Sunday, September 22, 2024
Homeຂ່າວພາຍໃນພິທີມອບ-ຮັບ ແລະ ຕິດຕັ້ງລະບົບໂທລະໂຄ່ງ ຈຳນວນ 3ຊຸດ ໃຫ້ບ້ານເປົ້າໝາຍຂອງ ເມືອງນອງ

ພິທີມອບ-ຮັບ ແລະ ຕິດຕັ້ງລະບົບໂທລະໂຄ່ງ ຈຳນວນ 3ຊຸດ ໃຫ້ບ້ານເປົ້າໝາຍຂອງ ເມືອງນອງ

ໃນວັນທີ 23 ຫາ 24 ມີນາ 2023ນີ້ ຢູ່ທີ່ຫ້ອງການ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງນອງ ແຂວງ ສະຫວັນນະເຂດ ໄດ້ມີພິທີ ມອບ-ຮັບລະບົບໂທລະໂຄ່ງຈຳນວນ 3 ຊຸດໃຫ້ບ້ານເປົ້າໝາຍຂອງເມືອງນອງ ໂດຍເປັນກຽດມອບມີ ທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ, ຕາງໜ້າ ຈາກອົງການ ຢູນີເຊັບ ປະຈຳ ສປປ ລາວ ພ້ອມດ້ວຍ ເຕັກນິກວິຊາການຕິດຕັ້ງລະບົບໂທລະໂຄ່ງມາຈາກ ກະຊວງ ຖວທ, ມາຈາກ ພະແນກ ຖວທ ເປັນກຽດຮັບມີ ທ່ານ ນາງ ສັງທອງ ກຽດຕະວົງ ຮອງເຈົ້າເມືອງໆນອງ, ທ່ານ ກາດຳ ເຜີຍຊະນະວົງ ຫົວໜ້າຫ້ອງການ ຖວທ ພ້ອມດ້ວຍຄະນະ, ວິຊາການ.

ສຳລັບລາຍການອຸປະກອນ ລະບົບໂທລະໂຄ່ງທີ່ໄດ້ນຳມາມອບຄັ້ງນີ້3ຊຸດປະກອບມີ: ແອັມ NME ຈຳນວນ 3ໜ່ວຍ, ສາຍໂທລະໂຄ່ງ 600 ແມັດ, ໄມສາຍ3ອັນ, ປາກໂທລະໂຄ່ງ 12 ປາກ, ສາຍດິນ 3ກໍ້, ເຂັມຫຼັກດິນ 3 ເສັ້ນ, ແບັກເກີ້ ໄຟຟ້າ 3 ອັນ, ປັກສຽບໄຟຟ້າ 220 ໂວນ, ຈາກນັ້ນພາກສ່ວນວິຊາການ ກໍ່ໄດ້ນຳພາ ຕິດຕັ້ງໂທງລະໂຄ່ງໃຫ້ບ້ານ ເປົ້າໝາຍຄື: ຈຸດທີໜຶ່ງແມ່ນ ຫ້ອງການ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ເມືອງນອງ, ຈຸດທີສອງ ບ້ານ ຕັງອາໄລເກົ່າ (ຈຸດສຸມ ຕັງອາໄລ ) ແລະ ຈຸດສຸມແກ້ງລີ້ນ, ຈຳນວນໂທລະໂຄ່ງ3 ຊຸດດັ່ງກ່າວນີ້ແມ່ນໄດ້ຈາກການຊຸກຍູ້ຂອງທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ ທີ່ເຫັນວ່າລະບົບການກະຈາຍຂໍ້ມູນຂ່າວສານພາຍໃນເມືອງໂດຍສະ ເພາະລະບົບໂທລະໂຄ່ງເຫັນວ່າຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງໜ້າວຽກໃນປະຈຸບັນ ດັ່ງນັ້ນຈຶ່ງມີຄວາມຕ້ອງການເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງບ້ານເປັນຕົ້ນກໍ່ແມ່ນ : ການປະກາດເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ໃຫ້ແກ່ປະຊາຊົນພາຍໃນບ້ານເວລາມີວຽກອັນຮີບດ່ວນ ຫຼື ວຽກງານຕ່າງໆໄດ້ຮັບຢ່າງທົ່ວເຖິງ

ໂທລະໂຄ່ງທີ່ນໍາມາມອບພ້ອມທັງຕິດຕັ້ງໃຫ້ໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອລ້າ ຂອງອົງການ ຢູນີເຊັບປະຈຳລາວ ເປັນຜູ້ສະໜອງໃຫ້ ເພື່ອກະຈາຍຂໍ້ມູນຂ່າວສານ, ເຜີຍແຜ່ລະບຽບ ກົດໝາຍ ຂອງພັກ-ລັດ ວາງອອກ ແລະສະ ດວກສະບາຍກວ່າເກົ່າເຊິ່ງໃນປະຈຸບັນ ບ້ານໃດທີ່ບໍ່ມີໂທລະໂຄ່ງ ເວລາມີວຽກສຳຄັນ ຫຼື ວຽກລວມຂອງບ້ານແມ່ນໄດ້ອາໃສການຕີກະແລັ່ງ ເຊິ່ງສ້າງຄວາມຫຍຸ້ງຍາກພໍສົມຄວານໃຫ້ປະຊາຊົນຫຼາຍສົມຄວນ.

——————-

#MediaLaos#massmedia

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments