Tuesday, September 24, 2024
Homeຂ່າວຕ່າງປະເທດຫຼາຍປະເທດໃນທົ່ວໂລກມີອຸນຫະພູມສູງຂຶ້ນ ແລະ ເກີດໄພແຫ້ງແລ້ງຜິດປົກກະຕິ

ຫຼາຍປະເທດໃນທົ່ວໂລກມີອຸນຫະພູມສູງຂຶ້ນ ແລະ ເກີດໄພແຫ້ງແລ້ງຜິດປົກກະຕິ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້, ຫຼາຍປະເທດໃນທົ່ວໂລກໄດ້ມີອຸນຫະພູມສູງຂຶ້ນ ແລະ ເກີດໄພແຫ້ງແລ້ງຜິດປົກກະຕິ ເຮັດໃຫ້ມວນຊົນມີຄວາມກັງວົນຕໍ່ການນຳໃຊ້ນ້ຳເຂົ້າໃນຊີວິດປະຈຳວັນ. ເມື່ອຕົ້ນອາທິດຜ່ານມາ, ຄະນະກຳມາທິການສະຫະພາບເອີຣົບໄດ້ເຜີຍແຜ່ບົດລາຍງານໂດຍລະບຸວ່າ: ຍ້ອນວ່າລະດູໜາວທີ່ຫາກໍຜ່ານໄປນັ້ນມີອາກາດແຫ້ງ ແລະ ອົບອຸ່ນເປັນພິເສດ, ປະລິມານນ້ຳຝົນ ແລະ ຫິມະໜ້ອຍຫຼາຍ. ດັ່ງນັ້ນ, ຝຣັ່ງ, ແອັສປາຍ ແລະ ອີຕາລີ ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ. ໃນໄລຍະຕໍ່ໜ້ານີ້, ປະເທດຈຳນວນໜຶ່ງໃນທະວີບເອີຣົບອາດຈະຂາດແຄນຊັບພະຍາກອນນ້ຳເປັນຈຳນວນຫຼາຍ. ພ້ອມກັນນັ້ນ, ປະເທດອົສຕຣາລີ ນັບແຕ່ຕົ້ນເດືອນມີນານີ້ເປັນຕົ້ນໄປ, ອຸນຫະພູມສະເລ່ຍສູງສຸດຢູ່ນະຄອນຊິດນີແມ່ນສູງເຖິງ 29,1 ອົງສາ. ສື່ມວນຊົນທ້ອງຖິ່ນລາຍງານວ່າ ໂດຍອີງຕາມທ່າອ່ຽງແບບນີ້, ເດືອນມີນາປີນີ້ຈະກາຍເປັນເດືອນມີນາທີ່ມີອາກາດຮ້ອນທີ່ສຸດໃນຮອບ 165 ປີ ນັບແຕ່ອົສຕຣາລີເລີ່ມມີການບັນທຶກຂໍ້ມູນໃນປະຫວັດສາດເປັນຕົ້ນມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments