Friday, October 18, 2024
Homeຂ່າວກິລາສສກ-ຄພລ ຈັດງານນິທັດສະການ ເຜີຍແຜ່ຄວາມສາມາດກິລາຄົນພິການ

ສສກ-ຄພລ ຈັດງານນິທັດສະການ ເຜີຍແຜ່ຄວາມສາມາດກິລາຄົນພິການ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບ ຄະນະກຳມະການພາລາແຣມປິກແຫ່ງຊາດລາວ (ຄພລ) ຈັດງານນິທັດສະການກິລາຄົນພິການລາວ ເມື່ອອາທິດ ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ຄພລ, ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ບັນດາຄະນະຮັບຜິດຊອບ, ຜູ້ຕາງໜ້າສະຫະພັນກິລາ-ກາຍະກຳຄົນພິການແຫ່ງຊາດ ແລະ ນັກກິລາຄົນພິການ ຕະຫຼອດຮອດມວນຊົນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດນີ້, ທ່ານ ນາງ ຂັນທະລີ ສີຣິພົງພັນ ກ່າວວ່າ: ກິລາ-ກາຍະກຳສໍາລັບຄົນພິການ ແມ່ນຂະບວນການຫຼິ້ນກິລາ, ການແຂ່ງຂັນກິລາຄົນພິການປະເພດຕ່າງໆ ຕາມກົດລະບຽບ, ເຕັກນິກ ແລະ ກະຕິກາການແຂ່ງຂັນກິລາຄົນພິການສາກົນ ໃນໄລຍະຜ່ານມາ ລັດຖະບານ ໄດ້ມີການສົ່ງເສີມໃຫ້ຄົນພິການ ໄດ້ເຂົ້າຮ່ວມການເຄື່ອນໄຫວກິລາ-ກາຍະກຳເພື່ອສຸຂະພາບທາງດ້ານຮ່າງກາຍ, ສ້າງຄວາມມ່ວນຊື່ນ, ຄວາມເຂັ້ມແຂງທາງດ້ານຈິດໃຈ ເຊື່ອມຕົວເຂົ້າກັບສັງຄົມເປັນຢ່າງດີ. ພ້ອມກັນນັ້ນ, ລັດ ກໍຍັງມີນະໂຍບາຍສົ່ງເສີມໃຫ້ບຸກຄົນ, ການຈັດຕັ້ງສົງຄົມ ອຸປະຖໍາກິລາ-ກາຍະກຳ ສໍາລັບຄົນພິການ ລັດ ແລະ ສັງຄົມ ປະຕິບັດລະບອບອຸດໜູນ ຕໍ່ນັກກິລາຄົນພິການ ໃນການຝຶກແອບ-ຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນຊີງລາງວັນລະດັບທ້ອງຖິ່ນ, ລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ແລະ ອົງການຄຸ້ມຄອງກິລາ-ກາຍະກຳຄົນພິການທຸກຂັ້ນ ຕ້ອງປະສານສົມທົບກັບອົງການຈັດຕັ້ງສັງຄົມສ້າງເງື່ອນໄຂໃຫ້ຄົນພິການເຂົ້າຮ່ວມຂະບວນການກິລາ-ກາຍະກຳ.

ທ່ານປະທານ ຄພລ ກ່າວຕື່ມອີກວ່າ: ເພື່ອຢາກເຮັດໄດ້ຄືດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ກະຊວງ ສສກ ຈຶ່ງໄດ້ຮ່ວມກັບ ຄພລ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໄດ້ພົວພັນຮ່ວມມື ແລະ ຂຽນໂຄງການ (Project proposal Aid) ຂໍການຊ່ວຍເຫຼືອກັບຄະນະກໍາມະການກິລາພາຣາແລມປິກສາກົນ ຫຼື IPC ກ່ຽວກັບການພັດທະນາກິລາ-ກາຍະກຳຄົນພິການຢູ່ພາຍໃນ ແລະ ຕ່າງປະເທດ ເວົ້າລວມ, ເວົ້າສະເພາະແມ່ນການພັດທະນາຄົນພິການ, ພັດທະນາກິລາ-ກາຍະກຳຄົນພິການ ແລະ ກິລາຄົນບໍ່ພິການ ທີ່ມີສ່ວນຮ່ວມ ເພື່ອສ້າງໃຫ້ມີບັນຍາກາດສົດໃສຢູ່ໃນສັງຄົມ, ເຮັດໃຫ້ພົນລະເມືອງລາວ ແລະ ຄົນພິການລາວ ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ມີນໍ້າໃຈກິລາຢ່າງຟົດຟື້ນ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ສົ່ງເສີມໃຫ້ຄົນພິການລາວ ທີ່ດ້ອຍໂອກາດ ໄດ້ມີໂອກາດເຂົ້າຮ່ວມຂະບວນການຄື່ອນໄຫວກິລາ-ກາຍະກຳ ນັບມື້ນັບຫຼາຍຂຶ້ນເທື່ອລະກ້າວ, ທັງເປັນການສ້າງນັກກິລາຄົນພິການລາວ ໃຫ້ເປັນທີມຊາດໄດ້ມາດຕະຖານໃນລະດັບສາກົນ ເພື່ອເຂົ້າຮ່ວມການແຂ່ງຂັນກິລາໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ.

ໃນພິທີດັ່ງກ່າວ, ທ່ານ ນາງ ຂັນທະລີ ສີຣິພົງພັນ ກໍຍັງໄດ້ມອບໃບກຽດຕິຄຸນ ເພື່ອເປັນການສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ທາງສູນການຄ້າ ລາວ-ໄອເຕັກ ທີ່ໄດ້ເອື້ອເຟື້ອຄວາມສະດວກສະຖານທີ່ ສ້າງໂອກາດໃຫ້ນັກກິລາຄົນພິການລາວ ໄດ້ສະແດງຄວາມສາມາດຂອງເຂົາເຈົ້າ. ຫຼັງຈາກນັ້ນ, ບັນດາຄະນະນຳ, ຄູຝຶກ ແລະ ບັນດາແຂກທີ່ຖືກເຊີນ ກໍໄດ້ມີການເລາະຊົມງານວາງສະແດງຜົນງານຂອງທັບນັກກິລາຄົນພິການລາວ ທີ່ສາມາດສ້າງຜົນງານໃນການເຂົ້າຮ່ວມແຂ່ງຂັນງານກິລາລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນໄລຍະທີ່ຜ່ານມາ ຈາກສະຫະພັນກິລາຄົນພິການແຫ່ງຊາດ 8 ປະເພດ ພ້ອມຊົມການສາທິດການຫຼິ້ນກິລາ 8 ປະເພດ ກໍຄື ກິລາໂກນບານ, ກິລາບານເຕະພິການຕາ, ກິລາບັອດເຊຍ, ກິລາບານບ້ວງລໍ້ເລື່ອນ, ກິລາຍົກນໍ້າໜັກ, ກິລາລົດຖີບ, ກິລາລອຍນໍ້າ ແລະ ກິລາແລ່ນ-ລານ.

ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments