Sunday, September 22, 2024
Homeຂ່າວພາຍໃນອຸດົມໄຊສົ່ງອອກທາດແປ້ງມັນຕົ້ນ ຈຳນວນ ຈຳນວນ 1700 ໂຕ່ນ ໄປ ສປຈີນ

ອຸດົມໄຊສົ່ງອອກທາດແປ້ງມັນຕົ້ນ ຈຳນວນ ຈຳນວນ 1700 ໂຕ່ນ ໄປ ສປຈີນ

ຕາມການໃຫ້ສຳພາດຂອງທ່ານ ທ່ານ ຊັ້ນວັນຟູ ອຳນວຍການບໍລິສັດ ເຕັກໂນໂລຊີ ຊິວະພາບພົງຟົງອຸດົມໄຊຈຳກັດ ໄດ້ໃຫ້ຮູ້ວ່າ: ບໍລິສັດແມ່ນໄດ້ສ້າງຕັ້ງຂື້ນ ແລະ ສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນສຳເລັດໃນປີ2022, ທີ່ເລື່ອກມາລົງທືນທີ່ແຂວງອຸດົມໄຊກໍ່ຍ້ອນວ່າ ແຂວງອຸດົມໄຊ ແມ່ນມີສະພາບດີນຟ້າອາກາດທີ່ດີ ເໝາະສົມແກ່ການປູກມັນຕົ້ນ ສະນັ້ນບໍລິສັດຈື່ງໄດ້ເຂົ້າມາລົງທືນ ສົ່ງເສີມໃຫ້ປະຊາຊົນຢູ່ເມືອງໄຊ ແລະ ເມືອງ ແບງ ປູກມັນຕົ້ນແນວພັນ ເພື່ອເປັນສີນຄ້າ ປະຈຸບັນ ບໍລິສັດແມ່ນໄດ້ສົ່ງເສີມໃຫ້ປະຊາຊົນປູກມັນຕົ້ນແນວພັນຢູ່ 50 ກ່ວາບ້ານ ໃນເນື້ອທີ່ 820ເຮັກຕາ, ເກັບຊື້ມັນຕົ້ນດີບ ສົດ ໄດ້ຫລາຍກ່ວາ 6000 ໂຕ່ນ ສ້າງລາຍຮັບທາງດ້ານເສດຖະກິດ ໃຫ້ແກ່ປະຊາຊົນ 72 ຕື້ກີບ, ປີ 2022 ບໍລິສັດໄດ້ສ້າງຕັ້ງໂຮງງານສຳເລັດ ມີຂະໜາດການຜະລິດ 30 000ໂຕ່ນຕໍ່ປີ ແລະ ໄດ້ທົດລອງຜະລິດທາດແປງມັນຕົ້ນໃນລະດູຜ່ານມາໄດ້ 1700 ກ່ວາໂຕ່ນ ແລະ ພ້ອມທີ່ຈະສົ່ງອອກຂາຍ ໄປ ສປຈີນ ໃນເດືອນ ມີນາ2023 ນີ້ ແລະ ແຜນການໃນປີ 2024 ນີ້ ທາງບໍລິສັດແມ່ນຕ້ອງການເນື້ອທີ່ປູກມັນຕົ້ນຈໍານວນ 10000 ເຮັກຕາ, ມັນຕົ້ນສົດ ຈໍານວນ 200,000 ກ່ວາໂຕ່ນ, ເພື່ອເພີ້ມລາຍຮັບໃຫ້ແກ່ແຂວງອຸດົມໄຊ 300 ຕື້ກ່ວາກີບສີ່ງສໍາຄັນ ແມ່ນສາມາດແກ້ໄຂບັນຫາໄພຫວ່າງງານໃຫ້ແກ່ຊາວໜຸ່ມ ໃນທ່ອງຖີ່ນຈຳນວນ 60 ຄົນ ພ້ອມທັງຝຶກອົບຮົມດ້ານເຕັກນິກໃຫ້ແກ່ພະນັກງານໃຫ້ມີຄວາມຊ່ຳນິໍ່ຳນານໃນວຽກງານດັ່ງກ່າວຕື່ມອີກ.

ພາບ – ຂ່າວ : ແສງອາທິດ

#oudomxay

#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments