Friday, September 27, 2024
Homeຂ່າວຕ່າງປະເທດນາຍົກຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະສ້າງເງື່ອນໄຂທີ່ສະດວກສຳລັບການເຮັດທຸລະກິດຢູ່ຫວຽດນາມ

ນາຍົກຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະສ້າງເງື່ອນໄຂທີ່ສະດວກສຳລັບການເຮັດທຸລະກິດຢູ່ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 19 ມີນານີ້ ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມເວທີປຶກສາຫາລືກ່ຽວກັບວິສາຫະກິດຢູ່ຫວຽດນາມ ປະຈຳປີ 2023 (VBF) ດ້ວຍຫົວຂໍ້ “ປະຊາຄົມວິສາຫະກິດ ຮ່ວມກັບລັດຖະບານຫວຽດນາມ ຊຸກຍູ້ການເຕີບໂຕສີຂຽວ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເວທີປຶກສາຫາລື ກ່ຽວກັບວິສາຫະກິດຢູ່ຫວຽດນາມ ຄົບຮອບ 25 ປີ.

ໃນເວທີດັ່ງກ່າວ ຜູ້ຕາງໜ້າຈາກທະນາຄານໂລກ, ວິສາຫະກິດດ້ານການເງິນສາກົນ, ບັນດາສະຫະສະມາຄົມວິສາຫະກິດ ເອີຣົບ, ອາເມຣິກາ, ສ ເກົາຫຼີ, ອັງກິດ, ຍີ່ປຸ່ນ… ຕ່າງກໍໄດ້ຕີລາຄາສູງຕໍ່ຜົນສຳເລັດອັນສຳຄັນຫຼາຍຢ່າງຂອງຫວຽດນາມ ໃນການພັດທະນາເສດຖະກິດ – ສັງຄົມ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19; ກໍຄືຄວາມພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນເຮັດທຸລະກິດຢູ່ ຫວຽດນາມ. ບັນດາອົງການຈັດຕັ້ງສາກົນ, ສະຫະສະມາຄົມວິສາຫະກິດມີຄວາມເຊື່ອໝັ້ນ ແລະ ໃຫ້ຄຳໝັ້ນສັນຍາ ຈະຮ່ວມກັບລັດຖະບານ ຫວຽດນາມ ໃນການຊຸກຍູ້ການເຕີບໂຕສີຂຽວ.

ກ່າວຄຳເຫັນໃນເວທີປຶກສາຫາລືຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢືນຢັນວ່າ: ລັດຖະບານ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຢ່າງແຮງກ້າ ເພື່ອສ້າງທຸກເງື່ອນໄຂທີ່ສະດວກໃນການເຮັດທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວ. ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ສ້າງສະພາບແວດລ້ອມເຮັດທຸລະກິດໃຫ້ສະດວກ, ສະເໝີພາບ; ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ທ່ານນາຍົກລັດຖະມົນຕີເຫັນວ່າ: ເວທີປຶກສາຫາລືດັ່ງກ່າວແມ່ນຊ່ອງທາງສົນທະນາກ່ຽວກັບນະໂຍບາຍສຳຄັນ ແລະ ມີປະສິດທິຜົນລະຫວ່າງລັດຖະບານ ແລະ ວິສາຫະກິດ.

ເວທີປຶກສາຫາລືກ່ຽວກັບວິສາຫະກິດ ໃນຫວຽດນາມ ແມ່ນຊ່ອງທາງເພື່ອໃຫ້ປະຊາຄົມວິສາຫະກິດໃຫ້ຄຳປຶກສາແກ່ລັດຖະບານ ກ່ຽວກັບບັນດາມາດຕະການແກ້ໄຂການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເສດຖະກິດສີຂຽວ ແລະ ຍືນຍົງ; ຊ່ວຍຍົກສູງໜ້າທີ່ຄວາມຮັບຜິດຊອບຂອງປະຊາຄົມວິສາຫະກິດ ໄປຄຽງຄູ່ກັບການລົງທຶນເຮັດທຸລະກິດຢ່າງມີປະສິດທິຜົນ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຢູ່ ຫວຽດນາມ. ຜ່ານເວທີແຫ່ງນີ້, ປະຊາຄົມວິສາຫະກິດໄດ້ມີຂໍ້ສະເໜີແນະນຳຫຼາຍຢ່າງທີ່ມີຄຸນຄ່າ ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຢູ່ ຫວຽດນາມ ໃຫ້ສົມບູນແບບ ກໍຄືປະກອບສ່ວນຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາເສດຖະກິດ – ສັງຄົມແບບຍືນຍົງຢູ່ຫວຽດນາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments