Tuesday, September 24, 2024
Homeຂ່າວໜ້າໜຶ່ງຜົນກອງປະຊຸມວິສາມັນ ຂອງລັດຖະບານ

ຜົນກອງປະຊຸມວິສາມັນ ຂອງລັດຖະບານ

ລັດຖະບານ ໄດ້ດຳເນີນກອງປະຊຸມວິສາມັນ ໃນວັນທີ 15-16 ມີນາ 2023 ທີ່ສຳນັກງານນາ ຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງ ນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍແລະ ສະມາຊິກລັດຖະ ບານ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລືຮ່າງກົດໝາຍ ຈຳນວນ 9 ສະບັບ ທີ່ລັດ ຖະບານຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງ ຄື: ຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ (ສະບັບສ້າງໃໝ່): ກອງປະຊຸມ ເຫັນດີດ້ານຫລັກການຮັບຮອງເອົາຮ່າງກົດໝາຍ ດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ ແລະ ຮັດກຸມ ເປັນຕົ້ນ ກ່ຽວກັບຈຸດປະສົງ ໃຫ້ສ່ອງແສງເຖິງການຜັນຂະຫຍາຍແນວທາງນະ ໂຍບາຍຂອງພັກ ແລະ ລັດ, ການອະທິບາຍຄຳສັບ ໃຫ້ຈະແຈ້ງ ແລະ ເຂົ້າໃຈງ່າຍ, ການນຳໃຊ້ຄຳສັບ ໃຫ້ເປັນເອກະ ພາບກັນ, ໃຫ້ເພີ່ມເນື້ອໃນກ່ຽວກັບການປະກັນສຸຂະພາບ, ການເປີດກວ້າງ ໃຫ້ພາກເອກະຊົນ ມີສ່ວນຮ່ວມ ໃນການພັດ ທະນາວຽກງານສາທາລະນະສຸກ, ການຄຸ້ມຄອງ ແລະ ປົກປ້ອງຜູ້ໃຊ້ບໍລິການສາທາລະນະສຸກ ລວມທັງ ການຄຸ້ມຄອງຄ່າບໍ ລິການ, ກຳນົດເນື້ອໃນກ່ຽວກັບພາລະກອນ ເຂົ້າໃນມາດຕາວ່າດ້ວຍບຸກຄະລາກອນ, ສ່ອງແສງໃຫ້ເຫັນນະໂຍບາຍດ້ານ ມະນຸດສະທຳ ຂອງລັດຖະບານ, ການພົວພັນຮ່ວມມືດ້ານສາທາລະນະສຸກ ລວມທັງ ກົນໄກການພົວພັນ, ການຊຸກຍູ້ສົ່ງ ເສີມດ້ານຄຸນສົມບັດສິນທຳປະຕິວັດ ຂອງບຸກຄະລາກອນແພດໝໍ ເຂົ້າໃນວຽກງານສາທາລະນະສຸກ ແລະ ອື່ນໆ.

ສ່ວນຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫລັກການຮັບຮອງ ເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ໂດຍສະເພາະມາດຕາ 83 ກ່ຽວກັບວິທີການແກ້ໄຂທະນາຄານທຸລະກິດ ທີ່ຢູ່ໃນພາວະວິກິດ ແລະ ມາດຕາ 86 ກ່ຽວກັບການລົ້ມລະລາຍ ໃຫ້ມີຄວາມຊັດເຈນ ແລະ ມີເນື້ອໃນສອດຄ່ອງກັບກົດໝາຍກ່ຽວຂ້ອງອື່ນໆ ທີ່ໄດ້ປະກາດໃຊ້ແລ້ວ, ທັງຮັບປະກັນການ ຄຸ້ມຄອງ, ການພັດທະນາທະນາຄານທຸລະກິດ ໃນຕໍ່ໜ້າ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ຮ່າງກົດໝາຍ ວ່າດ້ວຍສັດນໍ້າ ແລະ ການປະມົງ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫລັກການ ຮັບ ຮອງເອົາ ຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ອະທິ ບາຍບາງຄຳສັບເພີ່ມ, ກວດກາຄວາມສອດຄ່ອງກັບກົດໝາຍກ່ຽວຂ້ອງອື່ນໆ ທີ່ໄດ້ປະກາດໃຊ້ແລ້ວ, ໃຫ້ກຳນົດແຈ້ງ ກ່ຽວ ກັບຈຸດປະສົງ ຂອງການລ້ຽງສັດນໍ້າ ຊະນິດຕ່າງໆ, ເນື້ອໃນກ່ຽວກັບການລ້ຽງ ແລະ ການປະມົງ, ສະຖານທີ່ລ້ຽງສັດນໍ້າ, ປະເພດສັດນໍ້າ ທີ່ນຳມາລ້ຽງ, ລວມທັງ ການເພາະພັນແນວພັນສັດນໍ້າ ແລະ ອື່ນໆ; ຮ່າງກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາ ຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກ່ຽວກັບຈຸດປະສົງ ຂອງການລ້ຽງສັດປ່າຊະນິດຕ່າງໆ, ປະເພດສັດປ່າທີ່ ສາມາດອະນຸຍາດໃຫ້ລ້ຽງໄດ້, ການຄຸ້ມຄອງສັດປ່າ ລວມທັງຂໍ້ຫ້າມຕ່າງໆໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງອື່ນໆ ທີ່ໄດ້ປະກາດໃຊ້ແລ້ວ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;ຮ່າງກົດໝາຍ ວ່າດ້ວຍການຈັດພິມຈຳໜ່າຍ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງກົດ ໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ອະທິບາຍຄຳສັບເພີ່ມ ແລະ ຈະແຈ້ງຊັດເຈນຂຶ້ນ, ກຳນົດຈຸດປະສົງໃຫ້ຄົບຖ້ວນ, ກວມລວມວຽກງານທີ່ກ່ຽວຂ້ອງ, ສ່ອງແສງໃຫ້ເຫັນແນວທາງ ນະໂຍບາຍຂອງ ພັກ-ລັດ ບົນພື້ນຖານ ເຮັດໃຫ້ການເຄື່ອນໄຫວວຽກງານ, ການຕິດຕາມກວດກາ ແລະ ການຄຸ້ມຄອງ ວຽກງານດັ່ງກ່າວ ມີຄວາມສະດວກ, ລວມສູນ, ມີປະສິດທິພາບ ແລະ ປະສິດທິຜົນ, ກຳນົດການແບ່ງຂັ້ນຄຸ້ມຄອງ ແລະ ຂັ້ນຕອນ ການອະນຸຍາດຈັດພິມ, ຈຳໜ່າຍ ແລະ ຮັບຮອງດ້ານເນື້ອໃນ ທີ່ຈະຈັດພິມຈຳໜ່າຍ ລວມທັງ ການຈັດພິມຢູ່ຕ່າງ ປະເທດ ໃຫ້ລະອຽດຈະແຈ້ງ, ເພີ່ມເນື້ອໃນຂໍ້ຫ້າມ ໃຫ້ຄົບຖ້ວນ, ຮັດກຸມ, ກວມລວມບັນຫາທີ່ອາດເປັນຊ່ອງ ຫວ່າງ ສວຍໃຊ້ ຂອງຄົນບໍ່ດີ. ສ່ວນການກຳນົດ ສິດ ແລະ ໜ້າທີ່ ຂອງສະມາຄົມຈັດພິມຈຳໜ່າຍ ແມ່ນໃຫ້ກຳນົດໄວ້ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະມາຄົມດັ່ງກ່າວ.

ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່): ກອງປະຊຸມ ເຫັນດີດ້ານຫລັກການ ຮັບ ຮອງເອົາ ຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການອະທິບາຍຄວາມໝາຍ ແລະ ກຳນົດຂອບເຂດການນຳໃຊ້ ຂອງກົດໝາຍສະບັບນີ້ ໃຫ້ລະອຽດ, ຈະແຈ້ງ ແລະ ຊັດ ເຈນ ຂຶ້ນຕື່ມ. ພ້ອມກັນນີ້ ໃຫ້ຄົ້ນຄວ້າປັບປຸງຊື່ຮ່າງກົດໝາຍ ໃຫ້ເຂົ້າໃຈແຈ້ງ ແລະ ສອດຄ່ອງກັບເນື້ອໃນຂອງກົດໝາຍ;ຮ່າງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ): ກອງປະຊຸມ ເຫັນດີ ດ້ານຫລັກການ ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳໃຫ້ປັບປຸງຄືນ ຕາມຄຳເຫັນ ຂອງສະມາຊິກລັດຖະ ບານ ເປັນຕົ້ນ ການກຳນົດ ແລະ ແບ່ງຄວາມຮັບຜິດຊອບ ຂອງບັນດາພາກສ່ວນ ທີ່ມີສ່ວນຮ່ວມໃນວຽກງານເດັກ, ກວດກາ ແລະ ປັບປຸງເນື້ອໃນ ກ່ຽວກັບພັນທະຕໍ່ສາກົນ ໃຫ້ຮັດກຸມ ແລະ ລະອຽດຈະແຈ້ງ, ກຳນົດເພີ່ມ ໜ້າທີ່ຂອງເດັກ, ປັບປຸງເນື້ອໃນ ກ່ຽວກັບການໃຫ້ສິດສຳລັບເດັກທີ່ດ້ອຍໂອກາດ ແລະ ເດັກພິການ ໃຫ້ສອດ ຄ່ອງກັບສະພາບການພັດທະນາ ຂອງປະເທດເຮົາ, ເພີ່ມເນື້ອໃນ ກ່ຽວກັບຄວາມຮັບຜິດຊອບ ຂອງພໍ່-ແມ່ ແລະ ຜູ້ປົກຄອງເດັກ ໃຫ້ຄົບຖ້ວນ; ຮ່າງກົດໝາຍ ວ່າດ້ວຍສານທະຫານ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫລັກ ການ ຮັບຮອງເອົາຮ່າງກົດ ໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ອະທິບາຍຄຳສັບເພີ່ມ, ນຳໃຊ້ຄຳສັບ ເປັນເອກະພາບ, ຈັດລຽງລຳດັບໂຄງຮ່າງກົດໝາຍໃຫ້ສອດຄ່ອງ ກວ່າເກົ່າ, ກຳນົດເນື້ອໃນ ໂຄງປະກອບການຈັດຕັ້ງຂອງສານທະຫານ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍໄອຍະ ການທະຫານ; ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ (ສະບັບສ້າງໃໝ່): ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາ ຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຈຸດປະສົງຂອງກົດໝາຍສະບັບນີ້ ໃຫ້ມີລັກສະນະສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຊອກວຽກ ເຮັດງານທຳ ຂອງແຮງງານລາວ ທັງໃຫ້ກວມເອົາການຄຸ້ມຄອງແຮງງານຕ່າງປະເທດ, ການໄປອອກແຮງງານຢູ່ຕ່າງ ປະເທດ ແມ່ນໃຫ້ຕິດພັນກັບການພັດທະນາສີມືແຮງງານ ທີ່ສອດຄ່ອງກັບໂຄງປະກອບການລົງທຶນ ກໍຄື ໂຄງປະ ກອບເສດຖະກິດຂອງປະເທດເຮົາ, ກໍລະນີໄປອອກແຮງງານຢູ່ຕ່າງປະເທດດ້ວຍຕົນເອງ ແມ່ນໃຫ້ມີການລົງທະບຽນ ຢ່າງລວມສູນ ແລະ ປະຕິບັດພັນທະຢ່າງຖືກຕ້ອງຕາມກົດໝາຍ, ກຳນົດກົນໄກການຄຸ້ມຄອງແຮງງານ ໃນກໍລະນີ ທີ່ໄປຝຶກງານຢູ່ຕ່າງປະເທດ ໃຫ້ຈະແຈ້ງຕື່ມ, ກຳນົດເງື່ອນໄຂ ຂອງແຮງງານ ທີ່ໄປອອກແຮງງານຢູ່ຕ່າງປະເທດ ໃຫ້ ສອດຄ່ອງກັບສົນທິສັນຍາ ແລະ ລະບຽບການທີ່ກ່ຽວຂ້ອງ.

ສຳລັບການປັບປຸງຄືນຮ່າງກົດໝາຍ ທັງ 9 ສະບັບດັ່ງກ່າວ, ກອງປະຊຸມ ມອບໃຫ້ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ສົມທົບກັບຄະນະຮັບຜິດຊອບຮ່າງກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການປັບປຸງ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມ ແລ້ວນຳມາຜ່ານທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດກ່ຽວຂ້ອງ ກ່ອນ ສະເໜີທ່ານນາຍົກລັດຖະມົນຕີ ແລະ ສົ່ງໃຫ້ສະພາແຫ່ງຊາດ ພິຈາລະນາ ໃນຂັ້ນຕໍ່ໄປ.

ໃນໂອກາດກ່າວປິດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ໃຫ້ບັນດາກະຊວງ ເອົາໃຈ ໃສ່ເປັນພິເສດ ຕໍ່ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງ ດັ່ງນີ້: ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີ ຄວາມໝັ້ນທ່ຽງ ໂດຍສະເພາະ ສຸມໃສ່ການແກ້ໄຂໜີ້ສິນໃຫ້ເປັນຮູບປະທຳ ເພີ່ມຂຶ້ນ, ຄຸ້ມຄອງອັດຕາແລກປ່ຽນ ໂດຍມີມາດຕະການ ແລະ ມີການກວດກາຕົວຈິງໃຫ້ຈະແຈ້ງ ແລະ ຊັດເຈນ, ຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການ ສວຍໂອກາດຂຶ້ນລາຄາ ໂດຍໃຫ້ມີມາດຕະການຕົວຈິງ ນັບຕັ້ງແຕ່ໄລຍະນີ້ ຈົນຮອດປີໃໝ່ລາວ; ໃຫ້ບັນດາກະຊວງ ທີ່ມີຫົວຂໍ້ຈະລາຍງານ ຕໍ່ກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ, ກອງປະຊຸມ ລັດຖະບານ ສະໄໝສາມັນ ແລະ ກອງປະຊຸມ ກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ ສຸມໃສ່ກຽມເນື້ອໃນລາຍງານ ໃຫ້ດີ, ຮັດກຸມ ແລະ ມີທາງອອກຊັດເຈນ; ໃຫ້ບັນດາກະຊວງ ກະກຽມສະເຫລີມສະຫລອງ ວັນສ້າງຕັ້ງພັກ ຄົບຮອບ 68 ປີ ໃຫ້ມີເນື້ອໃນ ແລະ ມີຄວາມໝາຍເລິກເຊິ່ງ, ຖືໂອກາດນີ້ ເປັນການເຕົ້າໂຮມຄວາມສາມັກຄີ ແລະ ເພີ່ມທະວີ ການນຳພາຂອງພັກ ໃນການສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງຮອບດ້ານ ໃນການຄຸ້ມຄອງບໍລິຫານລັດ; ໃຫ້ກະ ຊວງໂຍທາທິການ ແລະ ຂົນສົ່ງ ຊຸກຍູ້ບໍລິສັດ ທາງລົດໄຟ ຮີບຮ້ອນອອກແບບ ແລະ ຈັດສັນສະຖານທີ່ ພາຍໃນສະຖານີລົດໄຟຕ່າງໆ ໂດຍໃຫ້ມີຈຸດແຈ້ງ ເຂົ້າ-ອອກ ເມືອງ ສໍາລັບຜູ້ໂດຍສານທາງລົດໄຟ ທີ່ຈະເດີນທາງ ເຂົ້າ-ອອກ ປະເທດ ດ້ວຍລົດໄຟ ລາວ-ຈີນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments