Saturday, October 19, 2024
Homeຂ່າວໜ້າໜຶ່ງງານວາງສະແດງສິນຄ້າ ລາວ-ຈີນ

ງານວາງສະແດງສິນຄ້າ ລາວ-ຈີນ

ພິທີເປີດງານວາງສະແດງສິນຄ້າ ລາວ-ຈີນ (ເສສວນ) 2023 ໄດ້ຈັດຂຶ້ນໃນວັນທີ 31 ມີນາ ນີ້ ທີ່ສູນການຄ້າລາວ-ໄອເຕັກ, ໂດຍການເຂົ້າຮ່ວມຂອງທ່ານ ພູໂຂງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານທອງເພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຢາງຊິ້ຜິງ ຮອງເຈົ້າແຂວງເສຊວນ ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ.

ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ກ່າວວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້, ແມ່ນເພື່ອໂຄສະນາສິນຄ້າ ທີ່ຜະລິດ ແຂວງເສສວນ ໂດຍສະເພາະ ເພື່ອນໍາສິນຄ້າມາວາງສະແດງ ແລະ ຈໍາໜ່າຍ. ການຈັດງານດັ່ງກ່າວນີ້, ຈະຊ່ວຍດຶງດູດນັກທ່ອງທ່ຽວພໍ່ຄ້າຊາວຂາຍ ແລະ ພົນລະເມືອງລາວຈໍານວນຫຼາຍເຂົ້າມາທ່ຽວຊົມ. ປີນີ້, ເປັນປີທີ 14 ທີ່ສອງປະເທດ ໄດ້ສ້າງເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ບົນພື້ນຖານ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍ ທີ່ດີ ແລະ ຄູ່ຮ່ວມ ທີ່ດີ).

ການລົງທຶນຂອງຈີນ ເປັນປະເທດ ທີ່ມາລົງທຶນຢູ່ລາວເປັນອັນດັບ 1 ໃນ 53 ປະທດ ອັນດັບທີ 2 ແມ່ນປະເທດໄທ ແລະ 3 ແມ່ນ ສສ ຫວຽວດນາມ, ການລົງທຶນ ໄລຍະຜ່ານມາ ມີ 834 ໂຄງການ ລວມມູນຄ່າການລົງທຶນທັງໝົດ 16,4 ກວ່າຕື້ໂດລາ ຂະແໜງການລົງທຶນທີ່ສໍາຄັນມີ: ຂະແໜງບໍ່ແຮ່, ການບໍລິການ, ພະລັງງານໄຟຟ້າ, ກະສິກໍາ, ອຸດສາຫະກໍາ ແລະ ຫັດຖະກໍາ ແລະ ຂະແໜງອື່ນໆ; ໂຄງການຮ່ວມມືທີ່ພົ້ນເດັ່ນຄື: ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ທີ່ມີມູນຄ່າການລົງທຶນທັງໝົດ 5.965 ຕື້ໂດລາ ແລະ ເປັນໂຄງການຮ່ວມມື ຂອງ ສອງຝ່າຍ ທີ່ມີຂະໜາດໃຫຍ່ທີ່ສຸດ ນັບແຕ່ມີການຮ່ວມມືກັນມາ ຊຶ່ງປັດຈຸບັນໄດ້ເປີດນໍາໃຊ້ບໍລິການ ແລະ ໄດ້ຜົນຕອບຮັບຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີ. ໂຄງການທາງດ່ວນ ວຽງຈັນ-ວັງວຽງ ໄດ້ສໍາເລັດ ແລະ ນໍາໃຊ້. ນອກນັ້ນຍັງມີໂຄງການສ້າງເຂື່ອນໄຟຟ້ານໍ້າຕົກ ແລະ ອື່ນໆ.

ໃນປີ 2022 ທີ່ຜ່ານມາ, ການຄ້າລະຫວ່າງລາວ ແລະ ຈີນ ບັນລຸໄດ້ 3,8 ຕື້ກວ່າໂດລາ.ໃນນີ້, ສປປ ລາວ ນໍາເຂົ້າ ຈາກ ສປ ຈີນ ແມ່ນ: 1,6 ຕື້ໂດລາ, ການທ່ອງທ່ຽວ: ນັບຕັ້ງແຕ່ ສປ ຈີນ ເປີດປະເທດເປັນຕົ້ນມາ ຈໍານວນນັກທ່ອງທ່ຽວ ຈາກ ສປ ຈີນ ທີ່ເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ໃນສະຖິຕິປີ 2023 ແຕ່ເດືອນມັງກອນ ເຖິງ ເດືອນມີນາ ໄດ້ມີນັກທ່ອງທ່ຽວເຂົ້າມາ 7 ພັນກວ່າຄົນ.

ທ່ານ ນາງ ຄຳຈັນ ວົງແສນບຸນ ຍັງກ່າວຕື່ມອີກວ່າ: ສໍາລັບນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນ ຂອງ ສປປ ລາວລັດຖະບານສົ່ງເສີມການລົງທຶນຂອງທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍການວາງນະໂຍບາຍ ເພື່ອສ້າງສະພາບແວດລ້ອມ, ເງື່ອນໄຂອໍານວຍຄວາມສະດວກຕ່າງໆເປັນຕົ້ນການສ້າງພື້ນຖານໂຄງລ່າງ, ສະໜອງຂໍ້ມູນຂ່າວສານທີ່ຈໍາເປັນ, ການໃຫ້ນະໂຍບາຍດ້ານພາສີ, ສ່ວຍສາອາກອນ, ດ້ານແຮງງານ, ການໃຫ້ສິດນໍາໃຊ້ທີ່ດິນ, ການເຂົ້າເຖິງແຫຼ່ງທຶນ, ປົກປ້ອງກໍາມະສິດ ກ່ຽວກັບ ສິດນໍາໃຊ້, ສິດໄດ້ຮັບໝາກຜົນ, ສິດສືບທອດ, ສິດໂອນ ແລະ ສິດອື່ນໆ.

ຂ່າວ:​ ພາບ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments