Saturday, September 21, 2024
Homeຂ່າວການເມືອງເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

(ຄັດຈາກເອກະສານ ໂຄສະນາ-ປາຖະກະຖາເສີມຂະຫຍາຍມູນເຊື້ອແຫ່ງການນໍາພາ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955 – 22 ມີນາ 2023)

ໃນຖານະທີ່ເປັນພັກກໍາອໍານາດ ຊຶ່ງຖືກບັນຍັດໄວ້ໃນລັດຖະທໍາມະນູນແຫ່ງ ສປປ ລາວ. ສະນັ້ນ ໃນເມື່ອເປັນພັກກໍາອໍານາດແລ້ວ ພັກຕ້ອງຖືສໍາຄັນການເຕົ້າໂຮມກໍາລັງແຮງ ຂອງທຸກຊັ້ນຄົນໃນສັງຄົມເຂົ້າໃນການພັດທະນາໃຫ້ມີຜົນສໍາເລັດ; ຕ້ອງຢຶດໝັ້ນໃນລັກສະນະຊົນຊັ້ນ ຂອງພັກ, ເສີມສ້າງຄວາມສາມັກຄີປອງດອງ ລະຫວ່າງ ຊົນຊັ້ນ ແລະ ຊັ້ນຄົນໃນສັງຄົມ. ການຜັນຂະຫຍາຍມູນເຊື້ອ ແລະ ທາດແທ້ ຂອງພັກເຮົາ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ມີຜົນສໍາເລັດ ແມ່ນໜ້າທີ່ຂອງໝົດທຸກຄົນ ໂດຍສະເພາະແມ່ນຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຕ້ອງເປັນເຈົ້າການນໍາພາຈັດຕັ້ງປະຕິບັດ ແລະ ສຶກສາອົບຮົມແນວຄິດ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຊັ້ນຄົນຕ່າງໆ ດັ່ງນີ້:

1. ສຶກສາອົບຮົມຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສັງຄົມນິຍົມ ພາຍໃຕ້ການນໍາພາ ຂອງພັກ.

2. ຕັ້ງໜ້າປຸກລະດົມຂົນຂວາຍການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຂອງລັດ ໃຫ້ປະກົດຜົນເປັນຈິງ.

3. ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ແຂງແຮງ ແລະ ຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

4. ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ປະເທດເຮົາພວມປະເຊີນຢູ່ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສໍາເລັດຕາມຄາດໝາຍ, ທັງເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍ.

5. ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນລາວພາຍໃຕ້ຮົ່ມທຸງ ຂອງພັກ ແລະ ເອົາໃຈໃສ່ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ຢູ່ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ.

6. ຕັ້ງໜ້າປັບປຸງພາຍໃນພັກໃຫ້ເປັນພັກກໍາອໍານາດທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງຄວາມເປັນແບບຢ່າງນໍາໜ້າ ຂອງພະນັກງານ, ສະມາຊິກພັກ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຂອງມະຫາຊົນ.

7. ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ສໍາເລັດຕາມແຜນການ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນ ຂອງຕົນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ເພື່ອບັນລຸຕາມຄາດໝາຍທີ່ພັກວາງອອກນັ້ນ ຈະຕ້ອງໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການເມືອງ – ແນວຄິດຢ່າງຕັ້ງໜ້າແນໃສ່ສ້າງສະຕິບຸກຄົນ ແລະ ສະຕິສັງຄົມໃຫ້ສອດຄ່ອງກັບແນວທາງ ຂອງພັກ, ຄືດັ່ງຄໍາເຫັນຊີ້ນໍາບາງຕອນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ທີ່ມີ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ວ່າ: “ຖ້າຖືວຽກງານການເມືອງ-ແນວຄິດປຽບເໝືອນສະໜາມຮົບ ແນ່ນອນຕ້ອງເວົ້າເຖິງການຕໍ່ສູ້, ການຕໍ່ສູ້ໃນທີ່ນີ້ ແມ່ນການຕໍ່ສູ້ ລະຫວ່າງ ອັນຖືກ ກັບອັນຜິດ ຢູ່ໃນກະໂຕສະມາຊິກພັກເຮົາ; ສະນັ້ນ ຄວາມຖືກຕ້ອງ, ຄວາມເປັນທໍາ ຕ້ອງຕີຖອຍແນວຄິດທີ່ຜິດເຂວອອກໄປ, ສຸດທ້າຍແນວຄິດທີ່ຖືກຕ້ອງ, ການກະທໍາທີ່ຖືກຕ້ອງ ເອົາຊະນະແນວຄິດທີ່ບໍ່ຖືກຕ້ອງ ແລະ ຜິດເຂວນັ້ນ, ພ້ອມທັງເດັດດ່ຽວບໍ່ປະປ່ອຍໃຫ້ຄວາມຄິດ ແລະ ການກະທໍາທີ່ບໍ່ຖືກຕ້ອງກືນກິນເນື້ອທີ່ ແລະ ຄອບງໍາມັນສະໝອງ ຫຼື ແນວຄວາມຄິດ ຂອງສະມາຊິກພັກ ແລະ ປະຊາຊົນເຮົາເປັນອັນຂາດ”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments