Saturday, September 21, 2024
Homeຂ່າວພາຍໃນອະດີດນາຍົກລັດຖະມົນຕີ ຕິດຕາມ ໂຄງການກໍ່ສ້າງພຣະທາດເກດແກ້ວຈຸນລະມະນີສາມັກຄີສິດອນໄຊ

ອະດີດນາຍົກລັດຖະມົນຕີ ຕິດຕາມ ໂຄງການກໍ່ສ້າງພຣະທາດເກດແກ້ວຈຸນລະມະນີສາມັກຄີສິດອນໄຊ

ວັນທີ 23 ມີນາ ຜ່ານມາ, ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລົງຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງພຣະທາດເກດແກ້ວຈຸນລະມະນີສາມັກຄີສິດອນໄຊ ເມືອງສຸຂຸມາ ແຂວງຈໍາປາສັກ. ໂດຍການຕ້ອນຮັບ ແລະ ຮ່ວມຕິດຕາມຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະໃຫ້ການຕ້ອນຮັບ.

ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຈໍາປາສັກ ໃນນາມຕາງໜ້າຄະນະຊີ້ນຳດ້ານເຕັກນິກຂັ້ນແຂວງ ຂອງໂຄງການດັ່ງກ່າວ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ. ໂຄງການນີ້ ຕັ້ງຢູ່ບ້ານຄຸ້ມໃຫຍ່ (ດອນໄຊ) ເມືອງສຸຂຸມາ ແຂວງຈຳປາສັກ ຕັ້ງຢູ່ກາງດອນແມ່ນໍ້າຂອງ ຫ່າງຈາກເທດສະບານແຂວງຈຳປາສັກ ລົງໄປທາງທິດໃຕ້ 80 ກິໂລແມັດ ແລະ ຫ່າງຈາກເທດສະບານເມືອງສຸຂຸມາ ໄປທາງທິດຕາເວັນອອກສ່ຽງໃຕ້ 17 ກິໂລແມັດ. ໂຄງການດັ່ງກ່າວ, ແມ່ນໄດ້ຮັບທຶນຮ່ວງເງິນລະດົມຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍແມ່ນຫ້ອງວ່າການແຂວງຈຳປາສັກ ເປັນເຈົ້າຂອງໂຄງການ, ພະແນກ (ຍທຂ) ແຂວງ ເປັນຜູ້ຕິດຕາມດ້ານເຕັກນິກ ແລະ ຮັບເໝົາໂດຍ ບໍລິສັດ ທະວີຊັບກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ, ມີໄລຍະເວລາການກໍ່ສ້າງ 1 ປີ, ລວມມູນຄ່າກໍ່ສ້າງທັງໝົດ 6,5 ຕື້ກວ່າກີບ ປະກອບດ້ວຍ 2 ໜ້າວຽກຫຼັກຄື: ການກໍ່ສ້າງພຣະທາດເກດແກ້ວຈຸນລະມະນີສາມັກຄີ ສິດອນໄຊ, ກວ້າງ 30×30 ແມັດ, ສູງ 33 ແມັດ, ມີ 5 ຊັ້ນ ແລະ ອ້ອມຮອບດ້ວຍກົມມະລຽນ ຂະໜາດກວ້າງ 61×61 ແມັດ, ຮູບຊົງລາວ ແລະ ສ້າງທາງດິນແດງ ແຕ່ທ່າບັກບ້ານຕູ້ມໃຫຍ່ (ດອນໄຊ) ຫາ ພຣະທາດ, ການຈັດຕັ້ງປະຕິບັດໂຄງການມີ 2 ໄລຍະ. ສໍາລັບການກໍ່ສ້າງປະຕິບັດໄດ້ 48,7%.

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍ ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດເຫັນວ່າມີຄວາມຄືບໜ້າຫຼາຍສົມຄວນ ຊຶ່ງໂຄງການນີ້, ເປັນການສົມທົບ ແຫຼ່ງທຶນໃນການພັດທະນາເສດຖະກິດ ຈາກຜູ້ປະກອບການ ພາກທຸລະກິດ ຫຼາຍພາກສ່ວນ ເພື່ອສ້າງປະຫວັດສາດອັນໃໝ່, ປະກອບສ່ວນສ້າງມໍລະດົກອັນສັກສິດໃຫ້ຄົນຮຸ່ນຫຼັງ ໄດ້ສະກາລະບູຊາ, ພ້ອມນັ້ນ ທ່ານອະດີດນາຍົກລັດຖະມົນຕີ ຍັງໄດ້ສະເໜີມອບ ໃຫ້ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ແລະ ທ່ານ ເຈົ້າແຂວງຈຳປາສັກ ເປັນຜູ້ສືບຕໍ່ຊີ້ນຳໂຄງການ ແລະ ພະແນກການກ່ຽວຂ້ອງ ຕ້ອງສືບຕໍ່ດຳເນີນການຈັດຕັ້ງປະຕິບັດວຽກງານພາກສະໜາມ ໂດຍສະເພາະ 5 ວຽກໃຫຍ່ຂອງໂຄງການດັ່ງກ່າວ ເພື່ອໃຫ້ສໍາເລັດຕາມແຜນທີ່ໄດ້ກໍານົດໄວ້.

(ຂ່າວ-ພາບ: ທັດຊະນະ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments