມເປົ້າອັດແກ໊ສສານໄນຕັດອ໋ອກໄຊ (Nitrous oxide), ຢາສູບໄຟຟ້າ-ຊີຊ່າ (ບາລາດູ).

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ອອກຄຳສັ່ງ:

1. ໃຫ້ຫົວໜ້າອົງການໄອຍະການປະຊາຊົນທ້ອງຖິ່ນໃນຂອບເຂດທົ່ວປະເທດ ຕິດຕາມກວດກາ ການດຳເນີນຄະດີຢາເສບຕິດ ທີ່ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ນຳໃຊ້ບັນດາມາດຕະການ ສະກັດກັ້ນໃນການດຳເນີນຄະດີອາຍາກ່ຽວກັບການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນການຄອບຄອງ, ນໍາເຂົ້າ, ສົ່ງອອກ, ເສບ ພືດທີ່ໃຫ້ສານເສບຕິດ ເຊັ່ນ: ໃບກະທ່ອມ, ນໍ້າກະທ່ອມ, ຫຼື ສານລະເຫີຍທີ່ມີສານເສບຕິດອື່ນເຊັ່ນ: ປູມເປົ້າອັດແກ໊ສສານໄນຕັດອ໋ອກໄຊ (Nitrous oxide), ຢາສູບໄຟຟ້າ-ຊີຊ່າ (ບາລາກຸ) ແລະ ອື່ນໆ ເພື່ອນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ ຢ່າງເຂັ້ມງວດ ແລະ ເດັດຂາດ.

2. ໃຫ້ຫົວໜ້າອົງການໄອຍະການປະຊາຊົນທ້ອງຖິ່ນ ປະສານສົມທົບກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອຕິດຕາມກວດກາການອອກຄຳສັ່ງເປີດການສືບສວນ-ສອບສວນ, ການກັກຕົວຜູ້ຖືກສົງໄສ, ການຈັບຕົວຜູ້ຖືກຫາ, ການນຳໃຊ້ວິທີການສືບສວນ-ສອບສວນ ດຳເນີນຄະດີ ໃນຂໍ້ຫາ ການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນການຄອບຄອງ, ນຳເຂົ້າ, ສົ່ງອອກຢາເສບຕິດປະເພດຕ່າງໆ, ເສບ ພືດທີ່ໃຫ້ສານເສບຕິດ ເຊັ່ນ: ໃບກະທ່ອມ, ນໍ້າກະທ່ອມ, ຫຼື ສານລະເຫີຍທີ່ມີສານເສບຕິດອື່ນ ເຊັ່ນ: ປູມເປົ້າອັດແກ໊ສສານໄນຕັດອ໋ອກໄຊ (Nitrous oxide), ຢາສູບໄຟຟ້າ-ຊີຊ່າ (ບາລາກູ) ແລະ ອື່ນໆ ໃຫ້ຖືກຕ້ອງຕາມກົດໝາຍ.

3. ໃຫ້ຫົວໜ້າອົງການໄອຍະການປະຊາຊົນທ້ອງຖິ່ນ ເພີ່ມທະວີໃນການຕິດຕາມກວດກາການປະຕິບັດ ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງເຖິງການແກ້ໄຂບັນຫາຢາເສບຕິດຂອງເຈົ້າໜ້າທີ່ ກ່ຽວຂ້ອງໃຫ້ມີຄວາມເດັດຂາດ ແລະ ເຂັ້ມງວດ, ໂດຍສະເພາະແມ່ນການປະຕິບັດກົດໝາຍຂອງເຈົ້າໜ້າທີ່ ອົງການ ສືບສວນ-ສອບສວນ, ຕ້ອງຮັບປະກັນເຮັດໃຫ້ທຸກຂັ້ນຕອນຂອງການດໍາເນີນຄະດີຢາເສບຕິດ ມີຄວາມໂປ່ງໃສ ແລະ ຍຸຕິທໍາ ຕາມກົດໝາຍ.

ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນທີລົງລາຍເຊັນ ເປັນຕົ້ນໄປ.

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments