Tuesday, September 24, 2024
Homeຂ່າວພາຍໃນເຈົ້າແຂວງເຊກອງ ພົບປະຢ້ຽມຢາມປະຊາຊົນ 8 ບ້ານ ເຂດ 6 ຕອກອົງແກ້ວເມືອງລະມາມ

ເຈົ້າແຂວງເຊກອງ ພົບປະຢ້ຽມຢາມປະຊາຊົນ 8 ບ້ານ ເຂດ 6 ຕອກອົງແກ້ວເມືອງລະມາມ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 15-16 ມີນາ 2023 ນີ້, ທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ໂອ້ລົມຄະ ນະພັກ, ອົງການປົກຄອງບ້ານ ແລະ ປະຊາຊົນບ້ານຕອກອົງແກ້ວ, ໂພນໃຜ່, ຈະນໍາ, ປາຫືງ, ໄກເງງ, ຕະອູນ, ນາເວີ ແລະ ບ້ານຈະວີກ ທີ່ຂຶ້ນກັບເຂດພັດທະນາທີ 6 ຕອກອົງແກ້ວ ເມືອງລະມາມ ໂດຍມີ ທ່ານ ວົງເດືອນ ຈັນທະບຸດຊຽງ ເຈົ້າເມືອງລະມາມ, ມີຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງການຂັ້ນແຂວງ, ເມືອງ, ອົງການປົກ ຄອງບ້ານ ແລະ ປະຊາຊົນ 8 ບ້ານເຂົ້າຮ່ວມ.

ໃນໂອກາດນີ້, ຕາງໜ້າອົງການປົກຄອງບ້ານ 8 ບ້ານ ໄດ້ຜັດປ່ຽນກັນຂຶ້ນລາຍງານໂດຍຫຍໍ້ກ່ຽວກັບສະພາບ ທີ່ຕັ້ງ, ຈຸດພິເສດ ແລະ ການນໍາພາ-ຊີ້ນໍາພັດທະນາຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານ. ຈາກນັ້ນ ທ່ານເຈົ້າ ແຂວງເຊກອງ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາ ໂດຍເນັ້ນໃຫ້ຄະນະພັກ, ອົງການປົກຄອງບ້ານ ສືບຕໍ່ກໍ່ສ້າງ ແລະ ຂະ ຫຍາຍການຈັດຕັ້ງພັກໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ຕິດພັນກັບການປັບປຸງແບບແຜນການນໍາພາ-ວິທີ ເຮັດວຽກຂອງຕົນໃຫ້ເຂັ້ມແຂງ, ເປັນແບບຢ່າງນໍາໜ້າ ແລະ ນໍາພາປະຊາຊົນຢ່າງແທ້ຈິງ; ສືບຕໍ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ປະຊາຊົນ ແນໃສ່ໃຫ້ປະຊາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງ ການເມືອງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ; ຫັນປ່ຽນແນວຄິດຄອງເດີມ, ແນວຄິດເອື່ອຍອີງ, ເຊື່ອຖືງົມງວາຍ, ຂີ້ຄ້ານມັກງ່າຍໃຫ້ຫລຸດໜ້ອຍຖອຍລົງ; ປຸກລະດົມ ແລະ ຊຸກຍູ້ສົ່ງເສີມລູກ-ຫຼານຂອງຕົນໃຫ້ ໄດ້ເຂົ້າຮຽນໃນລະດັບຕ່າງໆ; ເສີມຂະຫຍາຍມູນເຊື້ອຄວາມດຸໝັ່ນໃນການອອກແຮງງານ, ຫັນປ່ຽນອາຊີບຈາກການ ຖາງປ່າເຮັດໄຮ່ໄປສູ່ການເຮັດນາ, ປູກພືດຜັກ, ຄ້າຂາຍ ແລະ ອາຊີບອື່ນໆ; ຫັນປ່ຽນຮູບແບບການຜະລິດ (ການປູກ-ການລ້ຽງ) ຈາກອັນເກົ່າ ໄປສູ່ການນໍາໃຊ້ເຕັກນິກວິທະຍາສາດແບບໃໝ່ ເພື່ອຍົກສູງສະມັດຕະພາບຜົນຜະລິດໃຫ້ ໄດ້ທັງປະລິມານ ແລະ ຄຸນນະພາບ ຕອບສະໜອງການບໍລິໂພກພາຍໃນບ້ານໃຫ້ພຽງພໍ ແລະ ຂາຍເປັນສິນຄ້າ, ສ້າງລາຍຮັບແກ່ຄອບຄົວ; ປົກປັກຮັກສາປ່າໄມ້, ຮັກສາແຫລ່ງນໍ້າໃຫ້ມີຄວາມຍືນຍົງ; ປະຕິບັດຫລັກການອະນາໄມ 3 ສະອາດຄື: ກິນສະອາດ, ດື່ມສະອາດ ແລະ ຢູ່ສະອາດ; ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງ ລັດ, ປະກອບສ່ວນປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນພາຍໃນບ້ານຂອງຕົນ, ເຮັດໃຫ້ບ້ານຂອງຕົນ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ພ້ອມນີ້, ທ່ານເຈົ້າແຂວງເຊກອງ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດໃນການນໍາພາ-ຊີ້ນໍາຂອງ ຄະນະພັກ-ອົງການປົກຄອງບ້ານ ກໍຄື ພໍ່ແມ່ປະຊາຊົນແຕ່ລະບ້ານ ທີ່ຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງເປັນການ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ເມືອງລະມາມແຂວງເຊກອງ ໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໃນໂອກາດລົງພົບປະຢ້ຽມຢາມປະຊາຊົນຄັ້ງນີ້, ທ່ານເຈົ້າແຂວງກໍ່ໄດ້ມອບປື້ມ, ບິກຂຽນ, ຊຸດກິລາ ແລະ ອຸປະກອນກິລາ ໃຫ້ອົງການປົກຄອງບ້ານ ຕື່ມອີກ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments