Saturday, September 21, 2024
Homeຂ່າວພາຍໃນເມືອງ ອາດສະພອນປາຖະກະຖາ 2 ວັນປະຫວັດສາດຂອງພັກ-ຂອງຊາດ

ເມືອງ ອາດສະພອນປາຖະກະຖາ 2 ວັນປະຫວັດສາດຂອງພັກ-ຂອງຊາດ

ຕອນເຊົ້າວັນທີ 4 ເມສາ 2023 ນີ້ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນຄົບຮອບ 62ປີ ( 5 ເມສາ 1961 – 5 ເມສາ 2023) ແລະວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68ປີ ( 14 ເມສາ 1955 – 14 ເມສາ 2023) ໂດຍມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະພັກ-ຄະນະບັນຊາກອງບັນຊາການ ປກຊ-ປກສ, ຫົວໜ້າຫ້ອງການ-ຄະນະຫ້ອງການ, ພະນັກງານອາວຸໂສບຳນານ, ຄະນະໜ່ວຍ ແລະ ສະມາຊິກໜ່ວຍອ້ອມຂ້າງເມືອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ນາງ ບຸນທະລັງສີ ຄຳມະນີວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືາດສະພອນ ໄດ້ຍົກໃຫ້ເຫັນເຖິງ ປະຫວັດການກຳເນີດ ແລະການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເຊິ່ງໄລຍະແຕ່ປີ 1961-1975 ເປັນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ, ໄລຍະປີ 1976-1985 ເປັນໄລຍະປົກປັກຮັກສາ ແລະ ບູລະນະລະບອບໃໝ່, ໄລຍະປີ 1986-2023 ເປັນໄລຍະປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກຳລັງປະກອບອາວຸດປະຕິວັດ ອັນແຫຼມຄົມ ໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ ໂດຍກົງຮອບດ້ານ, ເປັນກຳລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ກຳເນີດ, ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະສ້າງສ້າງສາພັດທະນາປະເທດຊາດ ມີນຳ້ໃຈຮັກຊາດ, ເສຍສະຫຼະເດັດດ່ຽວບໍ່ຍອມຈຳນົນ, ຊື່ສັດບໍລິສຸດ ແລະມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ. ພ້ອມດຽວກັນນັ້ນທ່ານກໍ່ໄດ້ເລົ່າຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຕະຫຼອດ 68ປີ ເຊິ່ງມັນໄດ້ສະແດງອອກໃຫ້ເຫັນເຖິງມູນເຊື້ອທີ່ອົງອາດກ້າຫານ ແລະ ມີປະຫວັດສາດອັນຍາວນານ ໃນການເຕົ້າໂຮມຄວາມສາມັກຄີ, ການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດທີ່ສືບທອດກັນມາແຕ່ດຶກດຳບັນ ເຊິ່ງຢູ່ໃນໄລຍະປະຫວັດສາດນັ້ນ ໄດ້ກຳເນີດບັນພະບຸລຸດ ແລະ ວິລະຊົນຜູ້ທີ່ມີຊື່ສຽງຮຽງນາມຫຼາຍທ່ານ, ເຊິ່ງພວກເພິ່ນເຫຼົ່ານັ້ນໄດ້ກາຍເປັນສັນຍາລັກແຫ່ງຄວາມເດັດດ່ຽວໜຽວແໜ້ນ, ເປັນສັນຍາລັກແຫ່ງຄວາມອົງອາດກ້າຫານ ແລະ ບໍ່ຍອມຈຳນົນຂອງຄົນລາວ. ທັງນີ້ກໍ່ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ກຳແໜ້ນມູນເຊື້ອຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແນ່ໃສ່ເຮັດໃຫ້ຊາວໜຸ່ມທຸກເພດ, ທຸກເຜົ່າມີນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ປຸກລະດົມກຳລັງແຮງຂອງຊາວໜຸ່ມເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດ, ເຝິກຝົນຫຼໍ່ຫຼອມຄວາມຮູ້, ຄວາມສາມາດ ແລະ ຄຸນທາດການເມືອງ ໃຫ້ຊາວໜຸ່ມກາຍເປັນຜູ້ສືບທອດພາລະກິດຂອງພັກໃນໄລຍະໃໝ່. ໃນພິທີຍັງໄດ້ມີການມອບ-ຮັບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 5 ສະຫາຍ ແລະມອບກະຕ່າຂອງຂວັນໃຫ້ພະນັກງານການນຳ, ພະນັກງານອາວຸໂສບຳນານ ເພື່ອເປັນການສະເຫຼີມສະຫຼອງສອງວັນປະຫວັດສາດດັ່ງກ່າວ.

ຂ່າວ, ຫ້ອງການ ຖວທ ເມືອງອາດສະພອນ.

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments