Saturday, September 21, 2024
Homeຂ່າວພາຍໃນກວດກາຄວາມຄືບໜ້າການສ້າງຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ

ກວດກາຄວາມຄືບໜ້າການສ້າງຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທ່ານ ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງກວດກາຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 27 ມີນາຜ່ານມາ ທີ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອຫຼວງວຽງຈັນ.

ການລົງກວດກາຄັ້ງນີ້, ທ່ານ ບຸນສະໜອງ ສີຫາລາດ ເຈົ້າຂອງໂຮງປັ້ນຫຼໍ່ປະຕິມະກໍາລ້ານຊ້າງ ທັງເປັນຜູ້ຮັບຜິດຊອບປັ້ນຫຼໍ່ຮູບປະທານ ໄກສອນ ພົມວິຫານ ກ່າວວ່າ: ໂຄງການດັ່ງກ່າວສ້າງຂຶ້ນເພື່ອເປັນອະນຸສອນສະຖານຈາລຶກຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ ໂດຍແມ່ນໂຮງຫຼໍ່ປະຕິມະກໍາລ້ານຊ້າງເປັນຜູ້ຮັບເໝົາປັ້ນຫຼໍ່ຮູບປັ້ນປະທານ ໄກສອນ ພົມວິຫານ ຊຶ່ງມີຄວາມສູງ 7,5 ແມັດ, ຫຼໍ່່ດ້ວຍທອງສໍາລິດຄວາມກວ້າງໜ້າເອິກປະມານ 1,98 ແມັດ, ຄວາມກວ້າງດ້ານຫຼັງ 1,44 ແມັດ, ຖານຮອງພື້ນຫຼ່ຽມສູງ 25 ເຊັນ, ແທ່ນຕັ້ງຮູບຫຼໍ່ເຮັດດ້ວຍຊີມັງສູງ 4,00 ແມັດ ເພື່ອໄປສະຖິດໄວ້ທີ່ວິທະຍາຄານການເມືອງ ປກສ, ສະຖານທີ່ປັ້ນຫຼໍ່ໂຮງປັ້ນຫຼໍ່ປະຕິຍະກໍາລ້ານຊ້າງ ແມ່ນໃຊ້ວິຊາການທີ່ຈົບຈາກຂະແໜງ ວິຈິດສິນທີ່ມີພອນສະຫວັນທາງດ້ານສີໄມ້ລາຍມື ແລະ ຊ່າງທີ່ມີຄວາມຊໍານານໃນການປັ້ນຫຼໍ່ ຄາດວ່າໃນທ້າຍເດືອນມິຖຸນາປີ 2023 ຈະໃຫ້ສໍາເລັດ, ພາຍຫຼັງປັ້ນຫຼໍ່ສໍາເລັດຈະໄດ້ນໍາຮູບປັ້ນປະທານ ໄກສອນ ພົມວິຫານ ມາປະດິດສະຖານຢູ່ຕໍ່ໜ້າວິທະຍາຄານການເມືອງປ້ອງກັນຄວາມສະຫງົບປະຊາຊົນລາວ.

ຂ່າວ-ພາບ: ບຸນອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments