Tuesday, September 24, 2024
Homeຂ່າວຕ່າງປະເທດສ.ອາເມລິກາ ຊ່ວຍເຫລືອອູແກຣນ ງວດໃໝ່ 2,6 ຕື້ໂດລາສະຫະລັດ

ສ.ອາເມລິກາ ຊ່ວຍເຫລືອອູແກຣນ ງວດໃໝ່ 2,6 ຕື້ໂດລາສະຫະລັດ

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ວັນ​ທີ 4​ ເມສາ​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ ສ.ອາ​ເມ​ລິ​ກາ ປະກາດຂໍ້​ມູນລະອຽດ ​ກ່ຽວ​ກັບ ບ້ວງ​ເງິນງວດ​ໃໝ່ຊ່ວຍ​ເຫລືອດ້ານ​ການ​ທະຫານ​ໃຫ້​ກັບ​ອູ​ແກຣນ ຈຳນວນ 2,6 ຕື້​ໂດ​ລາ​ສະຫະລັດ. ​ໃນ​ນີ້ 2,1ຕື້ ​ໂດ​ລາ​ສະຫະລັດ ໄດ້ຫັກຈາກກອງທຶນຂໍ້ລິລີ່ມໜູນຊ່ວຍຄວາມໝັ້ນຄົງອູ​ແກຣນ ​ແລະ ຈະໄດ້ເອົາໄປຊຳລະໃຫ້​ແກ່ການເຄື່ອນໄຫວ ຊື້ອຸປະກອນ ຈາກຂະແໜງ ອຸດສາຫະກຳ ປ້ອງກັນຊາດ. ສ່ວນ​ຍັງ​ເຫລືອ​ອີກ 500 ລ້ານ​ໂດ​ລາ ​ສະຫະລັດ ໄດ້ຫັກຈາກ ບ້ວງເງິນ ສະສົມ ຂອງ ສ.ອາເມລິກາ. ຂະນະ​ທີ່ ສ.ອາ​ເມ​ລິ​ກາ ​​ໄດ້​ໃຫ້ການ​ຊ່ວຍ​ເຫລືອ ດ້ານ​ຄວາມ​ໝັ້ນຄົງ​ຂອງ ອູ​ແກຣນ ຫລາຍ​ກວ່າ 35ຕື້​ໂດ​ລາ ​ສະຫະລັດ ນັບ​ຕັ້ງ​ແຕ່​ ເກີດ​ການ​ປະ​ທະ​ກັນ ລະຫວ່າງ ຣັດ​ເຊຍ ​ແລະ ອູ​ແກຣນ ຕະຫລອດ​ ໄລຍະ​ກວ່າ 1​ປີຜ່ານມາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments