Monday, September 23, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດໄທປະຈຳລາວ ຄົນໃໝ່

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດໄທປະຈຳລາວ ຄົນໃໝ່

ໃນວັນທີ 17 ມີນາ 2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈຳລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາດຳລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄປ ປະຈຳລາວ ຄົນໃໝ່.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາງ ມໍລະກົດ ສີສະຫວັດ ທີ່ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ປະຈຳ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົນພັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ໄທ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງຂຶ້ນ ພ້ອມທັງເຊື່ອໝັ້ນວ່າ ທ່ານທູດຈະສືບຕໍ່ຍຸກຍູ້ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ໄທ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ໂອກາດດຽວກັນ, ທ່ານ ນາງ ມໍລະກົດ ສີສະຫວັດ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມກ່າວຢືນຢັນວ່າ ຈະເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງ ໃນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງໄທ-ລາວ, ລາວ-ໄທ ໃຫ້ເກີດດອກອອກຜົນ ເພື່ອສືບຕໍ່ສົ່ງເສີມການທ່ອງທ່ຽວ, ສື່ມວນຊົນ, ການຄ້າ ແລະ ອື່ນໆ.

ຂ່າວ: ກິດຕາ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments