Sunday, September 22, 2024
Homeຂ່າວພາຍໃນຄວາມເທົ່າທຽມດ້ານບົດບາດ ຍິງ-ຊາຍ ມີຄວາມສຳຄັນຕໍ່ການພັດທະນາແບບຍືນຍົງຢູ່ອ່າງແມ່ນໍ້າຂອງ

ຄວາມເທົ່າທຽມດ້ານບົດບາດ ຍິງ-ຊາຍ ມີຄວາມສຳຄັນຕໍ່ການພັດທະນາແບບຍືນຍົງຢູ່ອ່າງແມ່ນໍ້າຂອງ

ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ໄດ້ລາຍງານໃຫ້ຮູ້ວ່າ: ຄວາມເທົ່າທຽມທາງດ້ານບົດບາດຍິງ- ຊາຍມີຄວາມສຳຄັນຢ່າງຍິ່ງ ຕໍ່ການພັດທະນາແບບຍືນຍົງ ຢູ່ອ່າງແມ່ນໍ້າຂອງ ເພາະຍຸດທະສາດການພັດທະນາຄວາມເທົ່າທຽມທາງດ້ານບົດບາດຍິງ-ຊາຍ ໄດ້ຄຳນຶງເຖິງເພດສະ ພາບທີ່ມີຄວາມສຳຄັນ ຕໍ່ການເຕີບໂຕທາງດ້ານເສດຖະ ກິດ, ການຫລຸດຜ່ອນຄວາມທຸກຍາກ ແລະ ຈຸດປະສົງສ້າງຄວາມສະເຫມີພາບ ໂດຍເຮັດໃຫ້ໝັ້ນໃຈໄດ້ວ່າ ທຸກຄົນຈະໄດ້ຮັບຜົນປະໂຫຍດ ຈາກການພັດທະນາຮ່ວມກັນຢ່າງເທົ່າທຽມ.

ຄມສ ລະບຸວ່າ ທັງເພດຍິງ ແລະ ເພດຊາຍ ຕ່າງມີສ່ວນ ຮ່ວມໃນການພັດທະນາແຫລ່ງນໍ້າ ແລະ ທັງສອງເພດໄດ້ຮັບຜົນກະທົບໃນຮູບແບບຕ່າງໆ. ເຂດພື້ນທີ່ຊົນນະບົດຂອງອ່າງແມ່ນໍ້າຂອງຕອນລຸ່ມ, ເພດຍິງມີໜ້າທີ່ຮັບຜິດ ຊອບຫລັກກ່ຽວກັບນໍ້າ. ການຫລຸດລົງຂອງເຂົ້າປາອາຫານເນື່ອງຈາກນໍ້າ ແລະ ການພັດທະນາທີ່ກ່ຽວຂ້ອງ ມັນສົ່ງຜົນກະທົບຕໍ່ເພດຍິງຫລາຍຂຶ້ນ ເນື່ອງຈາກວ່າ, ພວກເຂົາເຈົ້າຈະຕ້ອງຮັບຜິດຊອບໃນການປູກຝັງ ແລະ ການກຽມອາ ຫານ. ຈາກສະຖານະການດັ່ງກ່າວ, ອົງການທີ່ກ່ຽວຂ້ອງກັບນໍ້າສ່ວນໃຫຍ່ ຈຶ່ງສົ່ງເສີມຄວາມເທົ່າທຽມທາງດ້ານບົດບາດຍິງ-ຊາຍ ແລະ ຫລາຍອົງກອນກໍໃຫ້ຄວາມສຳຄັນຕໍ່ນະໂຍບາຍນີ້.

ຄມສ ໃຫ້ຮູ້ອີກວ່າ: ນະໂຍບາຍຂອງລັດຖະບານ, ການດຳເນີນການທາງດ້ານສາທາລະນະ ແລະ ການເຕີບໂຕທາງດ້ານເສດຖະກິດໃນລະດັບສູງຢ່າງຕໍ່ເນື່ອງ ແລະ ການຫລຸດຜ່ອນຄວາມທຸກຍາກ ລ້ວນແຕ່ຊ່ວຍຫລຸດຊ່ອງຫວ່າງລະ ຫວ່າງເພດໃນຫລາຍດ້ານ ເຊັ່ນ: ການເຂົ້າເຖິງການສຶກສາ, ສຸຂະພາບ, ການເຂົ້າເຖິງນໍ້າປະປາ ແລະ ສຸຂະອະນາໄມຕ່າງໆ. ທະນາຄານໂລກໄດ້ສະແດງໃຫ້ເຫັນແລ້ວວ່າ ກິດຈະກຳທີ່ຄໍານຶງເຖິງຄວາມເທົ່າທຽມທາງເພດມີທ່າອ່ຽງ ທີ່ຈະບັນລຸວັດຖຸປະສົງໄດ້ຫລາຍກວ່າ ໂຄງການທີ່ບໍ່ຄໍານຶງເຖິງຄວາມເທົ່າທຽມ ທາງດ້ານບົດບາດຍິງ-ຊາຍ ແລະ ການສົ່ງເສີມເພດຍິງ ເປັນຫົວໃຈສຳຄັນຂອງການບັນລຸເປົ້າໝາຍ ພັດ ທະນາແບບຍືນຍົງທັງໝົດ.

ຄໍາໝັ້ນສັນຍາຂອງຄະນະກຳມາທິການແມ່ນໍ້າຂອງ ໃນການຊຸກຍູ້ບົດບາດ-ຍິງຊາຍ ໃນໄລຍະ 2 ທົດສະວັດທີ່ຜ່ານມາ ໄດ້ເນັ້ນໃສ່ຍຸດທະສາດ ແລະ ນະໂຍບາຍດ້ານບົດ ບາດ-ຍິງຊາຍ ຂອງ ຄມສ ໃນຫົວຂໍ້: ຄໍາໝັ້ນສັນຍາກ່ຽວ ກັບບົດບາດຍິງ-ຊາຍ ໃນການພັດທະນາຊັບພະຍາກອນນໍ້າ ຢູ່ອ່າງແມ່ນໍ້າຂອງຕອນລຸ່ມ ເຊິ່ງຖືກສ້າງຂຶ້ນໃນປີ 2020. ການຄໍານຶງເຖິງບົດບາດຍິງ-ຊາຍ ເປັນເລື່ອງສຳຄັນລະດັບຊາດ ເພື່ອເພີ່ມຜົນໄດ້ຮັບ ທາງດ້ານການພັດທະນາເສດຖະ ກິດ ແລະ ສັງຄົມທີ່ເທົ່າທຽມກັນ, ບັນດາປະເທດສະມາ ຊິກ ຄມສ ຍັງໄດ້ພັດທະນາຍຸດທະສາດ ແລະ ແຜນລະດັບຊາດທາງດ້ານບົດບາດຍິງ-ຊາຍຂອງຕົນ.

ໃນລະດັບອົງກອນ, ຄມສ ໄດ້ສະໜັບສະໜູນການສົ່ງ ເສີມບົດບາດຍິງ-ຊາຍ ໂດຍສະເພາະ ການເອົາບົດບາດຍິງ-ຊາຍ ເຂົ້າຢູ່ໃນຍຸດທະສາດພັດທະນາອ່າງ ແລະ ແຜນຍຸດທະສາດແມ່ນໍ້າຂອງ, ເພີ່ມທະວີຄວາມອາດສາມາດດ້ານວິຊາການ ແລະ ລະບົບຄວາມຮັບຜິດຊອບຕໍ່ບົດບາດຍິງ-ຊາຍ ເຂົ້າໃນວຽກງານວິຊາການຂອງ ຄມສ, ສົ່ງເສີມວັດທະນະທຳຂອງອົງກອນທີ່ອ່ອນໄຫວ ຕໍ່ບົດບາດຍິງ- ຊາຍ ແລະ ສະພາບແວດລ້ອມໃນການເຮັດວຽກ, ສົ່ງເສີມການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ການຖ່າຍທອດບົດບາດຍິງ-ຊາຍ ໂດຍຜ່ານການສຳມະນາ ແລະ ການຝຶກອົບຮົມເລື່ອງບົດບາດຍິງ-ຊາຍ, ພັດທະນາແນວທາງທີ່ກ່ຽວຂ້ອງກັບບົດບາດຍິງ-ຊາຍ, ຊຸດເຄື່ອງມື ແລະ ເຄື່ອງມື ທີ່ສົ່ງເສີມຂີດຄວາມສາມາດທາງເພດ.

ພ້ອມກັນນີ້, ໃນລະດັບປະເທດ, ຄມສ ໄດ້ສະໜັບສະໜູນອົງການແຫ່ງຊາດຢ່າງຕັ້ງໜ້າ ໃນການຊຸກຍູ້ ແລະ ສົ່ງເສີມ ບົດບາດຍິງ-ຊາດ ໃນການລິເລີ່ມທີ່ກ່ຽວຂ້ອງກັບນໍ້າ, ໃນການພັດທະນາແຜນປະຕິບັດງານ ບົດບາດຍິງ-ຊາຍ ສະ ເພາະຂອງປະເທດ ແລະ ການສ້າງຂິດຄວາມສາມາດຕ່າງໆນຳອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments