Wednesday, September 25, 2024
Homeຂ່າວໜ້າໜຶ່ງຫາລືໜ້າວຽກຮີບດ່ວນເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນໃນປີ 2024

ຫາລືໜ້າວຽກຮີບດ່ວນເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນໃນປີ 2024

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານ ຜູ້ປະຈໍາການຄະນະກຳມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານດຳເນີນກອງປະຊຸມປຶກສາຫາລືໜ້າວຽກຮີບດ່ວນ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ໄດ້ຈັດຂຶ້ນໃນວັນທີ 23 ມີນານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍມີບັນດາ ທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະກົມ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງຂະແໜງການຕ່າງໆ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ແມ່ນເພື່ອສືບຕໍ່ຜັນຂະຫຍາຍ ທິດຊີ້ນຳຂອງກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປລາວ ໃນປີ 2024 ຊຶ່ງຈັດຂຶ້ນໃນວັນທີ 9 ກຸມພາ 2023 ຜ່ານມາ ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງໃນນີິ້ກອງປະຊຸມໄດ້ຮັບຊາບລາຍງານຄວາມຄືບໜ້າໃນການກະກຽມດ້ານຕ່າງໆ ເຊັ່ນ: ການກໍານົດຄໍາຂວັນປະທານອາຊຽນ, ການອອກແບບໂລໂກປະທານ, ການສ້າງວິດີໂອສັ້ນສໍາລັບໄປຮັບປະທານອາຊຽນ, ບຸລິມະສິດສໍາລັບການເປັນປະທານອາຊຽນ ສໍາລັບສາມເສົາຄໍ້າປະຊາຄົມອາຊຽນ (ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງຄົມ), ການຂຶ້ນແຜນບັນຊີໂຮງແຮມ ແລະ ກຳນົດສະຖານທີ່ພັກໃຫ້ບັນດາປະມຸກລັດ/ຫົວໜ້າລັດຖະບານ ແລະ ບັນດາຜູ້ແທນ ຫຼື ນັກຂ່າວ, ການກະກຽມຄວາມພ້ອມສະຖານທີ່ຫ້ອງປະຊຸມ, ຄວາມພ້ອມພາຫະນະທີ່ຈະຮັບໃຊ້ປະມຸກລັດ/ຫົວໜ້າລັດຖະບານ, ລັດຖະມົນຕີ ຕ່າງປະເທດ ແລະ ເຈົ້າໜ້າທີ່ອາວຸໂສ, ລະບົບສື່ສານ ແລະ ອິນເຕີເນັດ, ພະນັກງານປະສານງານ (LO) ແລະ ພະນັກງານອາສາສະໝັກ (VO), ພະນັກງານໃກ້ຊິດ, ແຜນງົບປະມານ, ວຽກງານການຊ່ວຍເຫຼືອ ແລະ ວຽກອື່ນໆທີ່ກ່ຽວຂ້ອງ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ບັນດາອະນຸກຳມະການກ່ຽວຂ້ອງ ໃຫ້ສືບຕໍ່ດຳເນີນການກະກຽມບັນດາວຽກທີ່ມີຄວາມຈຳເປັນຮີບດ່ວນ ໂດຍສະເພາະແມ່ນການກຳນົດຄຳຂວັນ, ໂລໂກ້ ແລະ ບຸລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ການເກັບກຳບັນຊີບັນດາໂຮງແຮມສຳລັບຄະນະຜູ້ແທນທີ່ຈະມາພັກເຊົາໃນໄລຍະເຂົ້າຮ່ວມກອງປະຊຸມ, ສະຖານທີ່ປະຊຸມ, ການກະກຽມຍານພາຫະນະ ແລະ ອື່ນໆ ເພື່ອລາຍງານຄວາມຄືບໜ້າໃຫ້ກອງປະຊຸມຄັ້ງຕໍ່ໄປຊາບ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments