Monday, September 23, 2024
Homeຂ່າວຕ່າງປະເທດກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ-ອາຊຽນ ຄັ້ງທີ 12

ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ-ອາຊຽນ ຄັ້ງທີ 12

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ກອງປະຊຸມຮອງລັດຖະມົນຕີ ກະຊວງປ້ອງກັນປະເທດອາຊຽນ-ຍີ່ປຸ່ນ ຄັ້ງທີ 12 ດ້ວຍຫົວຂໍ້ “ສະພາບການຄວາມໝັ້ນຄົງຢູຸ່ພາກພື້ນ ແລະ ບັນດາຍຸດທະສາດປ້ອງກັນຊາດໃໝ່” ຈັດ​ຂຶ້ນ​ຢູ່​ນະຄອນຫລວງ ​ໂຕ​ກຽວ ​ເມື່ອ​ບໍ່​ດົນ​ມາ​ນີ້ ຈາກ​ນັ້ນ ທ່ານ ພົນໂທ ຮວ່າງ ຊວັນຈຽນ, ຮອງ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ຢັ້ງຢືນວ່າ: ພາກພື້ນນີ້ພວມຜະເຊີນໜ້າກັບສິ່ງທ້າທາຍຄວາມໝັ້ນຄົງຫລາຍຢ່າງ, ນັບທັງແບບເກົ່າ ແລະ ແບບໃໝ່, ໃນນັ້ນສິ່ງທີ່ໜ້າສົນໃຈແມ່ນຄວາມໝັ້ນຄົງໃນການເດີນເຮືອ, ການກໍ່ການຮ້າຍ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດ ​ແລະ ພະຍາດລະບາດ. ອັນໄດ້ວາງອອກຄວາມຮຽກຮ້ອງທີ່ຈຳເປັນຫລາຍຢ່າງໃນການຊຸກຍູ້ການຮ່ວມມືຢ່າງແທດຈິງ ລະຫວ່າງສອງຝ່າຍ. ສຳລັບ ກ່ຽວກັບຄວາມໝັ້ນຄົງທາງທະເລ, ທ່ານ ພົນໂທ ຮວ່າງ ຊວັນຈຽນ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນໃນການເພີ່ມທະວີຄວາມມານະພະຍາຍາມລວມໃນການ ຮັບປະກັນການປະຕິບັດກົດໝາຍສາກົນ ແລະ ຫລັກການຕ່າງໆ ໃນການພົວພັນສາກົນ; ຢຶດໝັ້ນ ແລະ ພ້ອມກັນ ພະຍາຍາມສະກັດກັ້ນ ແລະ ຄວບຄຸມການປະທະກັນເພື່ອຮັກສາສັນຕິພາບ, ສະຖຽນລະພາບລວມຂອງພາກພື້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments