Sunday, September 22, 2024
Homeຂ່າວໜ້າໜຶ່ງປາຖະກະຖາໃນຫົວຂໍ້: “ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ

ປາຖະກະຖາໃນຫົວຂໍ້: “ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ

ຕອນເຊົ້າວັນທີ 21 ມີນາ 2023, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດປາຖະ ກະຖາໃນຫົວຂໍ້: “ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ (The Development of Regional and International Architecture)” , ໃຫ້ກຽດເປັນວິທະຍາກອນໂດຍ ທ່ານ ສຈ ດຣ. ສຸຣະກຽດ ສະຖຽນໄທ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງຣາຊະ ອານາຈັກໄທ, ປະທານສະພາສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ, ພ້ອມທັງເປັນກຽດເຂົ້າຮ່ວມຮັບຟັງ ປະກອບມີ:ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດແຫ່ງ ສປປ ລາວ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາທ່ານອະດີດການນໍາຂັ້ນສູງ, ບັນດາທ່ານຮອງລັດຖະມົນຕີ, ຄະນະນໍາ, ຄະນະກົມ ແລະ ພະນັກງານຫຼັກແຫຼ່ງຂັ້ນພະແນກພາຍໃນກະຊວງການນຕ່າງປະເທດ, ແລະ ບັນດາກະ ຊວງອ້ອມຂ້າງສູນກາງກ່ຽວຂ້ອງລວມຈໍານວນທັງໝົດ 300 ທ່ານ.

ຈຸດປະສົງຂອງການປາຖະກະຖາຄັ້ງນີ້ ແມ່ນເພື່ອຮັບຟັງທັດສະນະ, ຈຸດຢືນ, ສະຫຼຸບຕີລາຄາສະພາບການພາກພື້ນ ແລະ ສາກົນ ໃນປັດຈຸບັນ ທີ່ມີການຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກ ທັງຍັງສົ່ງຜົນກະທົບໂດຍກົງຕໍ່ບັນຫາການເມືອງ, ເສດຖະກິດ ແລະ ການພົວພັນສາກົນ ກໍຄືການກໍານົດທັດສະນະຈຸດຢືນຕ່າງໆ ຢ່າງຖືກຕ້ອງໃນການພົວພັນຮ່ວມມື ເພື່ອເປັນຂໍ້ສະເໜີແນະ, ກໍຄືບົດຮຽນໃນການເຄື່ອນໄຫວວຽກງານການທູດຂອງຕົນ ໃນໄລຍະຜ່ານມາ ໃນການແກ້ໄຂບັນຫາສັນຕິພາບ ແລະ ຂໍ້ຂັດແຍ້ງສາກົນຕ່າງໆ.

ປັດຈຸບັນ, ສະພາບການຂອງພາກພື້ນ ແລະ ຂອງໂລກ ສືບຕໍ່ຜັນແປໄປຢ່າງສັບສົນວູ້ນວາຍ, ເປັນຕົ້ນແມ່ນການຊ່ວງຊິງອໍານາດ ລະຫວ່າງ ປະເທດມະຫາອໍານາດເກົ່າ ແລະ ໃຫມ່ ເຊິ່ງໄດ້ສົ່ງຜົນສະທ້ອນໂດຍກົງຕໍ່ບັນຍາກາດການພົວພັນຮ່ວມມືຂອງພາກພື້ນ ແລະ ສາ ກົນ. ນອກນັ້ນ, ບັນຫາສົງຄາມຢູ່ອູກຣາອິນ, ບັນຫາຊ່ອງ ແຄບໄຕ້ຫວັນ, ບັນຫາແຫຼມເກົາຫຼີ, ສົງ ຄາມການຄ້າ, ວິກິດການທາງດ້ານເສດ ຖະກິດ, ໄພເງິນເຟີ້, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ບັນຫາສະພາບ ການປ່ຽນແປງຂອງດິນຟ້າອາກາດ, ບັນ ຫາໂລກລະບາດ, ໄພທຳມະຊາດ ແລະ ອື່ນໆ ທີ່ບໍ່ພຽງແຕ່ໄດ້ກາຍເປັນສິ່ງທ້າທາຍຕໍ່ຄວາມໝັ້ນຄົງຂອງພາກພື້ນ ແລະ ສາ ກົນ, ແຕ່ຍັງສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ຍັງເປັນອຸປະ ສັກກົດໜ່ວງຕໍ່ການພັດທະນາເສດຖະ ກິດພາກພື້ນ ແລະ ສາກົນ ກໍຄືການປ່ຽນ ແປງພູມສາດການເມືອງໂລກ ໃຫ້ມີຄວາມສະຫຼັບຊັບຊ້ອນຂຶ້ນກວ່າເກົ່າ.

ທ່ານ ສຈ ດຣ. ສຸຣະກຽດ ສະຖຽນໄທ, ບໍ່ພຽງແຕ່ເປັນນັກການທູດມືອາຊີບທີ່ມີປະສົບການສູງ, ແຕ່ຍັງເປັນຜູ້ທີ່ມີບົດບາດສໍາຄັນໃນການເຄື່ອນໄຫວການຕ່າງປະ ເທດ ແລະ ເປັນທີ່ຮູ້ຈັກກັນຢ່າງກວ້າງ ຂວາງໃນຂົງເຂດວຽກງານການທູດ. ທ່ານໄດ້ຮັບໜ້າທີ່ສຳຄັນຫລາຍໆຕຳແໜ່ງ, ເຊິ່ງເປັນທັງອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະ ເທດ, ອະດີດລັດຖະມົນຕີກະຊວງການເງິນແຫ່ງຣາຊະອານາຈັກໄທ, ອະດີດທີ່ປຶກສາດ້ານເສດຖະກິດ ແລະ ການຕ່າງປະເທດຂອງນາຍົກສະໄໝລັດຖະບານຂອງ ທ່ານ ສະວາລິດ ຢົງໃຈຍຸດ, ອະດີດປະທານ ສະຖາບັນເສດຖະກິດ-ສັງຄົມ ແລະ ອີກຫລາຍຕໍາແໜ່ງທີ່ສໍາຄັນ. ປັດຈຸບັນ, ທ່ານ ສຈ ດຣ. ສຸຣະກຽດ ສະຖຽນໄທ, ເປັນປະທານສະພາສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ, ເປັນນັກການທູດ-ການເມືອງ ອິດສະຫຼະ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments