Friday, September 27, 2024
Homeສຶກສາສາລະວັນ ສຳເລັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາ

ສາລະວັນ ສຳເລັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາ

ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດກໍໄດ້ກ່າວໃນພິທີເປີດກອງປະຊຸມວ່າ: ວຽກງານການຄ້າມະນຸດເປັນບັນຫາທີ່ທຸກປະເທດໃນໂລກ ແລະ ສາກົນຖືເປັນສໍາຄັນຢ່າງຍິ່ງ ເພາະມັນເປັນໄພຂົ່ມຂູ່ຕໍ່ຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຊຶ່ງ ສປປ ລາວ ເຮົາກໍເປັນປະເທດໜຶ່ງ ທີ່ມີບັນຫາການຄ້າມະນຸດ ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດມີຊາຍແດນຕິດຈອດກັບຫຼາຍປະເທດ ເປັນເງື່ອນໄຂອໍານວຍຄວາມສະດວກໃນການເຂົ້າ-ອອກ ບວກກັບຄ່ານິຍົມຂອງສັງຄົມ, ລະດັບການສຶກສາ ແລະ ສີມືແຮງງານຍັງຈໍາກັດ, ບັນຫາຄອບຄົວບໍ່ມີຄວາມສະຫງົບ ແລະ ອື່ນໆ ຊຶ່ງເປັນປັດໄຈໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ ໂດຍສະເພາະ ແມ່ຍິງ, ເດັກນ້ອຍ ຈໍານວນບໍ່ໜ້ອຍ ຖືກຕົວະຍົວະຫຼອກລວງ, ປະລະການຮຽນ ເພື່ອຊອກວຽກເຮັດງານທໍາ, ແຕ່ງດອງແອບແຝງກັບຄົນຕ່າງປະເທດ ເພື່ອຫວັງຊອກຫາລາຍຮັບສູງ ມາແກ້ໄຂຊີວິດການເປັນຢູ່ຂອງຄອບຄົວ, ໃນ​ 5 ​ປີຜ່ານມາຄະນະຮັບຜິດຊອບຕ້ານການຄ້າມະນຸດກະຊວງສຶກສາທິການ ແລະ ກິລາ ພາຍ​ໃຕ້​ການຊີ້ນໍາ​ນຳພາຂອງຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ຄະນະພັກ, ​ຄະນະນໍາກະຊວງສຶກສາທິການ ແລະ ກິລາ ກໍໄດ້ເຄື່ອນໄຫວໂຄສະນາ ແລະ ປູກຈິດສໍານຶກໃຫ້ແກ່ຜູ້ບໍລິຫານຫານສຶກສາ ຂັ້ນແຂວງ, ຂັ້ນເມືອງ ແລະ ໂຮງຮຽນ, ພ້ອມທັງນໍາເອົາເນື້ອໃນທີ່ຈໍາເປັນຂອງວຽກງານຕ້ານການຄ້າມະນຸດເຂົ້າໃນການຮຽນ-ການສອນຊັ້ນມັດທະຍົມສຶກສາ ເພື່ອໃຫ້ຜູ້ບໍລິຫານການສຶກສາ, ພະນັກງານຄູສອນ ແລະ ນັກຮຽນ, ນັກສຶກສາ ມີຄວາມເຂົ້າໃຈ ເຫັນໄດ້ເຖິງໄພອັນຕະລາຍຈາກການຄ້າມະນຸດ ແລະ ມີສະຕິລະວັງຕົວບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ, ທັງເປັນການສະກັດກັ້ນ ແລະ ຕ້ານການຄ້າມະນຸດໃນຂະແໜງການສຶກສາ ແລະ ກິລາ, ແຕ່​ເຖິງຢ່າງ​ໃດ​ກໍຕາມ ​ເມື່ອ​ທຽບ​ໃສ່ສະພາບ ແລະ ເງື່ອນໄຂຕົວຈິງຂອງພວກເຮົາຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນວຽກງານ ໂຄສະນາ ແລະ ປູກຈິດສໍານຶກ ເພື່ອເຫັນໄດ້ເຖິງ ຜົນຮ້າຍ, ຜົນກະທົບ ແລະ ສາເຫດຂອງການຄ້າມະນຸດໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ທົ່ວເຖິງ, ເຮັດດ້ວຍຫຼາຍຮູບແບບ, ຫຼາຍວິທີ ໃນທຸກຮາກຖານການສຶກສາ​ ເພື່ອໃຫ້ຊາວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາໄດ້ຮັບຮູ້ ເຂົ້າໃຈ ແລະ ມີສະຕິລະວັງຕົວບໍ່ໃຫ້ຕົກເປັນເຫຍື່ອຈາກການຄ້າມະນຸດ ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຕ້ານການຄ້າມະນຸດຢ່າງແຂງແຮງ.

ໃນກອງປະຊຸມ, ຍັງໄດ້ປຶກສາຫາຫລືກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາກອງປະຊຸມດັ່ງກ່າວໄດ້ເປີດຂຶ້ນໃນວັນທີ 23 ມິນາ ຜ່ານມາ, ທີ່ໂຮງແຮມສິນສະໄໝ່ໂດຍການເປັນປະທານຂອງທ່ານ ນາງ ຂັນທະລີ ສີຣິພົງພັນ, ມີທ່ານ ສິລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

(ຂ່າວ-ພາບ: ສິດຕາ ເພັດວົງສາ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments