Home ຂ່າວພາຍໃນ ອົງການໄອຍະການປະຊາຊົນສູງສຸດ ສະຫລຸບວຽກກວດກາ ປະຈຳປີ 2022

ອົງການໄອຍະການປະຊາຊົນສູງສຸດ ສະຫລຸບວຽກກວດກາ ປະຈຳປີ 2022

0
285

ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2022 ໃນວັນທີ 16 ມີນາ 2023 ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ຄະນະກວດກາ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ແລະ ຄະນະພະແນກ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ ເພື່ອຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງວຽກງານຈຸດສຸມ ປະຈຳປີ 2023.

ທ່ານ ນາງ ພອນທິບ ສາວະລີ ກຳມະການຄະນະບໍລິຫານງານພັກ, ຮອງປະທານກວດກາພັກ, ຫົວໜ້າກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ຮູ້ວ່າ: ໃນປີ 2022 ກົມກວດກາ ໄດ້ເປັນເຈົ້າການໃນການຕິດຕາມ, ກວດກາການຈັດຕັ້ງພັັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຂຶ້ນກັບອົງຄະນະພັກຂັ້ນຂອງຕົນ ໃນການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XI, ມະຕິ, ຄຳສັ່ງ, ບັນດາຂໍ້ກຳນົດຂັ້ນເທິງວາງອອກ ໃນແຕ່ລະໄຕມາດ ລວມທັງຕິດຕາມສະພາບທີ່ເກີດເຂຶ້ນພາຍໃນໜ່ວຍພັກ, ຊອກໃຫ້ເຫັນດ້ານດີ, ດ້ານຂໍ້ອ່ອນ-ຂໍ້ຄົງຄ້າງ ເພື່ອເສີມຂະຫຍາຍ, ປັບປຸງ ແລະ ແກ້ໄຂບັນດາຫາທີ່ເກີດຂຶ້ນໃຫ້ທັນກັບສະພາບການ ເຮັດໃຫ້ການປະຕິບັດໜ້າທີ່ວຽກງານກ້າວເຂົ້າສູ່ຄຸນນະພາບດີຂຶ້ນ. ສຳ ລັບວຽກງານຕິດຕາມ, ກວດກາການບໍລິຫານລັດ ໄດ້ສຸ່ມໃສ່ຕິດຕາມ ກວດກາປົກກະຕິຕໍ່ຕາມເປົ້າໝາຍ ທີ່ຕິດພັນກັບການຈັດຕັ້ງປະຕິບັດງົບປະມານ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດງົບປະມານຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຮັບປະກັນໄດ້ຄວາມໂປ່ງໄສ ແລະ ສາມາດກວດສອບໄດ້ ເຊິ່ງໄລຍະຜ່ານມາ ໄດ້ສຳເລັດການກວດກາການຈັດຕັ້ງປະຕິບັດງົບປະ ມານ 6 ເດືອນ ຕົ້ນປີ 2022 ແລະ ຜ່ານການຕິດຕາມ, ກວດກາ ເຫັນວ່າ ການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍ ສ່ວນໃຫຍ່ແມ່ນສາມາດຈັດຕັ້ງປະຕິບັດໄດ້ຕາມຕົວເລກ ທີ່ລັດຖະບານ ອະນຸມັດໃຫ້ແຕ່ລະພາກ ແລະ ຖືກຕ້ອງຕາມລະບຽບການ.

ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ຫລ້ອນໜ້າທີ່ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ນຳເອົາເນື້ອໃນຈິດ ໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນ ເຂົ້າໃນວຽກງານຕົວຈິງ ຢ່າງມີຜົນສຳເລັດ, ສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບ, ເພີ່ມທະວີດ້ານຈັນຍາບັນ, ຈັນຍາທຳ, ຮັບປະກັນຄວາມໂປ່ງໄສ ແລະ ຍຸຕິທໍາຖືກຕ້ອງ ແລະ ສອດຄ່ອງຕາມທີ່ກົດໝາຍກໍານົດໄວ້ ແລະ ພ້ອມກັນພັດທະນາວຽກງານໄອຍະການປະຊາຊົນ ຕາມທິດກ້າວໜ້າ ແລະ ທັນສະໄໝ ຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ສົມຫວັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here