Saturday, October 19, 2024
Homeຂ່າວໜ້າໜຶ່ງຮອງລັດຖະມົນຕີສາທາອອກມາຖະແຫຼງ ຄວາມອັນຕະ ລາຍຂອງ ຝຸ່ນລະອອງ PM2.5 ຕໍ່ສຸຂະພາບຂອງຄົນ

ຮອງລັດຖະມົນຕີສາທາອອກມາຖະແຫຼງ ຄວາມອັນຕະ ລາຍຂອງ ຝຸ່ນລະອອງ PM2.5 ຕໍ່ສຸຂະພາບຂອງຄົນ

ຈາກສະພາບການເພີ່ມຂຶ້ນຂອງຝຸ່ນລະອອງ MP 2,5 ເຊິ່ງອາດຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເນົາ ຫຼ້າສຸດ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ອອກມາຖະແຫຼງກ່ຽວ ກັບຄວາມອັນຕະ ລາຍຂອງຝຸ່ນລະອອງດັ່ງກ່າວຕໍ່ຊີວິດຂອງຄົນເຮົາ ພ້ອມຮຽກຮ້ອງໃຫ້ທຸກຊັ້ນ ຄົນໃນສັງຄົມເອົາໃຈໃສ່ປ້ອງກັນເພື່ອຈຸດປ່ອນຜົນປະທັບຈາກຝຸ່ນດັ່ງກ່າວ.

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວວ່າ: ປີ 2021 ສປປ ລາວ ຖືກຈັດໃຫ້ເປັນປະເທດ ອັນດັບທີ 22 ຂອງໂລກ ທີ່ມີຄຸນະພາບອາກາດບໍ່ດີ ອີງໃສ່ບົດລາຍ ງານດ້ານຄຸນນະພາບຂອງອາກາດສາກົນ ແຕ່ປີ 2022 ນີ້ ສປປ ລາວ ຖືກຈັດລໍາດັບວ່າຄຸນນະພາບອາກາດດີຂຶ້ນ ແລະ ເປັນອັນດັບທີ 29 ຂອງໂລກ ແຕ່ຢ່າງໃດກໍຕາມ ເຮົາຍັງມີຫຼາຍບັນຫາທີ່ຕ້ອງບຸກບືນແກ້ໄຂຕື່ມ.

ສະພາບອາກາດທີ່ຂຸ່ນມົວເຕັມໄປດ້ວຍຝຸ່ນ ທີ່ບັນດາທ່ານແນມເຫັນ ແມ່ນມີອັນຕະລາຍຕໍ່ສຸຂະພາບ ຂອງຄົນເຮົາຫຼາຍ ໃນໄລຍະສັ້ນ ແມ່ນມີຜົນກະທົບຕໍ່ກຸ່ມຄົນທີ່ມີຄວາມບອບບາງເຊັ່ນ:ເດັກນ້ອຍ ແມ່ຍິງຖືພາ ແລະ ຜູ້ສູງອາຍຸ ຜູ້ທີ່ມີພະຍາດຊໍ້າເຮື້ອເປັນຕົ້ນ ພະຍາດລະບົບຫາຍໃຈເຊັ່ນ: ພະຍາດຫອບຫືດ ອັກເສບປອດ ພະຍາດຫົວໃຈ-ເສັ້ນເລືອດ ພະຍາດເບົາຫວານ ພະຍາດມະເຮັງ ພູມຄຸ້ມກັນບົກ ຜ່ອງ ແລະ ພະຍາດຊໍ້າເຮື້ອນອື່ນໆ ໃນໄລຍະຍາວ ເຖິງວ່າທ່ານຈະເປັນບຸກຄົນທີ່ມີສຸຂະພາບແຂງ ແຮງ ແຕ່ຝຸ່ນລະ ອອງ PM2.5 ກໍສາມາດສ້າງຜົນກະທົບຕໍ່ສຸຂະພາບຂອງທ່ານໄດ້ ເນື່ອງຈາກຝຸ່ນລະອອງ PM2.5 ສາມາດສະສົມຢູ່ໃນຮ່າງກາຍຂອງຄົນເຮົາ ເຊິ່ງມັນຈະເພີ່ມຄວາມສ່ຽງຂອງການເກີດພະຍາດເສັ້ນ ເລືອດສະໝອງຕີບ ແລະ ພະຍາດຫົວໃຈເມື່ອທ່ານມີອາຍຸຫຼາຍຂຶ້ນ.

ເມື່ອສັງເກດເຫັນວ່າຄຸນນະພາບອາກາດບໍ່ດີ ເພື່ອປ້ອງກັນຕົນເອງ ແລະ ສະມາຊິກຄອບຄົວທີ່ທ່ານຮັກ ທ່ານຄວນຕິດຕາມການລາຍງານຄຸນນະພາບອາກາດ ຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈາກ http://aqm.monre.gov.la/monre/home ພະຍາຍາມຢູ່ພາຍໃນເຮືອນ ຫຼື ອາຄານ ບໍ່ອອກໄປກາງແຈ້ງຖ້າບໍ່ຈໍາເປັນຖ້າມີຄວາມຈໍາເປັນຕ້ອງອອກກາງແຈ້ງ ໃຫ້ສວມໃສ່ຜ້າອັດປາກ-ດັງ ທີ່ເໝາະກັບທ່ານ ຖ້າເປັນໄປໄດ້ໃຫ້ນໍາໃຊ້ຜ້າອັດປາກ-ດັງ N95.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments