Monday, September 23, 2024
Homeຂ່າວຕ່າງປະເທດປີຜ່ານມາການແຕ່ງງານຂອງ ສ ເກົາຫຼີ ນ້ອຍທີ່ສຸດ

ປີຜ່ານມາການແຕ່ງງານຂອງ ສ ເກົາຫຼີ ນ້ອຍທີ່ສຸດ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ມີນາ ຜ່ານມາ, ສຳນັກງານສະຖິຕິແຫ່ງຊາດ ສ ເກົາຫຼີ ໄດ້ເປີດເຜີຍບົດລາຍງານສະຖິຕິການແຕ່ງງານຂອງປະຊາຊົນໃນປະເທດ ຫຼຸດລົງ 0,4% ໃນປີ 2022 ຢູ່ທີ່ 191.700 ຄັ້ງ ຖືວ່າເປັນສະຖິຕິຕ່ຳທີ່ສຸດ ນັບຕັ້ງແຕ່ເລີ່ມມີການຮວບຮວມຂໍ້ມູນ ໃນປີ 1970. ຂະນະດຽວກັນ, ໂຕເລກດັ່ງກ່າວຍັງເປັນການຫຼຸດລົງຢ່າງຕໍ່ເນື່ອງເປັນປີທີ 11 ປັດຈຸບັນ, ສ ເກົາຫຼີ ກຳລັງປະເຊີນກັບການຫຼຸດລົງຂອງປະຊາກອນທີ່ມີອາຍຸລະຫວ່າງ 25-49 ປີ ເນື່ອງຈາກກຸ່ມຄົນໄວໜຸ່ມສາວຫຼີກລ່ຽງການແຕ່ງງານທ່າມກາງລາຄາອະສັງຫາລິມມະຊັບ, ຄ່າລ້ຽງລູກ ແລະ ອັດຕາການວ່າງງານຍັງຢູ່ໃນລະດັບສູງ. ເຖິງຢ່າງໃດກໍຕາມ, ຈຳນວນຄົນ ສ ເກົາຫຼີ ທີ່ແຕ່ງງານກັບຄົນຕ່າງປະເທດຢູ່ທີ່ 16.700 ຄົນ ໃນປີ 2022 ເພີ່ມຂຶ້ນ 24,2%. ສ່ວນສະຖິຕິການຢ່າຮ້າງ ເມື່ອປີທີ່ຜ່ານມາຢູ່ທີ່ 93.200 ຄັ້ງ ຫຼຸດລົງ 8,3% ເມື່ອທຽບກັບສະຖິຕິຂອງປີ 2021 ແລະ ຫຼຸດລົງເປັນປີທີ 3 ຕິດຕໍ່ກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments