Wednesday, September 25, 2024
Homeຂ່າວພາຍໃນຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະນັກງານ-ການນຳຫລັກແຫລ່ງ ຢູ່ແຂວງຈຳປາສັກ

ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະນັກງານ-ການນຳຫລັກແຫລ່ງ ຢູ່ແຂວງຈຳປາສັກ

ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານ-ການນຳຫລັກແຫລ່ງ ຢູ່ແຂວງຈຳປາສັກ ໃນວັນທີ 17 ມີນາ 2023 ນີ້, ທີ່ຫ້ອງວ່າການແຂວງຈຳປາສັກ ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີບັນດາທ່ານ-ສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ບັນດາທ່ານ ຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີ ບັນດາທ່ານເຈົ້າເມືອງ ແລະ ຕາງໜ້າ ໃຫ້ ສອງກຳລັງ ປກຊ-ປກສ ແຂວງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ລາຍງານໂດຍສັງເຂບ ກ່ຽວກັບ ການຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ, ການດໍາເນີນກອງປະຊຸມກາງສະໄໝ ຂອງ 12 ອົງຄະນະພັກ ແລະ ການນຳພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການັດຈັດຕັ້ງ ໄດ້ສໍາເລັດການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນທົ່ວແຂວງ ໄປພ້ອມກັບການສັບຊ້ອນ, ຈັດວາງພະນັກງານທີ່ຢູ່ໃນແຜນກຳນົດ ຂັ້ນເມືອງ-ນະຄອນຄຸ້ມຄອງ; ສຳເລັດການປັບປຸງກົງຈັກການຈັດຕັ້ງ ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ເມືອງ, ປັບປຸງຂະແໜງການ ທີ່ຂຶ້ນກັບພະແນກ 191 ຂະແໜງ ເປັນ 151 ຂະແໜງ ແລະ 4 ໜ່ວຍງານ ສຳເລັດຕາມແຜນ; ຢູ່ຂັ້ນເມືອງ ສຳເລັດການປັບປຸງບັນດາໜ່ວຍງານ ທີ່ຂຶ້ນກັບຫ້ອງການຂອງເມືອງ, ນະຄອນ ພ້ອມນັ້ນ ກໍໄດ້ຈັດວາງ ສັບຊ້ອນບຸກຄະລາກອນເຂົ້າໃສຕຳແໜ່ງງານຕ່າງໆ ຕາມທິດກະທັດຮັດ ສົມເຫດສົມຜົນ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຕີລາຄາສູງ ຕໍ່ຄວາມຮັບຜິດຊອບໜ້າທີ່ການເມືອງ, ການຊີ້ນຳ-ນຳພາຂອງຄະນະພັກ-ອົງການປົກຄອງແຂວງຈຳປາສັກ ໂດຍສະເພາະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ມີຜົນສຳເລັດຫຼາຍດ້ານ ແລະ ເພື່ອຮັບປະກັນໃຫ້ແກ່ທິດທາງແຜນການ ທັງເປັນການກະກຽມນຳພາ-ຊີ້ນຳ ວຽກງານ ໃນຕໍ່ໜ້າ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໃຫ້ແຂວງຈຳປາສັກ ເອົາໃຈໃສ່ ວຽກງານກໍ່ສ້າງພັກ-ພະນັກງານ ໂດຍສະເພາະ ຄະນະພັກທຸກຂັ້ນຕ້ອງເພີ່ມ​ທະວີການ​ນໍາພາ​​​ການ​ເມືອງ-ແນວ​ຄິດ​ ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ສ້າງເງື່ອນໄຂໃຫ້​ຖັນ​ແຖວ​ພະ​ນັກ​ງານ​ນຳ​ພາ​, ພະ​ນັກ​ງານຫຼັກ​ແຫຼ່ງ​ແຕ່​ລະ​ຂັ້ນ ໄດ້​ຮັບ​ການ​ປະ​ກອບ​ຄວາມ​ຮູ້​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ​ ປະ​ທານ ໄກ​ສອນ ​ພົມ​ວິ​ຫານ ແລະ ມູນເຊື້ອອັນດີງານມຂອງພັກ, ຂອງຊາດ, ສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃນແຕ່ລະໄລຍະ ​ເພື່ອ​ສ້າງ​ໃຫ້​ພະ​ນັກ​ງານນໍາ​ພາ​, ຫຼັກແຫຼ່ງ ຂອງ​ພັກ-ລັດ ມີ​ຄວາມ​ເປັນ​ເອ​ກະ​ພາບ​​ສູງ ດ້ານ​ແນວ​ຄິດ ແລະ​ ການ​ກະ​ທຳ. ພ້ອມ​ກັນ​ນັ້ນ ພະນັກງານ​ນໍາພາ, ຫຼັກແຫຼ່ງ ຕ້ອງຍົກ​ສູງຄວາມ​ຮັບ​ຜິດ​ຊອບ​ທາງ​ດ້ານ​ການ​ເມືອງ,​ ຄວາມເປັນ​ແບບຢ່າງ​ນໍາ​ໜ້າ ​ໃນ​ການ​ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາ ທີ່ກ່ຽວຂ້ອງກັບວຽກງານກໍ່ສ້າງພັກ ໃຫ້​ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະໜ່ວຍພັກ ເພື່ອຮັບປະກັນສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ສຳລັບ ການກະກຽມກອງປະຊຸມ 3 ຂັ້ນ ໂດຍລວມແມ່ນຍັງຮັກສາການຈັດຕັ້ງປະຕິບັດ ໂດຍສະເພາະ ດ້ານເນື້ອໃນ ໃຫ້ເອົາໃຈໃສ່ໃນຂັ້ນຮາກຖານ ການພັດທະນາບ້ານ ໃຫ້ໄປຕາມແນວທາງນະໂຍບາຍແທ້ໆ, ພັດທະນາຕາມຈຸດພິເສດ, ທ່າແຮງ ໃນດ້ານເສດຖະກິດ-ສັງຄົມ, ຕ້ອງພັດທະນາໃຫ້ເທົ່າທຽມສະເໝີກັນໃນທຸກພາກສ່ວນ ແລະການກະກຽມ ກອງປະຊຸມຄົບຄະນະພັກແຂວງຈຳປາສັກ ກາງສະໄໝ ໃຫ້ຈັດຕັ້ງປະຕິບັດ ຄໍາສັ່ງຂອງຄະນະເລຂາທິການສູນກາງ ພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ເລກທີ 268/ຄລສພ, ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການ ຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ເລກທີ 25/ຄຈສພ, ເພື່ອຮັບປະກັນການດໍາ ເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຈໍາປາສັກ ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນ.

#medialaos#ສື່ມວນຊົນແຂວງຈຳປາສັກ

ຂ່າວ: ທັດຊະນະ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments