Tuesday, September 24, 2024
Homeຂ່າວພາຍໃນ3 ບໍລິສັດ ເຊັນສັນຍາຮ່ວມມືການຂົນສົ່ງ ພາຍໃນ ແລະ ຕ່າງປະເທດ

3 ບໍລິສັດ ເຊັນສັນຍາຮ່ວມມືການຂົນສົ່ງ ພາຍໃນ ແລະ ຕ່າງປະເທດ

ເມື່ອບໍ່ດົນມານີ້, ບໍລິສັດ ໄປສະນີລາວ ຈໍາກັດ, ບໍລິສັດ ແຟັຣດເອັກເພສ ຂົນສົ່ງດ່ວນ ແລະ ບໍລິສັດ ມີໄຊ ຈັດສົ່ງດ່ວນ ເຊັນສັນຍາຮ່ວມມືການຂົນສົ່ງ ພາຍໃນ ແລະ ຕ່າງປະເທດ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ລິດທິກອນ ພູມມະສັກ ຜູ້ອຳນວຍການໃຫຍ່ ບໍລິສັດ ໄປສະນີລາວ ຈໍາກັດ, ທ່ານ Jia ZhiSheng ຜູ້ອໍານວຍການໃຫຍ່ ບໍລິສັດ ແຟັຣດເອັກເພສ ຂົນສົ່ງດ່ວນ ແລະ ທ່ານ ພະນົມໄຊ ເສນາມຸນຕີ ຜູ້ອຳນວຍການໃຫຍ່ ບໍລິສັດ ມີໄຊ ຈັດສົ່ງດ່ວນ.

ໄປສະນີລາວ ຖືວ່າເປັນພາກສ່ວນໜຶ່ງທີ່ມີປະຫວັດຄວາມເປັນມາທີ່ຍາວນານ ໂດຍສະເພາະການປະກອບ ສ່ວນດ້ານຍຸດທະສາດຕໍ່ພັກ-ລັດ ແລະ ຕໍ່ສັງຄົມ ແລະ ຈຸດພິເສດອີກຢ່າງໜຶ່ງສຳລັບວຽກງານພາຍໃນປະເທດ ຖືວ່າເປັນອົງກອນໜຶ່ງທີ່ມີການພົວພັນ ແລະ ບໍລິການໃຫ້ກັບອົງກອນຕ່າງໆຂອງລັດ ໃນການຝາກສົ່ງເອກກະສານທາງການຕ່າງໆ. ສຳລັບວຽກງານຕ່າງປະເທດ ກໍໄດ້ເປັນສະມາຊິກຂອງສະຫະພາບໄປສະນີສາກົນ ເຊິ່ງມີການເຊື່ອມຕໍ່ພົວພັນກັບປະເທດສະມາຊິກດ້ວຍກັນເຖິງ 192 ປະເທດໃນທົ່ວໂລກ.

ສະນັ້ນ, ເພື່ອເປັນການເປີດກວ້າງໃຫ້ວຽກງານບໍລິການຈັດສົ່ງໃຫ້ມີມາດຕະຖານ ແລະ ຄຸນນະພາບສູງຂຶ້ນ ຈຶ່ງໄດ້ມີການຮ່ວມມືຂອງທັງສາມບໍລິສັດ ເຊິ່ງຖືວ່າເປັນໂສມໜ້າອັນໃໝ່ຂອງການໃຫ້ບໍລິການດ້ານໄປສະນີ ແລະ ການຂົນສົ່ງ ມີເຄື່ອຂ່າຍຕາໜ່າງຈຸດບໍລິການຢ່າງໜາແໜ້ນຂຶ້ນ ໃຫ້ຫລາຍທີ່ສຸດ ແລະ ຍັງເປັນການພັດທະນາ, ຍົກລະດັບການບໍລິການ ໃຫ້ມີມາດຕະຖານສູງ ແລະ ມີຄຸນນະພາບທີ່ດີ ສາມາດຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ເພື່ອໃຫ້ມີການເຊື່ອມຕໍ່ຜູ້ຄົນ, ຊຸມຊົນ ແລະ ການຄ້າທຸລະກິດ ແບບບໍ່ຈຳກັດພຽງແຕ່ພາຍໃນປະເທດເທົ່ານັ້ນ ແລະ ຍັງໃຫ້ສາມາດໃຫ້ການບໍລິການລະຫວ່າງປະເທດ ແບບບໍ່ຈຳກັດພົມແດນໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments