Wednesday, September 25, 2024
Homeຂ່າວໜ້າໜຶ່ງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຂົ້າອວຍພອນ

ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຂົ້າອວຍພອນ

ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຂົ້າອວຍພອນສະຫາຍເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ

ວັນທີ 17 ມີນາ 2023 ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ນະ ຄອນຫຼວງຮ່າໂນ້ຍ, ຫວຽດນາມ ຄະນະພົວພັນຕ່າງປະເທດສູນກາງພັກກອມ ມູນິດຫວຽດນາມ, ນຳໂດຍ ສະຫາຍ ນາງ ຫງວຽນ ທິ ຮ່ວາງ ເວີນ (Nguyễn Thị Hoàng Vân), ຮອງຫົວໜ້າຜູ້ປະຈໍາການຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມພ້ອມຄະນະ ໄດ້ເຂົ້າອວຍພອນ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ສະຫາຍນາງ ຫງວຽນ ທິ ຮ່ວາງ ເວີນ, ຮອງຫົວໜ້າຜູ້ປະຈໍາການຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ເລິກເຊິ່ງຕະ ຫລອດໄລຍະ 68 ປີ ຜ່ານມາພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່ ຈົນໄດ້ຮັບໄຊຊະນະເຮັດໃຫ້ສະຖາປະນາ ສປປ ລາວ ໃນປີ 1975 ຢ່າງສະຫງ່າອົງອາດ, ສືບຕໍ່ນຳພາປະຊາ ຊົນທັງຊາດ ດຳເນີນສອງໜ້າທີ່ຍຸດທະ ສາດ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ພິເສດບັນດາໝາກຜົນທີ່ຍາດມາ ຕະຫຼອດໄລຍະກວ່າສາມທົດສະວັດ ພາຍຫຼັງການປະຕິບັດການປ່ຽນແປງ ໃໝ່. ພ້ອມນັ້ນ, ສະຫາຍນາງ ຫງວຽນ ທິ ຮ່ວາງ ເວີນ ຍັງໄດ້ສະແດງຄວາມເອກອ້າງທະນົງໃຈທີ່ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ທີ່ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງທີ່ແສນເຄົາລົບຮັກ ຂອງປະຊາຊົນຫວຽດນາມ ແລະ ລາວ ກໍຄືບັນດາຮຸ້ນການນຳຕ່າງໆຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ ແລະ ຮັກສາໄວ້ໃຫ້ຮຸ້ນຄົນຕໍ່ໄປສືບຕໍ່ຖະນຸຖະໜອມ ໃຫ້ນັບມື້ຈົ່ງຂຽວສົດງົດງາມໝັ້ນຄົງຂະໜົງແກ່ນຕະຫລອດໄປ.

ໃນໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະຫາຍນາງ ຫງວຽນ ທິ ຮ່ວາງ ເວີນ, ຮອງຫົວໜ້າຜູ້ປະຈໍາການຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ນຳພາຄະນະມາອວຍພອນ ວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ຄົບຮອບ 68 ປີ ເປັນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດລາວ – ຫວຽດນາມ, ຫວຽດນາມ – ລາວ. ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕາງໜ້າໃຫ້ແກ່ພັກ, ລັດ ແລະ ປະຊາ ຊົນລາວບັນດາເຜົ່າ ສະແດງຄວາມຂອບ ໃຈຢ່າງຈິງໃຈໄປຍັງພັກ, ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງທີ່ຍາມໃດກໍໃຫ້ການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຕະຫຼອດມາ ບໍ່ວ່າຈະຢູ່ສະໄໝຕໍ່ສູ້ຍາດເອົາເອກະລາດ ກໍຄືໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໂດຍສະເພາະໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍຄືໃນໄລຍະທີ່ ສປປ ລາວ ພົບຄວາມຫຍຸ້ງຍາກທາງດ້ານເສດ ຖະກິດການເງິນ ພ້ອມທັງໃຫ້ຮູ້ວ່າ: ບັນດາໝາກຜົນທີ່ ສປປ ລາວ ຍາດມາໄດ້ນັ້ນບໍ່ສາມາດຕັດແຍກການສະໜັບສະ ໜູນ ແລະ ຊ່ວຍເຫຼືອ 2 ພັກ, ລັດ ແລະ ປະຊາຊົນຫວຽດນາມ. ສະຫາຍ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ສະຫາຍ ພ້ອມດ້ວຍພະນັກງານສະຖານທູດທຸກຄົນ ຈະເຮັດສຸດຄວາມສາມາດຂອງຕົນໃນການເປັນຂົວຕໍ່ ແລະ ປະສານສົມທົບກັບຄະນະພົວພັນຕ່າງປະເທດສູນກາງພັກ ກໍຄືກະຊວງການຕ່າງປະເທດຫວຽດນາມໃນການເພີ່ມພູນຄູນສ້າງສາຍພົວພັນມິມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດລາວ – ຫວຽດນາມ, ຫວຽດນາມ – ລາວ ໃຫ້ຈະເລີນຫງອກງາມຂຶ້ນໄປເລື້ອຍໆ. ໂດຍສະເພາະການປະສານສົມທົບເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຕ່າງໆກ່ຽວກັບການຮ່ວມມືຂອງສອງພັກ, ສອງລັດໃຫ້ມີປະສິດທິຜົນ ເພື່ອນຳເອົາຜົນປະໂຫຍດທີ່ແທດຈິງສູ່ປະຊາຊົນສອງຊາດລາວ-ຫວຽດນາມ.

ນອກຈາກນີ້, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ໄລຍະທີ່ຜ່ານມາ ພິເສດໃນປີ 2022, ສອງຝ່າຍໄດ້ຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອພ້ອມ ກັນສະເຫຼີມສະຫຼອງສອງປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບ ຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ທີ່ເຕັມໄປດ້ວຍບັນຍາກາດ ແລະ ເນື້ອໃນອຸດົມສົມບູນ.

ຂ່າວ, ພາບ: ສະຖານທູດລາວທີ່ຮ່າໂນ້ຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments