Saturday, September 21, 2024
Homeຂ່າວການເມືອງເສີມຂະຫຍາຍການພົວພັນລະຫວ່າງ ພັກ ປະຊາຊົນປະຕິວັດ ລາວ ກັບບັນດາພັກການເມືອງໃນ ສ.ຣັດເຊຍ

ເສີມຂະຫຍາຍການພົວພັນລະຫວ່າງ ພັກ ປະຊາຊົນປະຕິວັດ ລາວ ກັບບັນດາພັກການເມືອງໃນ ສ.ຣັດເຊຍ

ຕອບສະໜອງຕາມການເຊື້ອເຊີນຂອງບັນດາພັກການເມືອງໃນສະຫະພັນຣັດເຊຍ, ໃນລະຫວ່າງວັນທີ 27 ມີນາ ຫາ ວັນທີ 03 ເມສາ 2023, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ດໍາເນີນການຢ້ຽມຢາມ ເເລະ ພົບປະເຮັດວຽກກັບສາມພັກການເມືອງໃນ ສ.ຣັດເຊຍ ຄື: ພັກກອມມູນິດສະຫະພັນຣັດເຊຍ, ພັກຣັດເຊຍເອກະພາບ ແລະ ພັກກອມມູນິດຊາວກອມມູນິດຣັດເຊຍ. ຈຸດປະສົງ ຂອງການຢ້ຽມຢາມສາມພັກການເມືອງໃນຄັ້ງນີ້ ແມ່ນເພື່ອເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບກັບສາມພັກການເມືອງດັ່ງກ່າວ ໃນກອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ເພື່ອປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການເສີມຂະຫຍາຍການພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ກ້າວຂຶ້ນສູ່ລະດັບໃຫມ່ ໃຫ້ນັບມື້ນັບເກີດດອກອອກຜົນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນຫລາຍຂຶ້ນ. ຄະນະຜູ້ແທນພັກ ປປ ລາວ ໄດ້ຕີລາຄາສູງຕໍ່ມູນເຊື້ອການພົວພັນລະ ຫວ່າງ ພັກ, ລັດຖະບານ ແລະ ປະຊາຊົນລາວ ກັບ ພັກ, ລັດຖະບານ ແລະ ປະຊາ ຊົນຣັດເຊຍ, ໄດ້ເເຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ, ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ຫນ້າ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະຫນັບສະຫນູນ ແລະ ການຊ່ວຍເຫຼືອຂອງສາມພັກດັ່ງກ່າວ ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຣັດເຊຍ ເເລະ ລາວ ໃນປະຈຸບັນ ກໍ່ຄື ການຊ່ວຍເຫຼືອຂອງອະດີດສະຫະພາບໂຊວຽດ ໃນພາລະກິດການປະຕິວັດຂອງປະຊາຊົນລາວໃນເມື່ອກ່ອນ. ການນໍາຂອງສາມພັກ ກໍ່ໄດ້ເນັ້ນເຖິງຄວາມສໍາຄັນໃນການສືບຕໍ່ພົວພັນຮ່ວມມືໃນຂົງເຂດຕ່າງໆນໍາກັນເຊັ່ນ: ດ້ານການເມືອງ, ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການສ້າງຊັບພະຍາກອນມະນຸດ ຕາມເງື່ອນໄຂສະດວກຂອງແຕ່ລະຝ່າຍ ລວມທັງການເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດລັດຖະສະພາ ເເລະ ອົງການຈັດຕັ້ງມະຫາຊົນ. ໃນໂອກາດການຢ້ຽມຢາມຄັ້ງນີ້, ຕາງໜ້າພັກ ປປ ລາວ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ລົງນາມໃນສັນຍາສະບັບປັບປຸງໃໝ່ ວ່າດ້ວຍການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດສະຫະພັນຣັດເຊຍ ໃນໄລຍະໃຫມ່.

ນອກຈາກນີ້, ຄະນະຜູ້ແທນພັກ ປປ ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມຮອບປະຖົມມະລຶກຂອງຄະນະກຳມະການຈັດຕັ້ງກອງປະຊຸມສາກົນ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 30 ມີນາ 2023, ທີ່ນະຄອນຫຼວງມົດສະກູ, ສະຫະພັນຣັດເຊຍ, ໂດຍການເປັນເຈົ້າພາບຂອງ ພັກຣັດເຊຍເອກະພາບ, ມີຄະນະຜູ້ແທນຈາກ 15 ພັກການເມືອງທີ່ມາຈາກ ອາຊີ, ອາຟຣິກາ, ອາເມຣິກາລາຕິນ, ເອີຣົບ ແລະ 01 ອົງການຈັດຕັ້ງສາກົນ (ໄອແຄັບ ICAPP) ເຂົ້າຮ່ວມ, ໃນນີ້ ເຂົ້າຮ່ວມແບບເຊິ່ງໜ້າມີ 07 ພັກ ເເລະ ເເບບອອນລາຍມີ 08 ພັກການເມືອງ. ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືຫຼາຍບັນຫາສໍາຄັນທີ່ເປັນພື້ນຖານ ເພື່ອກະກຽມໃຫ້ແກ່ການຈັດກອງປະຊຸມເວທີປຶກສາຫາລື ຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່, ຊຶ່ງຈະຈັດຂື້ນໃນເດືອນ ຕຸລາ 2023 ທີ່ຈະມາເຖິງນີ້, ໂດຍມີຈຸດປະສົງເພື່ອເຕົ້າໂຮມຄວາມເປັນເອກະພາບ ຂອງບັນດາກໍາລັງການເມືອງ ແລະ ສັງຄົມທີ່ກ້າວໜ້າຂອງບັນດາປະເທດ ແລະ ທະວີບຕ່າງໆໃນໂລກ ເພື່ອຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່. ໃນກອງປະຊຸມດັ່ງກ່າວ, ຫົວໜ້າຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄໍາເຫັນ ໂດຍໄດ້ສະແດງຄວາມຍິນດີຕໍ່ແນວຄິດລິເລີ່ມຂອງ ພັກຣັດເຊຍເອກະພາບ ໃນການຈັດກອງປະຊຸມເວທີປຶກສາຫາລືດັ່ງກ່າວ; ຕາງໜ້າ ພັກ ປປ ລາວ ໄດ້ສົ່ງຄໍາຢື້ຢາມຖາມຂ່າວ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ເຖິງພະນະທ່ານ ດີມິຕຣີ ອານາໂຕລິເຢວິດ ເມດເວເດບ, ປະທານພັກຣັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ; ຍົກໃຫ້ເຫັນແນວທາງ ຂອງພັກ ແລະ ນະໂຍບາຍຕ່າງປະເທດຂອງພັກ;ຢືນຢັນຄືນຄວາມໝາຍໝັ້ນຂອງພັກ ປປ ລາວ ໃນການເສີມສ້າງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ບົນພື້ນຖານ 05 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ກໍ່ຄື ບັນດາຫຼັກການ ແລະ ລະບຽບການ ຂອງກົດບັດ ສປຊ ແລະ ກົດໝາຍສາກົນ ເປັນຕົ້ນ ການເຄົາລົບເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດສະມາຊິກ, ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ; ຢືນຢັນຄວາມໝາຍໝັ້ນໃນການສືບຕໍ່ຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດ ກັບ ພັກຣັດເຊຍເອກະພາບ ແລະ ບັນດາພັກເພື່ອນມິດ ແລະ ກໍາລັງທີ່ກ້າວໜ້າຂອງບັນດາປະເທດຈາກອາຊີ, ອາຟຣິກາ, ອາເມຣິກາລາຕິນ ແລະ ເອີຣົບ ໃນການຕໍ່ສູ້ກັບການປະພຶດແບບລັດທິລ່າເມືອງຂຶ້ນແບບໃໝ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments