Saturday, September 21, 2024
Homeທ່ອງທ່ຽວພູຜາຮຸ້ງ ແມ່ນຕໍານານເລົ່າຂານເຖິງຄູ່ຜົວ-ເມຍ ພະຍານົກຮຸ້ງ

ພູຜາຮຸ້ງ ແມ່ນຕໍານານເລົ່າຂານເຖິງຄູ່ຜົວ-ເມຍ ພະຍານົກຮຸ້ງ

ພູຜາຮຸ້ງ (ພູຜາງອຍ) ແມ່ນຕໍານານເລົ່າຂານເຖິງຄູ່ຜົວ-ເມຍ ພະຍານົກຮຸ້ງ ເທິງດິນແດນປ່າດົງພົງໄພອັນກວ້າງໃຫຍ່ໄພສານ ແລະ ອຸດົມສົມບູນ ຊຶ່ງຕັ້ງຢູ່ເຂດບ້ານປະນະ, ຫ່າງຈາກເທດສະບານເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວໄປທາງທິດເໜືອ ປະມານ 28 ກິໂລແມັດ ແລະ ມີຄວາມສູງເໜືອໜ້ານ້ໍາທະເລ ປະມານ 1.106 ແມັດ. ສະຖານທີ່ນີ້ເປັນຈຸດຊົມວີວ ທີ່ມີຄວາມສວຍງາມທີ່ສຸດ, ເມື່ອເຮົາແນມເບິ່ງລົງມາຈາກຈອມພູຜາຮຸ້ງ ກໍຈະເຫັນທັດສະນີຍະພາບຂອງປ່າໄມ້ອັນຂຽວສົດງົດງາມ ພ້ອມກັບສາຍນ້ໍາຂອງອັນຍາວຢຽດ ແລະ ທະເລໝອກລ່ອງລອຍຢູ່ເທິງໜ່ວຍພູນ້ອຍ-ໃຫຍ່ສະຫຼັບສັບຊ້ອນກັນໄປເປັນຫຼັນ ເບິ່ງແລ້ວຊ່າງເປັນພາບບັນຍາກາດອັນໜ້າປະທັບໃຈຍາກທີ່ຈະຫາບ່ອນອື່ນໃດມາປຽບປານ. ພູຜາຮຸ້ງ ໄດ້ຮັບການພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວຢ່າງສົມບູນ ແຕ່ປີ 2011 ເປັນຕົ້ນມາ ພິເສດແມ່ນມີ ກິດຈະກຳການຍ່າງປ່າແບບຄົບວົງຈອນ. ພູຜາຮຸ້ງເປີດບໍລິການໃຫ້ແກ່ນັກທ່ອງທ່ຽວທຸກມື້.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments