Sunday, September 22, 2024
Homeຂ່າວໜ້າໜຶ່ງປະທານອົງການກວດສອບແຫ່ງລັດ ຕ້ອນຮັບທູດ ແຫ່ງຣາຊະອານາຈັກໄທ

ປະທານອົງການກວດສອບແຫ່ງລັດ ຕ້ອນຮັບທູດ ແຫ່ງຣາຊະອານາຈັກໄທ

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໃນໂອກາດດຳລົງຕຳແໜ່ງເປັນເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຄົນໃໝ່ ແລະ ປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດການກວດສອບແຫ່ງລັດ ໃນວັນທີ 21 ມີນາ ຜ່ານມາ ທີ່ອົງການກວດສອບແຫ່ງລັດ.

ໃນໂອກາດດັ່ງກ່າວ, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ພ້ອມທັງໄດ້ສະແດງຄວາມຊົມເຊີຍໃນໄລຍະຜ່ານມາຕໍ່ທ່ານ ນາງ ມໍລະກົດ ສີສະຫວັດ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຫ້າວຫັນໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫຼາຍຂົງເຂດ ເປັນຕົ້ນການກໍ່ສ້າງພື້ນຖານໂຄງລ່າງ, ການຊ່ວຍເຫຼືອທາງດ້ານຊັບພະຍາກອນມະນຸດ ແລະ ການຊ່ວຍເຫຼືອທາງດ້ານການພັດທະນາໃນຫຼາຍດ້ານໃນ ສປປ ລາວ.

ໃນໂອກາດນີ້ ທ່ານ ນາງ ມໍລະກົດ ສີສະຫວັດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຕໍ່ທ່ານ ວຽງທະວີສອນ ເທບພະຈັນ ຊຶ່ງເປັນການພົບປະກັນຢ່າງເປັນທາງການຄັ້ງທຳອິດ ພ້ອມທັງເປັນການລິເລີ່ມການຮ່ວມມືທີ່ດີຂອງທັງສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 73 ປີ (19/12/1950-19/12/2023); ໂດຍເຫັນໄດ້ບົດບາດຄວາມສໍາຄັນ ຂອງວຽກງານການກວດສອບແຫ່ງລັດໃນການປະ ກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ທ່ານ ວຽງທະວີສອນ ເທບພະຈັນ ກໍໄດ້ຖືໂອກາດແຈ້ງສະພາບການພັດທະນາ ແລະ ການເຄື່ອນໄຫວວຽກງານການກວດສອບແຫ່ງລັດ ແລະ ຍຸດທະສາດການພັດທະນາວຽກງານການກວດສອບແຫ່ງລັດ ຮອດປີ 2025 ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ ໂດຍສະເພາະໃນໄລຍະທີ່ ສປປ ລາວ ກໍຄືສາກົນກໍາລັງຟື້ນຕົວຈາກຂໍ້ຈໍາກັດຂອງພະຍາດໂຄວິດ-19.

ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງລັດຖະບານ ກໍຄືສອງອົງການກວດສອບແຫ່ງລັດ ສປປ ລາວ ແລະ ສຳນັກງານກວດເງິນແຜ່ນດິນປະເທດໄທ ອົງການກວດສອບແຫ່ງລັດໄດ້ສະເໜີໃຫ້ ທ່ານ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຊ່ວຍຊຸກຍູ້ ແລະ ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ໃນຂົງເຂດວຽກງານທີ່ເຫັນວ່າມີຄວາມເປັນໄປໄດ້ ເປັນຕົ້ນສືບຕໍ່ຊຸກຍູ້ໃນການຮ່ວມມື ສອງຝ່າຍລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສຳນັກງານກວດເງິນແຫ່ງຣາຊະອານາຈັກໄທ ໃນການສ້າງຄວາມເຂັ້ມແຂງດ້ານວຽກງານວິຊາສະເພາະກວດສອບ ເປັນຕົ້ນ ການແລກປ່ຽນຄວາມຮູ້ ແລະ ການຈັດຝຶກອົບຮົມ ວຽກງານກວດສອບແຫ່ງລັດ ,ສະເໜີໃຫ້ມີໂຄງການສະໜັບສະໜູນ ຈາກກົມຄວາມຮ່ວມມືລະຫວ່າງປະເທດ ກະຊວງການຕ່າງປະເທດ (TICA) ທາງດ້ານທຶນຮອນ ແລະ ດ້ານວິຊາສະເພາະການກວດສອບ ໃນຕໍ່ໜ້າ.

(ຂ່າວ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments