Monday, September 23, 2024
Homeຂ່າວໜ້າໜຶ່ງໂຈະການນຳເຂົ້າ-ສົ່ງຜ່ານໝູ-ຜະລິດຕະພັນໝູ ຈາກປະເທດທີ່ມີການລະບາດພະຍາດອະຫິວາໝູ ອາຟຣິກາ

ໂຈະການນຳເຂົ້າ-ສົ່ງຜ່ານໝູ-ຜະລິດຕະພັນໝູ ຈາກປະເທດທີ່ມີການລະບາດພະຍາດອະຫິວາໝູ ອາຟຣິກາ

ກົມລ້ຽງສັດ ແລະ ການປະສົງ ກະຊວງກະສິກຳແລະ ປ່າໄມ້ ອອກແຈ້ງການສະບັບເລກທີ 0697/ກລປ, ລົງວັນທີ 17 ມີນາ 2023 ວ່າດ້ວຍ ແຈ້ງການໂຈະອະນຸຍາດນຳເຂົ້າ, ສົ່ງຜ່ານໝູມີຊິວິດ ແລະ ຜະລິດຕະພັນໝູ ຈາກ ສສ ຫວຽດນາມ ແລະ ປະເທດທີ່ມີການບະບາດຂອງເຊື້ອພະຍາດອະຫິວາໝູ ອາຟຣິກາ. ໂດຍອີງໃສ່ແຈ້ງການຂອງອົງການສຸຂະພາບສັດສາກົນ(OIE) ແລະ ບົດລາຍງານກ່ຽວກັບການລະບາດຂອງພະຍາດ ອະຫິວາໝູ່ອາຟຣິກາ (African swine fever) ຂອງອົງການອາຫານ ແລະ ການກະເສດ(FAO) ຄັ້ງວັນທີ 16 ມີນາ 2023 ແຈ້ງໃຫ້ຮູ້ວ່າ: ປັດຈຸບັນ ໄດ້ມີການລະບາດຂອງພະຍາດອະຫິວາໝູ່ອາຟຣິກາ ຢູ່ຫລາຍປະເທດ ໂດຍສະເພາະແມ່ນມີການລະບາດ ຢູ່ ສສ ຫວຽດນາມ ແລະ ຣາຊະອານາຈັກໄທ.

ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການລະບາດບໍ່ໃຫ້ແຜ່ລາມເຂົ້າມາສູ່ ສປປ ລາວ ເຮົາ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີການອອກແຈ້ງການໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູ ຈາກ ຣາຊະອານາຈັກໄທ, ສະບັບເລກທີ 1314/ກປ, ລົງວັນທີ 30 ມັງກອນ 2023 ເພື່ອເປັນການສືບຕໍ່ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ ຈາກພື້ນທີ່ ທີ່ມີການລະບາດເພີ່ມເຕີມ ບໍ່ໃຫ້ເຂົ້າມາແພ່ລະບາດ ຢູ່ ສປປ ລາວ, ກົມລ້ຽງສັດ ແລະ ການປະ ມົງ ຂໍແຈ້ງເພີ່ມເຕີມມາຍັງຂະແໜງລ້ຽງສັດ ແລະ ການປະມົງທົ່ວປະເທດ ເອົາໃຈໃສ່ດັ່ງນີ້: ໃຫ້ຂະແໜງ ລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫລວງວຽງຈັນ ໃນຂອບເຂດທົ່ວປະເທດໂຈະການອະນຸຍາດ ນຳເຂົ້າ ແລະ ສົ່ງຜ່ານ ໝູມີຊີວິດ ແລະ ຜະລິດຕະພັນໝູ ທຸກຊະນິດ ລວມທັງ ຜະລິດຕະພັນໝູ ປຸງແຕ່ງເບື້ອງຕົ້ນ ຈາກ ສສ ຫວຽດນາມ ແລະ ປະເທດ ທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ເຂົ້າມາ ຫລື ສົ່ງຜ່ານ ສປປ ລາວ; ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫລວງວຽງຈັນ ໃນຂອບເຂດທົ່ວປະເທດຊີ້ນຳ ສັດຕະວະແພດປະຈຳດ່ານຊາຍແດນສາກົນ, ສະໜາມບິນສາກົນ, ດ່ານທ່າບົກທ່ານາແລ້ງ, ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ເພີ່ມທະວີຕິດຕາມ ແລະ ກວດກາ ການນຳເຂົ້າ ຫລື ສົ່ງຜ່ານ ໝູມີຊີວິດ, ຜະລິດຕະພັນໝູ ທຸກຊະນິດ ລວມທັງຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກສສ ຫວຽດນາມ ຫລື ຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູ່ອາຟຣິກາ ເຂົ້າມາ ສປປ ລາວ, ໃນກໍລະນີກວດພົບເຫັນໃຫ້ຍຶດ ແລະ ດຳເນີນການຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ໃນກໍລະນີ ມີເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ພົບເຫັນຜູ້ລະເມີດ ຫລື ກະທຳຜິດ ທີ່ຍັງມີການນຳເອົາໝູ່ມີຊີວິດ ແລະ ຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກ ສສ ຫວຽດນາມ ຫລື ຜ່ານ ສສ ຫວຽດນາມ ເຂົ້າມາດ່ານຕ້ອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະຕິບັດວິໄນ ແລະ ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການ, ພ້ອມທັງ ລາຍງານໃຫ້ພະແນກກະສິກຳ ແລະ ປ່າໄມ້, ແຂວງ ຫລື ນະຄອນຫລວງວຽງຈັນ ທີ່ກ່ຽວຂ້ອງ ແລະ ກົມລ້ຽງສັດ ແລະ ການປະມົງຮັບຊາບ ໂດຍດ່ວນ.

ສໍາລັບ ຂອງກາງທີ່ກວດຍຶດໄດ້ຈາກການລັກລອບນໍາເຂົ້າ ຫລື ສົ່ງຜ່ານ ໃຫ້ນຳໄປທຳລາຍຖິ້ມດ້ວຍການເຜົາ ຫລື ຝັງ ຕາມຫລັກວິຊາການ. ສ່ວນຜູ້ທີ່ລະເມີດໃຫ້ເຮັດບົດບັນທຶກກ່າວເຕືອນ, ປັບໃໝ ຫລື ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການ; ໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫລວງວຽງຈັນ ໃນຂອບເຂດທົ່ວປະເທດ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອອກຄຳແນະນຳດ້ານເຕັກນິກວິຊາການ ເພື່ອຜັນຂະຫຍາຍແຈ້ງການສະບັບນີ້ ເປັນອັນລະອຽດ ພ້ອມທັງ ເພີ່ມທະວີເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກາ ຢູ່ແຕ່ລະທ້ອງຖິ່ນໃຫ້ເຂັ້ມງວດ; ກໍລະນີພົບເຫັນ ໝູ່ເຈັບ ຫລື ຕາຍ ຍ້ອນພະຍາດດັ່ງກ່າວ ໃຫ້ນໍາໃຊ້ມາດຕະ ການທາງດ້ານເຕັກນິກ ຕາມຫລັກວິຊາການຢ່າງຮີບດ່ວນ; ມອບໃຫ້ ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ນະຄອນຫລວງວຽງຈັນ ໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ ໃຫ້ໄດ້ຮັບຜົນດີ, ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍງານການນຳກົມລ້ຽງສັດ ແລະ ການປະມົງ ເພື່ອພິຈາລະນາແກ້ໄຂໃຫ້ທັນກັບສະພາບການ.

ຂ່າວ: ວຽງສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments