Sunday, September 22, 2024
Homeຂ່າວໜ້າໜຶ່ງເສີມຂະຫຍາຍທາດແທ້ປະຕິວັດມູນເຊື້ອອັນສະຫງ່າງາມ ຂອງພັກ ປະຊາຊົນປະຕິວັດລາວ

ເສີມຂະຫຍາຍທາດແທ້ປະຕິວັດມູນເຊື້ອອັນສະຫງ່າງາມ ຂອງພັກ ປະຊາຊົນປະຕິວັດລາວ

ມື້ນີ້, ວັນທີ 22 ມີນາ 2023 ເປັນວັນທີ່ມີຄວາມໝາຍສໍາຄັນປະຫວັດສາດ ຂອງຊາດເຮົາ ອີກວັນໜຶ່ງ ນັ້ນຄື ເປັນວັນສ້າງຕັ້ງພັກປະຊາຊົນປະຕີິວັດລາວ ເຊິ່ງແມ່ນຜູ້ຈັດຕັ້ງ ແລະ ນໍາພາ ພາລະກິດປະຕິວັດຊາດ-ປະຊາທິປະໄຕ, ປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ຄົບຮອບ 68 ປີ. ເນື່ອງໃນໂອກາດ ອັນມີຄວາມໝາຍສຳຄັນຍິ່ງນີ້, ພວກເຮົາ ສຸດທີ່ອາໄລອາວອນ, ຊາບຊຶ້ງໃນບຸນຄຸນ ແລະ ລະລຶກເຖິງຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ແລະ ບັນດາຜູ້ນຳຮຸ່ນກໍ່ຕັ້ງ ທີ່ໄດ້ຈັດຕັ້ງ ແລະ ນຳພາພັກເຮົາເຕີບໃຫຍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ; ພ້ອມນີ້ ກໍ່ຂໍສະແດງຄວາມຮູ້ບຸນຄຸນ ແລະ ລະລຶກເຖິງວິລະກໍາອັນລໍ້າເລີດ, ຄວາມເສຍສະຫຼະອັນໃຫຍ່ຫຼວງ ຂອງບັນດາສະຫາຍສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວຜູ້ຮັກຊາດ ທີ່ໄດ້ອຸທິດເຫື່ອ ແຮງ, ສະຕິປັນຍາວັດຖຸຊັບສິນ, ຕະຫຼອດຮອດຊີວິດເລືອດເນື້ອ ເພື່ອພາລະກິດປະຕິວັດ, ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອອິດສະຫຼະພາບ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ.

ກ່ອນໜ້ານີ້ 68 ປີ ຄື ໃນວັນທີ 22 ມີນາ 1955, ພັກປະຊາຊົນລາວ (ເຊິ່ງປະຈຸບັນແມ່ນ ພັກປະຊາຊົນປະຕິວັດລາວ) ໄດ້ຮັບການສ້າງຕັ້ງຂຶ້ນ  ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ ນໍາໜ້າ ເພື່ອສືບທອດພາລະກິດອັນສະຫງ່າງາມຂອງພັກກອມມູນິດອິນດູຈີນ ໃນການນໍາພາຂະບວນການປະຕິວັດໂດຍກົງ ຢູ່ປະເທດເຮົາ.  ການກຳເນີດເກີດຂຶ້ນ ຂອງພັກເຮົາ  ຖືເປັນຂີດໝາຍ ແລະ ເປັນບາດລ້ຽວປະຫວັດສາດສຳຄັນຍິ່ງ ໃນວິວັດທະນາການ ຂອງຊາດລາວເຮົາ; ນັບແຕ່ນັ້ນມາ  ຂະ ບວນການຮັກຊາດ ຂອງປະຊາຊົນລາວ  ໄດ້ກ້າວຂຶ້ນສູ່ຄຸນນະພາບໃໝ່ ແຫ່ງການຕໍ່ສູ້ກູ້ຊາດ, ປົດປ່ອຍປະຊາຊົນ, ທັງເປັນການເປີດເສັ້ນທາງອັນສະຫວ່າງສະໄຫວ ແຫ່ງການນໍາພາຊາດລາວ ກ້າວໄປສູ່ຄວາມເປັນເອກະລາດ ແລະ ສ້າງສາພັດທະນາ ໄປສູ່ຄວາມວັດທະນະຖາວອນ. ເມື່ອທົບທວນຄືນເສັ້ນທາງແຫ່ງການຕໍ່ສູ້ອັນລະອິດລະອ້ຽວ ແລະ ມີໄຊສະຫງ່າງາມ ຂອງຊາດເຮົາ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ,ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນເຮົາ ມີຄວາມເອກອ້າງພາກພູມໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າ ພັກເຮົາ ສາມາດສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນອົງອາດກ້າແກ່ນ ຂອງຊາດລາວ, ຄົນລາວວິລະຊົນ ໃຫ້ກ້າວຂຶ້ນສູ່ຍອດສູງໃໝ່, ພັກ ຍາມໃດກໍ່ຈົງຮັກພັກດີຢ່າງສຸດຊຶ້ງຕໍ່ຜົນປະໂຫຍດ ຂອງຊາດ ແລະ ຂອງປະຊາຊົນ, ຍາມໃດ ກໍ່ມີຄວາມສະໜິດຕິດພັນກັບມະຫາຊົນ, ເອົາມະຫາຊົນ ເປັນກຳລັງແຮງ ອັນບໍ່ເຫືອດແຫ້ງ ຂອງພັກ, ຍາມໃດກໍ່ມີຄວາມສາມັກຄີ, ເອກະພາບເປັນປຶກແຜ່ນແໜ້ນຫນາ, ຍາມໃດ ກໍ່ເຊີດຊູຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຄິດປະດິດສ້າງ, ໄຫວພິບ ໃນການວາງແນວທາງ, ນະໂຍບາຍ ແລະ ນໍາພາຊີ້ນຳ ພາລະກິດປະຕິວັດ ຢູ່ປະເທດເຮົາ ມາໂດຍຕະຫຼອດ.

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ມີຄໍາເຫັນໄວ້ຢ່າງສັງລວມ ບາງຕອນກ່ຽວກັບທາດແທ້ ແລະ ມູນເຊື້ອປະຕິວັດ ຂອງພັກເຮົາ ວ່າ: “ດ້ວຍເຫດໃດພັກເຮົາຈຶ່ງສາມາດດໍາລົງທີ່ຕັ້ງ, ບົດບາດນໍາພາໃນທົ່ວລະບົບການເມືອງ ແລະໃນທົ່ວສັງຄົມ ຢ່າງໜັກແໜ້ນ ມາໄກຈົນເຖິງທຸກວັນນີ້,ກໍ່ຍ້ອນວ່າ ພັກເຮົາ ຍາມໃດກໍ່ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍໃນທາດແທ້ປະຕິວັດ, ມູນເຊື້ອອັນສະຫງ່າງາມ ຂອງຕົນ ນັ້ນຄື:

(1) ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍອຸດົມການສັງຄົມນິຍົມ, ບັນດາຫຼັກມູນພື້ນຖານ ຂອງການກໍ່ສ້າງພັກ ຕາມລັດທິ ມາກສ໌ເລນິນ, ແນວຄິດໄກສອນ ພົມວິຫານ ເປັນພື້ນຖານແນວຄິດ-ທິດສະດີ ຂອງພັກ; ບໍ່ຄຳພີຕາຍຕົວແຕ່ປະດິດສ້າງໃນການໝູນໃຊ້ທິດສະດີແລະບົດຮຽນດ້ານຕ່າງໆເຂົ້າກັບເງື່ອນໄຂຕົວຈິງແລະສະພາບຈຸດພິເສດ ຂອງປະເທດຊາດ; ມີການສະຫຼຸບຖອດຖອນບົດຮຽນຈາກພຶດຕິກໍາແລະ ປັບປຸງ, ບູລະນະ ແນວທາງການເມືອງ ຂອງພັກ ໃຫ້ສອດຄ່ອງກັບສະພາບການຕົວຈິງ ຂອງປະເທດຊາດໃນແຕ່ລະໄລຍະ;

(2) ເວລາໃດ ກໍ່ຍຶດໝັ້ນໃນທາດແທ້ຊົນຊັ້ນ, ຖືປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນ, ມີຄວາມຈົງຮັກພັກດີ ຕໍ່ຜົນປະໂຫຍດລວມຂອງຊາດ-ຂອງປະຊາຊົນ; ເຄື່ອນໄຫວຕິດແທດກັບປະຊາ ຊົນ, ອີງໃສ່ມະຫາຊົນ ແລະຝຶກຝົນຫຼໍ່ຫຼອມ ຜ່ານຂະບວນການປະຕິວັດ ຂອງມະຫາຊົນ ເພື່ອກໍ່ສ້າງ ແລະ ຂະຫຍາຍພັກ;

(3) ພັກເຮົາ ໄດ້ຍຶດໝັ້ນແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເວລາໃດກໍ່ຖືສໍາຄັນການເສີມສ້າງຄວາມສາມັກຄີເປັນເອກະພາບ ບົນພື້ນຖານແນວທາງ, ແຜນນະໂຍບາຍ, ກົດລະ ບຽບ ຂອງພັກ;ຖືສໍາຄັນການເສີມຂະຫຍາຍປະຊາທິປະໄຕ ໄປຄຽງຄູ່ກັບການປະຕິບັດລະບຽບວິ ໄນ ຂອງພັກກໍ່ຄືລະບອບດໍາເນີນຊີວິດການເມືອງ, ຕໍານິຕິຊົມຕົນເອງ ແລະ ຕິຊົມກັນ ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ຂອງພັກ;

(4) ເຊີດຊູລັກສະນະນຳໜ້າ ຂອງພັກ ແລະ ຄວາມເປັນແບບຢ່າງ ຂອງສະມາຊິກພັກ, ມີຄວາມເດັດຂາດ, ເຂັ້ມງວດ ໃນການກຳຈັດ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເຮັດໃຫ້ພັກເສື່ອມເສຍອິດທິພົນບົດບາດ ແລະຂາດຄວາມເຊື່ອໝັ້ນຈາກປະຊາຊົນ,ພັກ ໄດ້ເປັນເຈົ້າການປັບປຸງປ່ຽນແປງຕົນເອງ, ເອົາໃຈໃສ່ບຳລຸງສ້າງຖັນແຖວສະມາຊິກພັກໃຫ້ມີຄວາມເປັນແບບຢ່າງນຳໜ້າ, ເປັນກໍາລັງແຮງສູ້ຮົບ ໃນທຸກຂົງເຂດວຽກງານ; ຕ້ານລັດທິອາດຍາສິດ, ລັດທິເອກະຊົນ, ​ເຈົ້າໂຄດ, ອະນາທິປະໄຕ, ລັດທິສວຍ ໂອກາດ ໃນທຸກຮູບແບບ…;

(5) ພັກເຮົາ ໄດ້ສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນກໍາມາຊີບອັນຜ່ອງໃສ; ໃນການເຄື່ອນໄຫວນໍາພາ ຂອງພັກເຮົາ ເວລາໃດກໍ່ຍຶດໝັ້ນຈິດໃຈ ຊາດເອກະລາດ, ເປັນເຈົ້າຕົນເອງ,ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍກໍາລັງແຮງສັງລວມພາຍໃນຊາດ ສົມທົບກັບການຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອຈາກພາຍນອກ ຢ່າງມີຫຼັກການ; ພົວພັນຮ່ວມມື ກັບພັກປະເທດເພື່ອນມິດຍຸດທະສາດ ຢ່າງສະເໝີຕົ້ນສະເໝີປາຍ”.

ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນເຮົາ ຈົ່ງພ້ອມກັນຖະໜຸຖະໜອມ ຮັກສາ ແລະ ຫັນມູນເຊື້ອດັ່ງກ່າວໃຫ້ເປັນການກະທໍາຕົວຈິງ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ. ຕະຫຼອດໄລຍະເກືອບ 2 ປີເຄິ່ງຜ່ານມາ,  ຄະນະບໍລິຫານງານສູນກາງພັກ ໄດ້ເປັນໃຈກາງນໍາພາຊີ້ນໍາ ທົ່ວພັກ, ທົ່ວສັງຄົມ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ບົນຈິດໃຈທິດນໍາລວມ ທີ່ວ່າ: “ຍົກສູງຄວາມສາມາດນໍາພາ ຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ເຊິ່ງແມ່ນການສືບຕໍ່ເພີ່ມເຕີມເສີມຂະຫຍາຍບົດຮຽນ ແລະ ໝາກຜົນ ຂອງການປະຕິວັດ ຢູ່ປະເທດເຮົາ ພາຍໃຕ້ການນໍາພາຂອງພັກ ຕະຫຼອດໄລຍະ 60 ກວ່າປີ ກໍ່ຄື ບັນດາໜໍ່ແໜງປັດໄຈ ແລະພື້ນຖານແຫ່ງຜົນສໍາເລັດ ຂອງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫຼັກການ ຂອງພັກເຮົາ ໃນ 30 ກວ່າປີຜ່ານມາ ໃຫ້ເຂົ້າສູ່ລວງເລິກຕື່ມອີກ.

ຄະນະບໍລິຫານສູນກາງພັກ  ອັນມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດ ເປັນຜູ້ນໍາໜ້າ ໄດ້ຮ່ວມກັບບັນດາສະຫາຍຄະນະນໍາ ຂອງພັກ ແລະລັດ ເພີ່ມທະວີການນໍາພາຊີ້ນໍາ ການເຊື່ອມຊຶມ, ຜັນຂະຫຍາຍ ແລະຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ວາງອອກ ຢ່າງໃກ້ສິດ, ເປັນລະບົບຕໍ່ເນື່ອງ ແລະ ຫັນເຂົ້າສູ່ຕົວຈິງ; ກ່ອນອື່ນໝົດ ແມ່ນການເດັດດ່ຽວແກ້ໄຂລັດທິຮູບການ, ຫັນເຂົ້າສູ່ການແກ້ໄຂບັນຫາຕົວຈິງ ທີ່ເລັ່ງທວງໃນສະເພາະໜ້າ, ທັງສ້າງພື້ນ ຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕາມທິດຍືນຍົງ; ຄະນະພັກແຕ່ລະຂັ້ນ ຕ້ອງຖືເອົາການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ທິດທາງພື້ນຖານ, ຄາດໝາຍສູ້ຊົນ ຮອດປີ 2025 ແລະວຽກງານຈຸດສຸມແຕ່ລະຂົງເຂດ ໂດຍຕິດພັນກັບການກໍານົດໜ້າທີ່ວຽກງານ ທີ່ຂະແໜງ ການ, ທ້ອງຖິ່ນ ຈະຕ້ອງສຸມໃສ່ແກ້ໄຂໃຫ້ຈະແຈ້ງ ແນໃສ່ແກ້ບັນຫາຕົວຈິງ ດ້ວຍການປຸກລະດົມໃຫ້ເກີດຂະບວນການຕົວຈິງ ຂອງມະຫາຊົນ ພາຍໃຕ້ການຮັບປະກັນບົດບາດການຈັດຕັ້ງ, ນໍາພາຊີ້ ນໍາໂດຍກົງ, ເອກະພາບ ແລະ ແຂງແຮງ ຈາກບັນດາອົງການນໍາຂັ້ນຍຸດທະສາດ ຂອງພັກ ຈົນເຖິງຄະ ນະພັກແຕ່ລະຂັ້ນ ຕໍ່ທຸກພາກສ່ວນ ຂອງລະບົບການເມືອງ ແລະໃນທົ່ວສັງຄົມ. ສົມທົບຢ່າງແໜ້ນແຟ້ນ ລະຫວ່າງການເຊີດຊູຄວາມຮັບຜິດຊອບການເມືອງ ແລະ ຄວາມເປັນເຈົ້າ, ຫົວຄິດປະດິດສ້າງ ຂອງການຈັດຕັ້ງພັກທຸກຂັ້ນ ແລະ ຜູ້ນໍາພາ ຢູ່ທຸກບ່ອນ ກັບການປະຕິບັດບັນດາມາດຕະການຕົວຈິງ ເພື່ອຮັບປະກັນຄວາມຮັບຜິດຊອບ ຕໍ່ຜົນໄດ້ຜົນເສຍໃນການປະຕິບັດໜ້າທີ່ ຂອງສະມາຊິກພັກ-ພະ ນັກງານ, ສົ່ງເສີມຢ່າງແຂງແຮງ ຕໍ່ພະນັກງານທີ່ມີຄວາມຮູ້, ມີຄວາມສາມາດໃນການຄົ້ນຄິດ, ປະດິດ ສ້າງ ແລະກ້າເຮັດ, ກ້າຮັບຜິດຊອບ ຕາມຂອບເຂດສິດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍ. ເພີ່ມທະວີຄວາມເຂັ້ມແຂງ ແລະເຂັ້ມງວດ ໃນການຄຸ້ມຄອງລະບຽບວິໄນ ຢູ່ພາຍໃນພັກ, ຮັບປະກັນການແກ້ບັນຫາຕ່າງໆ ທີ່ເກີດຂຶ້ນໃຫ້ຖືກຈຸດ ແລະ ເປັນລະບົບ; ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ ໃນກົງຈັກການຈັດຕັ້ງ ໃຫ້ຂາດຕົວ.

ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ນໍາພາຊີ້ນໍາ ການຜັນຂະຫຍາຍ, ຈັດຕັ້ງປະ ຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໂດຍຜ່ານກອງປະຊຸມຄົບຄະນະ ສະໄໝສາມັນ 5 ຄັ້ງ ແລະ ສະໄໝວິສາມັນ 1 ຄັ້ງ, ນອກຈາກ ອອກມະຕິລວມ ຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກແລ້ວ, ຍັງໄດ້ອອກມະຕິ, ຄໍາສັ່ງ ສະເພາະທີ່ມີລັກສະນະຍຸດທະສາດ ກໍ່ຄື ການຊີ້ນໍໍາຍົກລະດັບການແກ້ໄຂບັນຫາເປັນວາລະແຫ່ງຊາດ ຕື່ມອີກຈໍານວນໜຶ່ງ ເປັນຕົ້ນ: ມະຕິວ່າດ້ວຍສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງໃນວຽກງານພະນັກງານ; ຄໍາສັ່ງ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ; ຄໍາສັ່ງ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ໄດ້ໃຫ້ທິດຊີ້ນໍາ ເພື່ອຜັນຂະຫຍາຍອອກເປັນນິຕິກໍາ ຂອງສູນກາງພັກ ກໍ່ຄື ເປັນນະໂຍບາຍ, ນິຕິກໍາ ຂອງລັດ ເປັນຕົ້ນແມ່ນບັນຫາການເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ; ການຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫາກິດ ໃຫ້ມີຄວາມເຂັ້ມແຂງ; ເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ; ການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວ ຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ; ບັນຫາກ່ຽວກັບການປະຕິບັດມະຕິ ວ່າດ້ວຍເພີ່ມທະວີການຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່; ບັນຫາການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາ ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ; ການຄົ້ນຄວ້າສ້າງໂຄງການການເມືອງຂອງພັກ ແລະອື່ນໆ…ນອກນັ້ນ ໄດ້ຊີ້ນໍາການສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງ ຕິດພັນກັບການສະຫຼຸບການແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ; ວຽກງານການເມືອງ-ແນວຄິດ ຂອງພັກ…

ຜ່ານການນໍາພາຊີ້ນໍາຈັດຕັ້ງປະຕິບັດຕົວຈິງ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເປັນ ຕົ້ນມາ (2021-ຕົ້ນປີ 2023) ເຖິງວ່າ ສະພາບແວດລ້ອມ ຂອງພາກພື້ນ ແລະສາກົນ ສືບຕໍ່ຜັນແປຢ່າງສັບສົນ ແລະ ມີຫຼາຍບັນຫາເຄັ່ງຮ້ອນ, ຄວາມບໍ່ສະຫງົບ ແລະ ການປະທະກັນ ຢູ່ໃນຫຼາຍບໍລິ ເວນ ຂອງໂລກ ສືບຕໍ່ເກີດຂຶ້ນ; ການເປີດກ້ວາງການພົວພັນຮ່ວມມື, ເຊື່ອມໂຍງກັນດ້ານເສດຖະກິດ ແລະວັດທະນະທຳ ກັບໂລກພາຍນອກ ຂອງປະຊາຊາດຕ່າງໆ ໄດ້ດຳເນີນໄປພ້ອມກັບການແກ້ງແຍ່ງແຂ່ງຂັນກັນ ຢ່າງດຸເດືອດຂ້ຽວຂາດທີ່ສຸດ,  ໃນນັ້ນ ການລະບາດຂອງພະຍາດໂຄວິດ-19, ວິກິດການດ້ານພະລັງງານ ແລະ ເງິນທຶນ,…ໄດ້ກາຍເປັນບັນຫາທ້າທາຍຕໍ່ໂລກ ເຊິ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາ ຂອງປະເທດເຮົາ ທີ່ມີພື້ນຖານເສດຖະກິດອ່ອນນ້ອຍ ແລະ ບອບບາງຢູ່ແລ້ວ ຍິ່ງເພີ່ມຄວາມກົດດັນ ແລະ ຫຍຸ້ງຍາກຂຶ້ນຕື່ມອີກ ເປັນຕົ້ນ ຄວາມຫຍຸ້ງຍາກດ້ານເສດ ຖະກິດມະຫາພາກ ເຊິ່ງຄຸມເຄືອມາຫຼາຍປີ ທັງຍັງຕ້ອງປະເຊີນ ໜ້າກັບບັນຫາການຂາດແຄນນໍ້າມັນເຊື້ອໄຟ, ອັດຕາແລກປ່ຽນເງິນຕາເໜັງຕີງແຮງ, ເງິນເຟີ້, ລາຄາສິນຄ້າ ແລະຄ່າຄອງຊີບສູງ ໄດ້ສົ່ງຜົນກະທົບໜັກໜ່ວງຕໍ່ການຜະລິດ, ທຸລະກິດ-ການບໍລິການ ແລະ ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ; ບັນຫາຢາເສບຕິດ, ປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນ ຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ການຄອບຄອງອາວຸດເຖື່ອນ, ອຸປະຕິເຫດຕາມທ້ອງຖະໜົນ ແລະ ອາດຊະຍາກຳຕ່າງໆ…ຍັງເພີ່ມຂຶ້ນ; ແຕ່ພາຍໃຕ້ການນໍາພາ ຂອງສູນກາງພັກ, ການຄຸ້ມຄອງ ຂອງລັດຖະບານ ແລະ ການຕິດຕາມ, ກວດກາ ຂອງສະພາແຫ່ງຊາດ, ຄວາມເປັນເຈົ້າການ ຂອງອົງການໃນລະບົບການເມືອງແຕ່ລະຂັ້ນ ກໍ່ຄື ປະຊາຊົນລາວບັນດາ ເຜົ່າ, ພວກເຮົາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສາມາດຍາດໄດ້ຜົນສໍາເລັດ ທີ່ເປັນພື້ນຖານຈໍານວນໜຶ່ງ, ປະເທດຊາດສືບຕໍ່ຮັບ ປະກັນດ້ານສະຖຽນລະພາບ ແລະມີຄວາມໝັ້ນຄົງຢ່າງໜັກແໜ້ນ, ສັງຄົມ ມີຄວາມ​ສະຫງົບປອດໄພໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວ ແລະ ມີຄວາມຕໍ່ເນື່ອງ, ບັນຫາເຄັ່ງຮ້ອນຕ່າງໆ ດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂບໍ່ໃຫ້ຕົກເຂົ້າສູ່ວິກິດການ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການເອົາໃຈໃສ່ປັບປຸງ, ພັດທະນາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມ ຂອງກໍາລັງປະກອບອາວຸດ ໄວ້ໄດ້ຢ່າງເດັດດ່ຽວ; ການເຄື່ອນໄຫວວຽກງານການຕ່າງປະເທດ ໃນຂອບສອງຝ່າຍ ແລະຫຼາຍຝ່າຍ ສືບຕໍ່ໄດ້ຮັບການເສີມຂະຫຍາຍ, ຍົກລະດັບຂຶ້ນຢ່າງແຂງແຮງ, ຕໍ່ເນື່ອງ ແລະ ບັນລຸໝາກຜົນສໍາຄັນທີ່ເປັນພື້ນຖານ, ອັນພົ້ນເດັ່ນແມ່ນການກະກຽມຮັບໜ້າທີ່ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆ ໃນປີ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments