Monday, September 23, 2024
Homeຂ່າວໜ້າໜຶ່ງສະເຫຼີມສະຫຼອງ ວັນສ້າງຕັ້ງ ​ຫ້ອງ​ວ່າການ​ສູນ​ກາງ​ພັກ ຄົບຮອບ 68 ປີ

ສະເຫຼີມສະຫຼອງ ວັນສ້າງຕັ້ງ ​ຫ້ອງ​ວ່າການ​ສູນ​ກາງ​ພັກ ຄົບຮອບ 68 ປີ

ໃນວັນທີ 21 ມີນານີ້, ຫ້ອງວ່າສູນກາງພັກ (ຫສພ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຫ້ອງ​ວ່າການສູນ​ກາງ​ພັກ ຄົບຮອບ 68 ປີ (24/3/1955-24/3/2023) ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ໂດຍມີ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍ ການນຳ ຫສພ, ຕະຫຼອດຮອດ ພະນັກງານ-ລັດຖະກອນ ທົ່ວ ຫສພ ແລະ ແຂກຖືກເຊີນຈາກ ບັນດາອົງການພັກ ອ້ອມຂ້າງ ຫສພ ເຂົ້າຮ່ວມ.

ໃນພິທີ ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ກ່າວຫວນຄືນ ປະຫວັດມູນເຊື້ອ ແລະ ຜົນສຳເລັດ ຂອງ ຫສພ ຕະຫຼອດໄລຍະ 68 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນຄວາມເປັນມາ, ວິລະກຳອັນລ້ຳເລີດ, ຜົນສຳເລັດອັນໃຫຍ່ຫຼວງ ແລະ ບົດຮຽນອັນອຸດົມສົມບູນ, ລະອິດລະອ້ຽວເຕັມໄປດ້ວຍສິ່ງ ທ້າທາຍທົດສອບນາໆປະການໃນແຕ່ລະໄລຍະຂອງຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ຫສພ ກໍຄືການປະຕິບັດໜ້າທີ່ ທີ່ຕິດພັນກັບວຽກງານການເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໄດ້ຍົກເອົາມູນ ເຊື້ອ ທາດແທ້ປະຕິວັດ, ບົດຮຽນຂອງຫ້ອງວ່າການສູນກາງພັກຈຳນວນໜຶ່ງ ເປັນຕົ້ນບົດບາດຄວາມສຳຄັນ ໃນການເປັນເສນາທິການໃຫ້ກັບສູນກາງພັກ, ໜ້າທີ່ຄວາມຮັບຜິດຊອບ ແລະ ຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ 68 ປີທີ່ຜ່ານມາ; ພ້ອມນັ້ນໄດ້ມີ ພິທີມອບໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນປະຈໍາປີ 2022 ຊຶ່ງປະເພດ I ມີ 123 ສະຫາຍ; ປະເພດ II ມີ 134 ສະຫາຍ; ປະເພດ III ມີ 16 ສະຫາຍ.

ໃນໂອກາດອັນມີຄວາມໝາຍສຳຄັນນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີບາງຄໍາເຫັນເນັ້ນ ໜັກ, ໃຫ້ຫ້ອງວ່າການສູນກາງພັກ ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອ ແລະ ຜົນງານ ທີ່ຍາດມາໄດ້ໃນໄລຍະຜ່ານມາ ໃຫ້ເຂົ້າສູ່ລວງເລິກ ແລະ ແຂງແຮງກວ່າເກົ່າ; ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກຳແໜ້ນແນວທາງຂອງພັກ; ລະບຽບກົດໝາຍ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມທິດກະທັດຮັດ, ມີປະສິດທິຜົນ, ກຳນົດພາລະບົດບາດ, ສິດໜ້າທີ່, ຄົ້ນຄວ້າຕຳແໜ່ງງານໃຫ້ຈະແຈ້ງ ແລະ ປະກອບພະນັກງານໃຫ້ແທດເໝາະ, ສ້າງພະນັກງານ ຫສພ ໃຫ້ເປັນມືອາຊີບ, ເປັນຜູ້ຊ່ຽວຊານຊຳນານງານແຕ່ລະດ້ານ; ກໍານົດກົນໄກ, ລະບອບລະບຽບການເຄື່ອນໄຫວວຽກງານ ໃຫ້ມີຄວາມໂລ່ງລ່ຽນ, ທັນສະໄໝ, ວ່ອງໄວ; ໃນນີ້ ຕ້ອງເພີ່ມທະວີການປະສານສົມທົບ ກັບບັນດາອົງການຂອງພັກ ເພື່ອຊ່ວຍກົມການເມືອງ, ຄະນະເລຂາທິການສູນກາງພັກ ຕິດຕາມ, ຊຸກຍູ້, ຊີ້ນໍາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິຕ່າງໆ ຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ; ເພີ່ມທະວີການນໍາພາຂອງຕົນຕໍ່ທຸກຂົງເຂດວຽກງານໃຫ້ແທດເຖິງ, ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ໃນນີ້ ຕ້ອງຫັນໃຫ້ເປັນລະບຽບການ, ເປັນຂໍ້ແຂ່ງຂັນ ເພື່ອໃຫ້ແຕ່ລະກົມ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ສູ້ຊົນປະຕິບັດ; ເພີ່ມຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳ ບັນດາອົງການຈັດຕັ້ງມະຫາຊົນຢູ່ພາຍໃນຫ້ອງວ່າການສູນກາງພັກໃຫ້ມີການເຄື່ອນໄຫວທີ່ແຂງແຮງກວ່າເກົ່າ.

(ຂ່າວ: ຫສພ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments