Friday, October 18, 2024
Homeຂ່າວກິລາສປປ ລາວ ຮຽກຕົວ 18 ນັກກິລາເຊື້ອຊາດລາວ ຕິດທີມຊາດ ກຽມລ່າຫຼຽນຄຳ ຊີເກມ ທີ່ກຳປູເຈຍ

ສປປ ລາວ ຮຽກຕົວ 18 ນັກກິລາເຊື້ອຊາດລາວ ຕິດທີມຊາດ ກຽມລ່າຫຼຽນຄຳ ຊີເກມ ທີ່ກຳປູເຈຍ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫຼື ສປປ ລາວ ໄດ້ມີການເອີ້ນຕົວ 18 ນັກກິລາທີ່ເປັນເຊື້ອຊາດລາວ ສັນຊາດຕ່າງປະເທດ ໃນນັ້ນມາຈາກສະຫະລັດອາເມຣິກາ 9 ຄົນ, ຝຣັ່ງ 8 ຄົນ ແລະ ລູກສອດ ລາວ-ໄທ 1 ຄົນ ນຳໂດຍ ອາລິຍາ ພູນສະຫວັດ ນັກກິລາລົດຖີບ, ໄມເຄິນ ວ່າງ ນັກກິລາບານເຕະ ລວມເຖິງ ສິດທິເດດ ສັກບ່ຽງ ນັກກິລາສະນຸກເກີ ທີ່ສ້າງປະຫວັດສາດຄວ້າຫຼຽນຄຳໃຫ້ທັບນັກກິລາລາວ ໃນຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ປີ 2017 ເພື່ອກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື ພະນົມເປນ ເກມ ທີ່ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພານີ້.

ເນື່ອງໃນໂອກາດທີ່ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນກ່າວມີຄຳເຫັນໃນກອງປະຊຸມເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານການຮ່ວມມືກັບຕ່າງປະເທດ ໂດຍຜ່ານປະຕູດຽວ ໃນຂະແໜງການສຶກສາ ແລະ ກິລາ ປະຈຳປີ 2022 ແລະ ແຜນປີ 2023 ເມື່ອອາທິດ ຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ ວ່າ: ສຳລັບງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື ພະນົມເປນ ເກມ ທີ່ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ 2023, ສປປ ລາວເຮົາ ຈະໄດ້ນັກກິລາເຊື້ອຊາດລາວ ສັນຊາດຕ່າງປະເທດ ມາຊ່ວຍທັບນັກກິລາລາວ ເຖິງ 18 ຄົນ, ໃນນັ້ນມາຈາກສະຫະລັດອາເມຣິກາ 9 ຄົນ, ປະເທດຝຣັ່ງ 8 ຄົນ ແລະ ລູກສອດ ລາວ-ໄທ 1 ຄົນ ຊຶ່ງນັກກິລາທັງໝົດນີ້ ໄດ້ມາຊ່ວຍລາວເຮົາແມ່ນຖືກຕ້ອງຕາມກົດໝາຍກິລາ-ກາຍະກຳ ໂດຍແມ່ນທາງລັດຖະບານໄດ້ຕົກລົງເຫັນດີ ແລະ ຖືກຕ້ອງຕາມກົດບັດຂອງສາກົນ ທີ່ກຳນົດອະນຸຍາດຮ່ວມແຂ່ງຂັນໃນລະດັບ ຊີເກມ ແລະ ເອຊຽນ ເກມ ຊຶ່ງເປັນເຊື້ອຊາດລາວ ແຕ່ບໍ່ໄດ້ເປັນນັກກິລາທີມຊາດ ໃຫ້ຊາດຕ່າງໆ ແມ່ນສາມາດມາຊ່ວຍບ້ານເກີດເມືອງນອນໄດ້.

ສຳລັບນັກກິລາ ຈຳນວນ 18 ຄົນ ປະກອບມີ ທ້າວ ສະຕີເວັນ ອິນສີຊຽງໃໝ່ (Steven Insixiengmay) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ, ນາງ ອາເຣຍນາ ເຊົາທາ ເດິຊວາເກີ (Ariana Southa Dirkzwager) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ, ນາງ ອາດທິດ ມາລີ ເດິຊວາເກີ (Astid Malee Dirkzwager) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ, ນາງ ແອງເຈລິນາ ເບວລາ ເມດຊີນາ (Angelina Bella Messina) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ, ນາງ Clemence-June FRAZEY ນັກກິລາຢູໂດ ຈາກປະເທດຝຣັ່ງ, ທ້າວ ເຄວນຕິນ ໄຊຊະນະ ຈອບຟຣອຍ (Quentin Saysana GEOFFROY) ນັກກິລາຟັນດາບຈາກປະເທດຝຣັ່ງ, ທ້າວ ທີໂທ ໄຄຼ (Theo KLEIN) ນັກກິລາເຕະບານ ຈາກປະເທດຝຣັ່ງ, ທ້າວ ໂຣມັນ ອານຸສອນ ອັງໂກດ (Roman Anousone Angot) ນັກກິລາເຕະບານຈາກປະເທດຝຣັ່ງ, ທ້າວ ເກດແກ້ວ ພົມພອນ ຫຼື Billy Ketkeo phomphone ນັກກິລາເຕະບານຈາກປະເທດຝຣັ່ງ, ທ້າວ Victor Saysanath Ngovinasack ນັກກິລາເຕະບານ ຈາກສະຫະລັດອາເມຣິກາ, ທ້າວ ໄມເຄິນ ວ່າງ (Michael Vang) ນັກກິລາເຕະບານຈາກສະຫະລັດອາເມຣິກາ, ທ້າວ ດິວລອນ ແຄມເບວ (Dillon Campbell) ນັກກິລາມວຍປໍ້າ ຈາກສະຫະລັດອາເມຣິກາ ກຳລັງປະສານງານເອົາຂໍ້ມູນປະກອບຟອມ, ທ້າວ Walter Sarnoi OUPATHANA ນັກກິລາມວຍສາກົນ ຈາກສະຫະລັດອາເມຣິກາ ໄດ້ທຶນໂອແລມປິກສາກົນ, ນາງ Fanny Malissa Cauchois-one ນັກກິລາລົດຖີບ ຈາກປະເທດຝຣັ່ງ ໄດ້ທຶນໂອແລມປິກສາກົນ, ທ້າວ ອາລິຍາ ພູນສະຫວັດ (ARIYA Phounsavath) ນັກກິລາລົດຖີບ ຈາກປະເທດຝຣັ່ງ ໄດ້ທຶນໂອແລມປິກສາກົນ, ທ້າວ Dimitri KYTTANASILALACK ນັກກິລາຄິກບ໋ອກຊິ້ງ ຈາກປະເທດຝຣັ່ງ ແລະ ທ້າວ ສິດທິເດດ ສັກບ່ຽງ ນັກກິລາສະນຸກເກີ ລູກສອດ ລາວ-ໄທ.

ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments