Monday, September 23, 2024
Homeຂ່າວພາຍໃນການເສຍຊີວິດຂອງແມ່ ໃນໄລຍະເກີດລູກ ຢູ່ ສປປ ລາວ ຫລຸດລົງ 78,7%

ການເສຍຊີວິດຂອງແມ່ ໃນໄລຍະເກີດລູກ ຢູ່ ສປປ ລາວ ຫລຸດລົງ 78,7%

ຕາມບົດລາຍງານຂອງອົງການສະຫະປະຊາຊາດ ສະບັບຫລ້າສຸດ ໃຫ້ຮູ້ວ່າ: ຈາກປີ 2000-2020 ຕົວເລກການເສຍຊີວິດຂອງແມ່ຍິງ ໃນລະຫວ່າງການເກີດລູກ ຢູ່ ສປປ ລາວ ໄດ້ຫລຸດລົງເຖິງ 78,7% ເຊິ່ງເປັນໜຶ່ງໃນປະເທດທີ່ມີອັດຕາການຫລຸດລົງທີ່ໄວທີ່ສຸດໃນໂລກ. ໃນຂະນະທີ່ ໃນບົດລາຍງານ ໄດ້ຄາດຄະເນຕົວເລກການເສຍຊີວິດຂອງແມ່ ຫລຸດລົງຈາກ 579 ຄົນ ຕໍ່ການເກີດ 100.000 ຄັ້ງ ໃນປີ 2000, ລົງມາຢູ່ທີ່ 126 ຄົນ ໃນປີ 2020.

ທ່ານ ນາງ ດຣ ຍິງ-ຣູ ແຈັກກະລິນ ໂລ ຜູ້ຕາງໜ້າອົງການ ອະນາໄມໂລກ (WHO) ໄດ້ກ່າວວ່າ: ຊີວິດຂອງແມ່ທຸກຊີວິດ ລ້ວນແລ້ວແຕ່ມີຄວາມສໍາຄັນ, ຄວາມຄືບໜ້າໃນການຊ່ວຍຮັກສາຊີວິດນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ການລົງທຶນຂອງພາກລັດຖະບານ ແລະ ບັນດາຄູ່ຮ່ວມພັດ ທະນາ ທີ່ໄດ້ເອົາໃຈໃສ່ມາເປັນເວລາຫລາຍປີ ອັນນຳມາເຊິ່ງການບໍລິການດ້ານສຸຂະພາບທີ່ດີຂຶ້ນ, ສະ ຖານທີ່ບໍລິການທີ່ມີຄວາມພ້ອມ ແລະ ພະນັກງານເເພດໝໍ ທີ່ມີທັກສະຊໍານານຂຶ້ນ, ເຊິ່ງທັງໝົດນີ້ເຮັດໃຫ້ແມ່ຍິງເຂົ້າມາໃຊ້ບໍລິການຫລາຍຂຶ້ນ. ສິ່ງສໍາຄັນ ແມ່ນການນໍາພາ-ຊີ້ນຳທີ່ເຂັ້ມແຂງຂອງຂັ້ນເທິງ ທີ່ຍາມໃດກໍຖືສຳຄັນວຽກງານດັ່ງກ່າວ ໂດຍມີການການປະສານງານທີ່ມີປະສິດທິພາບ ຂອງຄະນະກໍາມະການແຫ່ງຊາດ ສໍາລັບຍຸດທະສາດສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ທີ່ທາງອົງການອະນາໄມໂລກ ມີຄວາມພູມໃຈ ທີ່ໄດ້ໃຫ້ການສະໜັບສະໜູນ. ເຖິງແນວ ໃດກໍຕາມ, ເມື່ອເວົ້າເຖິງການສູນເສຍຊີວິດແລ້ວ ໜຶ່ງຊີວິດ ຍັງຖືວ່າເປັນການສູນເສຍທີ່ຫລາຍເກີນໄປ ແລະ ຍັງມີສິ່ງທ້າທາຍຫລາຍຢ່າງທີ່ພວກເຮົາຜະເຊີນ ໃນໄລຍະການຟື້ນຕົວຈາກຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19. ສະນັ້ນ, ຕອນນີ້ ຍິ່ງມີຄວາມສຳຄັນຫລາຍຂຶ້ນ ທີ່ພວກເຮົາຈະຕ້ອງສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຍັງເປັນຊ່ອງຫວ່າງ ຕື່ມອີກ.

ນອກນີ້, ສປປ ລາວ ຍັງສາມາດບັນລຸການຍົກລະດັບຄຸນນະພາບ ດ້ານການບໍລິການເບິ່ງແຍງສຸຂະພາບໄລຍະຖືພາ, ໄລຍະເກີດລູກ, ເດັກເກີດໃໝ່ ແລະ ການເບິ່ງແຍງເດັກ ທີ່ກວມເອົາທັງໂພຊະນາການໃຫ້ດີຂຶ້ນ; ການສຸມໃສ່ວຽກງານຜະດຸງຄັນ ທີ່ມີສ່ວນຊ່ວຍສະໜອງການເບິ່ງແຍງສຸຂະພາບຈະເລີນພັນ ແລະ ສຸຂະພາບແມ່ ຫລາຍກວ່າ 80% ກໍໄດ້ຮັບໝາກຜົນທີ່ດີ.

ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະ ຈຳລາວ ໄດ້ກ່າວວ່າ: ຜົນສຳເລັດຂອງ ສປປ ລາວ ເປັນຂີດໝາຍອັນສໍາຄັນໃນການບັນລຸເປົ້າໝາຍຫລຸດອັດຕາການເສຍຊີວິດຂອງແມ່ ທີ່ສາມາດປ້ອງກັນໄດ້ໃຫ້ເຫລືອ 0 ໃນປີ 2030. ແຕ່ພວກເຮົາຕ້ອງມີຄວາມລະມັດລະວັງ ເນື່ອງຈາກວ່າ ພວກເຮົາຍັງບໍ່ທັນສາມາດວັດແທກຜົນກະທົບຂອງການລະບາດພະ ຍາດໂຄວິດ-19 ຕໍ່ກັບສຸຂະພາບຂອງແມ່ໄດ້ຢ່າງແນ່ນອນເທື່ອ. ໃນຂະນະນີ້, ທົ່ວໂລກພວມຜະເຊີນກັບຄວາມທ້າທາຍໃນການຮັບປະກັນສືບຕໍ່ວຽກງານການວາງແຜນຄອບຄົວ ແລະ ການບໍລິການເກີດລູກທີ່ປອດໄພ, ສົ່ງຜົນໃຫ້ຍັງເກີດມີການເພີ່ມຂຶ້ນຂອງອັດຕາການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່. ສະນັ້ນ, ເຮົາຈຶ່ງຈຳເປັນຕ້ອງໄດ້ສືບຕໍ່ສຸມໃສ່ວຽກງານດັ່ງກ່າວ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ແລະ ຍັງ ຈໍາເປັນຕ້ອງຮ່ວມແຮງກັນ ເພື່ອຍົກລະດັບຄຸນນະພາບການບໍລິການສຸຂະພາບ ສໍາລັບແມ່ຍິງຖືພາທຸກຄົນ ແລະ ຮັບປະກັນວ່າ ພວກເຮົາໄດ້ຊ່ວຍເຫລືອຜູ້ທີ່ມີຄວາມຫຍຸ້ງຍາກ ໃນການເຂົ້າເຖິງບໍລິການສຸຂະ ພາບ ແລະ ຜູ້ທີ່ບໍ່ສາມາດແບກຮັບພາລະຄ່າໃຊ້ຈ່າຍຕ່າງໆ ກໍຄື ບັນດາຜູ້ທີ່ດ້ອຍໂອກາດ. ນອກຈາກນີ້, ການເພີ່ມທະວີການມີສ່ວນຮ່ວມຂອງຊຸມຊົນ ໂດຍລັດຖະບານ ແລະ ຄູ່ຮ່ວມພັດທະນາ ກໍຖືວ່າມີບົດບາດສໍາຄັນ ໃນການສ້າງຄວາມໄວ້ວາງໃຈໃນລະບົບສາທາລະນະສຸກ ຂອງປະຊາຊົນບັນດາເຜົ່າ ເປັນ ຕົ້ນ ຮັບປະກັນໃຫ້ແມ່ຍິງຮູ້ສຶກໝັ້ນໃຈ ແລະ ເປັນກັນເອງ ແລະ ໃນການອຳນວຍຄວາມສະດວກໃຫ້ແມ່ຍິງສາມາດເຂົ້າເຖິງການບໍລິການໃນໄລຍະຖືພາ ແລະ ການເກີດລູກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments