Wednesday, September 25, 2024
Homeຂ່າວພາຍໃນເຈົ້າແຂວງເຊກອງ ລົງກວດກາການຂຸດຄົ້ນແຮ່ຫາຍາກ ຢູ່ເມືອງດາກຈຶງ

ເຈົ້າແຂວງເຊກອງ ລົງກວດກາການຂຸດຄົ້ນແຮ່ຫາຍາກ ຢູ່ເມືອງດາກຈຶງ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 18 ມີນາ ນີ້ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂັ້ນແຂວງ ລົງເຄື່ອນໄຫວເຮັດວຽກກັບບໍລິສັດ ດາກຈຶງ ສໍາຫລວດແຮ່ທາດຈໍາກັດ ໂດຍມີ ທ່ານ ບຸ່ຍ ແອັງດຶກ ປະທານບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈໍາກັດ, ທ່ານ ບຸ່ຍວັນນາມ ອໍານວຍການບໍລິສັດດາກຈຶງ ສໍາຫລວດແຮ່ທາດຈໍາກັດ ແລະ ພະນັກງານ-ກໍາມະກອນ ເຂົ້າຮ່ວມ.

ການລົງເຄື່ອນໄຫວຄັ້ງນີ້, ເພື່ອເປັນການຕິດຕາມ, ກວດກາການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຢູ່ເຂດບ້ານບຣ໋ອງນ້ອຍ ເມືອງດາກຈຶງ ທີ່ກຳນົດໃນແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຖືກ ຕ້ອງຕາມລະບຽບຫລັກການທີ່ກຳນົດໄວ້ຢ່າງເຂັ້ມງວດ ແນໃສ່ເຮັດໃຫ້ການຂຸດຄົ້ນມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍຂອງລັດ. ພ້ອມນີ້, ຍັງເປັນການປຶກສາຫາລືກັບບໍລິສັດຜູ້ລົງທຶນກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເພື່ອຊອກຫາວິທີທາງແກ້ໄຂ ໃນສະເພາະໜ້າ ແລະ ຍາວນານ, ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ, ທັງຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດດໍາເນີນໄປດ້ວຍດີ, ຖືກຕ້ອງຕາມຂັ້ນຕອນ, ຮັກສາໄດ້ສິດ ແລະຜົນປະໂຫຍດຂອງທັງສອງຝ່າຍ.

ທ່ານ ບຸ່ຍ ວັນນາມ ອໍານວຍການບໍລິສັດ ດາກຈຶງ ສໍາຫລວດແຮ່ທາດຈໍາກັດ ໄດ້ໃຫ້ຮູ້ວ່າ: ບໍລິ ສັດ ດາກຈຶງ ສໍາຫລວດແຮ່ທາດຈໍາກັດ ສ້າງຕັ້ງຂຶ້ນໃນປີ 2019 ໄດ້ປະຕິບັດໂຄງການຊອກຄົ້ນ, ສໍາຫລວດ ແລະ ຂຸດຄົ້ນແຮ່ຫາຍາກ ທີ່ເຂດດາກປຣາ ເມືອງດາກຈຶງ ໃນເນື້ອທີ່ອະນຸຍາດສໍາປະທານເພື່ອສໍາຫລວດ 47 ກິໂລຕາແມັດ ແລະ ເນື້ອທີ່ອະນຸຍາດຂຸດຄົ້ນ (ແບບທົດລອງ) 3 ກິໂລຕາແມັດ. ປັດຈຸບັນ, ໄດ້ປະຕິບັດຊີເຈາະຢູ່ບາງເຂດຄື: ເຂດຫ້ວຍໄບ I ລວມຮູເຈາະທັງໝົດ 95 ຮູ, ຍາວ 21.757 ແມັດ; ເຂດຫ້ວຍໄບ II ມີ 5 ຮູເຈາະ ມີຄວາມຍາວ 978,5 ແມັດ; ເຂດຫ້ວຍໄບ III ມີ 17 ຮູເຈາະ ມີຄວາມຍາວ 2.500 ແມັດ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ ປັບໜ້າດິນ ເພື່ອສ້າງ ຫ້ອງການ; ຕັດເສັ້ນທາງໃໝ່ແຕ່ບໍ່ວັງຕັດຫາບໍ່ແຮ່ຫາຍາກ; ກໍ່ສ້າງແລວ-ດຶງສາຍສົ່ງໄຟຟ້າແຕ່ບໍ່ວັງຕັດຫາບໍ່ແຮ່ຫາຍາກ ແລະ ວຽກອື່ນໆອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments