Tuesday, September 24, 2024
Homeຂ່າວພາຍໃນແຂວງຈໍາປາສັກ ຈັດພິທີໂຮມຊຸມນຸມ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ

ແຂວງຈໍາປາສັກ ຈັດພິທີໂຮມຊຸມນຸມ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ

ໃນຕອນເຊົ້າຂອງວັນທີ 22 ມີນາ 2023 ນີ້ ແຂວງຈໍາປາສັກ ໄດ້ຈັດພິທີໂຮມຊຸມນຸມ ລະນຶກ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຂື້ນຢູ່ທີ່ສະໂມສອນຫຼັກ 4 ຂອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັັັັັັັັກ ເຂົ້າ ຮ່ວມມີບັນດາສະຫາຍຮອງເລຂາພັກແຂວງ,ຄະນະປະຈຳພັກແຂວງ,ກຳ ມະການພັກແຂວງ,ຫົວໜ້າພະແນກການກົມກອງອອມຂ້າງແຂວງ, ຂົງເຂດກໍາລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຄະນະນໍາຈາກຂົງເຂດການເມືອງ,ນິຕິ ບັນຍັດ-ຕຸລາການ, ເສດຖະກິດ ແລະ ຂົງເຂດວັດທະນະທໍາ-ສັງຄົມ ເຂົ້າຮ່ວມ 300 ກວ່າສະຫາຍ.

ໃນພິທີອັນສະຫງ່າລາສີ ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັັັັັັັັກ ໄດ້ກ່າວປາໄສຕໍ່ທີ່ໂຮມຊຸມນຸມ ໂດຍ ກ່າວວ່າ: ມື້ນີ້, ອົງຄະນະພັກ, ອົງການປົກຄອງທຸກຂັ້ນ ຕະຫລອດພໍ່ແມ່ປະຊາຊົນຊາວແຂວງຈໍາປາສັກ ສຸດທີ່ມີຄວາມເບີກບານມ່ວນຊື່ນ ໄດ້ພ້ອມ ກັນຈັດພິທີໂຮມຊຸມສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ (ວັນທີ 22 ມີນາ 1955-22 ມີນາ 2023) ດ້ວຍຄວາມເອກອ້າງທະນົງໃຈ ຕໍ່ການນຳພາຂອງພັກປະຊາຊົນປະຕິວັດລາວ ກໍຄື ຕໍ່ອານາຄົດອັນສະຫ່ວາງສະໄຫວຂອງປະເທດຊາດ.

ໃນໂອກາດອັນມີຄວາມໝາຍຄວາມສໍາຄັນ ແຫ່ງປະຫວັດສາດນີ້ ຕ່າງໜ້າອົງຄະ ນະພັກ, ອົງການປົກຄອງແຂວງ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ອວຍພອນໄຊອັນປະເສີດມາຍັງບັນດາທ່ານອາດິດການນໍາຂອງແຂວງ, ພະນັກງານປະຕິວັດອາວຸດໂສ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າຊາວແຂວງຈໍາປາສັກທຸກຖ້ວນໜ້າ ທີ່ໄດ້ເຊີດຊູນ້ຳໃຈແຫ່ງຄວາມສະມັກຄີເປັນປຶກແຜ່ນ ພາຍໃຕ້ການນຳພາຂອງອົງຄະນະພັກແຂວງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາແຂວງຈຳປາສັກ ໃນຕະຫຼອດໄລຍະທີ່ຜ່ານມາ, ເຮັດໃຫ້ແຂວງຂອງພວກເຮົາສືບຕໍ່ມີຄວາມສະຫງົບດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ກ້າວຂື້ນຢ່າງບໍ່ຢຸດຢັ້ງ.

ຕະຫລອດໄລຍະເກືອບ 1 ສັດຕະວັດ ແຫ່ງການຕໍ່ສູ້ອັນພິລາດອາດຫານ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ, ແບບໃໝ່ຢ່າງດຸເດືອດຂ້ຽວຂາດ, ສັບສົນ ແລະ ຫຍຸ້ງຍາກລໍາບາກທີ່ສຸດ ແຕ່ເປັນໄລຍະອັນສະຫງ່າອົງອາດ ແລະ ມີໄຊຍິ່ງໃຫຍ່ກວາໜູ່ໝົດໃນປະຫວັດສາດຂອງຊາດລາວເຮົາ; ພວກເຮົາລະນຶກເຖິງຜູ້ນໍາພາສ້າງຕັ້ງພັກ, ນໍາພາສ້າງຕັ້ງກອງທັບປະຊາຊົນລາວ, ນໍາພາຕໍ່ສູ້ປະຕິວັດຊາດ ປະຊາທິ ປະໄຕ, ນໍາພາສ້າງຕັ້ງລະບອບປະຊາທິ ປະໄຕປະຊາຊົນລາວ, ນໍາພາພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫລັກການຂອງພັກ, ພ້ອມນັ້ນ ກໍສະແດງຄວາມຮູ້ບຸນຄຸນຈົດຈໍາລໍາລຶກ, ຕໍ່ວິລະກໍາອັນລໍາເລີດ, ຄຸນງາມຄວາມດີ ແລະ ຄວາມເສຍສະຫລະອັນໃຫຍ່ຫລວງຂອງບັນດາຜູ້ນໍາແຕ່ລະຮຸ່ນນັກຮົບປະຕິວັດຜູ້ຮັກຊາດ ປະຊາຊົນບັນດາເຜົ່າຜູ້ທີ່ອຸທິດຊີວິດ, ເລືອດເນື້ອເຫືອແຮງ, ສະຕິປັນຍາ ເສຍສະຫລະຄວາມສຸກສ່ວນຕົວ ເພື່ອພາລະ ກິດຕໍ່ສູ້ກູ້ຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນພິທີອັນມີຄວາມໝາຍຄວາມສໍາຄັນທາງປະຫວັດສາດນີ້ ພວກເຮົາ ຂໍສະແດງຄວາມອາໄລຮັກຢ່າງສຸດຊື້ງເຖິງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ປີຊາສາມາດ ແລະ ສະຫລາດສ່ອງໃສ, ຜູ້ນໍາພາສ້າງຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ນໍາພາກໍ່ຕັ້ງກອງທັບປະຊາຊົນປະຕິວັດລາວ, ຜູ້ນໍາພາສ້າງຕັ້ງແຫ່ງລັດ ປະຊາທິປະໄຕ ປະຊາຊົນລາວ, ຜູ້ນໍາພາພາລະກິດປ່ຽນແປງໃໝ່ຢ່າງມີຫລັກຂອງພັກ, ພວກເຮົາຈົດຈໍາຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ ຫລວງຂອງທ່ານ ແລະ ບັນດາຜູ້ນໍາພັກ- ລັດ, ພະນັກງານ, ສະມາຊິກພັກ, ນັກຮົບປະຕິວັດ, ປະຊາຊົນບັນດາເຜົ່າ ຜູ້ທີ່ເສຍສະຫລະ ເພື່ອຊາດ ເພື່ອອຸດົມການຂອງຊາດລາວເຮົາ ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ: ພັກປະຊາຊົນປະຕິວັດລາວ ແມ່ນອົງການຈັດຕັ້ງເສນາທິການທາງ ການເມືອງ, ເປັນກອງນໍາຫນ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ; ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດໃຫມ່ໃຫ້ແກ່ປະເທດຊາດ.

ບົດປາໄສເຈົ້າແຂວງຈຳປາສັກ ຍັງທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 68 ປີ ຜ່ານມາ ແລະ ລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫຼະເພື່ອປະເທດຊາດ ຄົບຮອບ 77 ປີ, ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ ຂອງພັກເຮົາ ເຂົ້າໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃຫ້ສໍາເລັດຜົນ, ເພື່ອສ້າງຄວາມຮັບຮູ້ຢ່າງເລກເຊິ່ງ ເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດຫຼັກແຫຼມ ຂອງພັກເຮົາໃນການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍຄືການນຳພາປະຕິບັດ 2 ໜ້າທີ່ຍຸດທະສາດ ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ.

ຂ່າວ ພາບ:ເກດສະໜາ ແກ້ວສຸວັນນະແສງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments