Tuesday, September 24, 2024
Homeຂ່າວໜ້າໜຶ່ງທົບທວນຄືນຄວາມຄືບໜ້າ ການປະຕິບັດຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ

ທົບທວນຄືນຄວາມຄືບໜ້າ ການປະຕິບັດຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ

ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຈັດກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ອົງການສະຫະປະຊາຊາດ ກ່ຽວກັບການຈັດຕັ້ງປະຕິບັດຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026 ໃນວັນທີ 21 ມີນາ 2023 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດາວວີ ວົງໄຊ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກະຊວງ ເເລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ເເລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ.

ກອງປະຊຸມ, ໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026 ຫລື UNSDCF 2022-2026 ໂດຍສະເພາະການພິຈາລະນາບົດລາຍງານ ຜົນການຈັດຕັ້ງປະຕິບັດຂອບການຮ່ວມມືດັ່ງກ່າວ ປະຈຳປີ 2022 ແລະ ແຜນວຽກບູລິມະສິດຮ່ວມ ສຳລັບປີ 2023 ພາຍໃຕ້ 4 ຄາດໝາຍຫລັກຄື: ຊີວິດການເປັນຢູ່ທີດີ; ຄວາມຈະເລີນຮຸ່ງເຮືອງທີ່ທົ່ວເຖິງ; ການປົກຄອງ ແລະ ການບໍລິຫານລັດດ້ວຍກົດໝາຍ; ສິ່ງເເວດລ້ອມ, ການປ່ຽນເເປງດິນຟ້າອາກາດ ເເລະ ການສ້າງຄວາມທົນທານ. ພ້ອມທັງປຶກສາຫາລືກ່ຽວກັບ ຂະບວນການກະກຽມຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.

ໃນກອງປະຊຸມ, ທ່ານ ດາວວີ ວົງໄຊ ໄດ້ຢໍ້າຄືນຄວາມສໍາຄັນຂອງຂອບການຮ່ວມມື ລະ ຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ອົງການ ສປຊ ໂດຍສະເພາະບົດບາດຂອງທີມງານ ອົງ ການ ສປຊ ໃນຖານະເປັນຄູ່ຮ່ວມຫລັກ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອດ້ານເຕັກນິກ ເເລະ ລະດົມທຶນຮອນເຂົ້າໃນການຈັດຕັ້ງປະຕິບັດເເຜນງານ ເເລະ ໂຄງການຮ່ວມກັບລັດຖະບານໃນຫລາຍຂະເເໜງການບູລິມະສິດ ເເນໃສ່ປະກອບສ່ວນເຂົ້າໃນການບັນລຸບັນດາຄາດໝາຍ ເເລະ ເປົ້າໝາຍຂອງເເຜນພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ ກໍຄື ຄວາມພະຍາຍາມໃນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ເເລະ ບັນລຸເປົ້າໝາຍການພັດ ທະນາເເບບຍືນຍົງໃນອະນາຄົດ. ພ້ອມນີ້, ທ່ານ ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນ ທີ່ແຕ່ລະຂະແໜງການຕ້ອງສືບຕໍ່ເພີ່ມທະວີຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບໃນການຄົ້ນຄວ້າປະກອບຄໍາເຫັນຕໍ່ບົດລາຍງານ, ນໍາສະເໜີເເຜນວຽກ ເເລະ ກິດຈະກໍາໃນຂອບການຮ່ວມມື ສຳລັບປີ 2023.

ຂອບວຽກການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ໄດ້ຖືກຮັບ ຮອງເອົາໃນທ້າຍປີ 2021 ເພື່ອສະໜັບສະໜູນການປະຕິບັດບູລິມະສິດ ແລະ ຍຸດທະສາດການພັດທະນາຂອງ ສປປ ລາວ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025, ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການ ສປຊ ແລະ ການກະກຽມຄວາມພ້ອມ ເພື່ອຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍ ພັດທະນາຂອງ ສປປ ລາວ ໃນປີ 2026.

ຜົນຂອງກອງປະຊຸມໃນຄັ້ງນີ້, ຈະຖືກນໍາໄປລາຍງານຕໍໍ່ ກອງປະຊຸມລະດັບສູງຂອງຄະນະກໍາມະການຊີ້ນໍາຮ່ວມ ການຈັດຕັ້ງປະຕິບັດຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນພຶດສະພາ ທີ່ຈະມາເຖິງນີ້.

ຂ່າວ-ພາບ: ກຕທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments