Friday, September 27, 2024
Homeຂ່າວໜ້າໜຶ່ງການນໍາກະຊວງປ້ອງກັນປະເທດ ລົງເຮັດວຽກຢູ່ກອງຮ້ອຍທະຫານຊາຍແດນ 123

ການນໍາກະຊວງປ້ອງກັນປະເທດ ລົງເຮັດວຽກຢູ່ກອງຮ້ອຍທະຫານຊາຍແດນ 123

ວັນທີ 23 ມີນາ ຜ່ານມາ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະທີມງານໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບ ຢູ່ກອງຮ້ອຍທະຫານຊາຍແດນ 123, ມີຄະນະພັກ-ຄະນະບັນຊາ ກອງຮ້ອຍ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ການລົງເຄື່ອນໄຫວຄັ້ງນີ້, ຄະພັກ-ຄະນະບັນຊາກົມກອງໄດ້ລາຍງານສະພາບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຮອບດ້ານຂອງກົມກອງໃນໄລຍະຜ່ານມາ ໂດຍສະເພາະວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ໂດຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ໂດຍສະເພາະແມ່ນໄດ້ນໍາເອົາບັນດາມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງກອງທັບ, ຂອງກົມກອງຈັດຕັ້ງໂຄສະນາເຜີຍແຜ່ໃຫ້ບັນດາພະນັກງານ-ສະມາຊິກພັກ, ນັກຮົບໄດ້ຮັບຮູ້ເຂົ້າໃຈ ແຈ້ງ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດເຮັດໃຫ້ແຕ່ລະສະຫາຍມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງພ້ອມກັນປະຕິບັດໜ້າທີ່ວິຊາສະເພາະຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ພັດທະນາຊົນນະບົດຮອບດ້ານຕາມທິດຊີ້ນໍາຂອງຂັ້ນເທິງ ເຮັດໃຫ້ກົມກອງມີຄວາມສະຫງົບ ປອດໄພໂດຍພື້ນຖານ.

ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ເນັ້ນໜັກໃຫ້ຄະນະນໍາກອງຮ້ອຍທະຫານຊາຍແດນ 123 ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບ ຢູ່ໃນກົມກອງໄດ້ຮັບຮູ້ ເຊື່ອມຊຶມ, ເຂົ້າໃຈ, ກຳແໜ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາຂໍ້ກໍານົດກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ, ເປັນເຈົ້າການເພີ່ມທະວີວຽກງານປະຈໍາການກຽມພ້ອມສູ້ຮົບ 3 ຂັ້ນໃຫ້ເປັນປົກກະຕິ, ພ້ອມກັນປົກປັກຮັກສາ ແລະ ບົວລະບັດຜັດເຊັດວັດຖຸເຄື່ອງຂອງ ພາຫະນະ ຮັບໃຊ້ດ້ານອາວຸດຍຸດໂທປະກອນຕ່າງໆຂອງກົມກອງໃຫ້ນຳໃຊ້ໄດ້ຍາວນານ, ມີແບບແຜນເຮັດວຽກທີ່ທັນສະໄໝ, ເພີ່ມທະວີການພົວພັນຮ່ວມມືຄວາມສາມັກຄີພາຍໃນ ແລະ ສາກົນ, ເພີ່ມທະວີແກ້ໄຂຊີວິດການເປັນຢູ່ຕາມທິດຂອງກົມໃຫຍ່ພະລາທິການກອງທັບວາງອອກ, ສ້າງທ່າແຮງບົ່ມຊ້ອນໃຫ້ກົມກອງເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົວເອງ ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດດຽວກັນນີ້, ກໍໄດ້ມອບເຄື່ອງບໍລິໂພກໃຫ້ກອງຮ້ອຍທະຫານຊາຍແດນ 123 ຈໍານວນໜຶ່ງອີກດ້ວຍ.

(ຂ່າວ-ພາບ: ພາກ ສຸທິປັນຍາ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments