Sunday, September 22, 2024
Homeຂ່າວພາຍໃນຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເຊື່ອມຊຶມເອກະສານສຳຄັນ

ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເຊື່ອມຊຶມເອກະສານສຳຄັນ

ໃນວັນທີ 16 ມີນາ ຜ່ານມາ ທີ່ເມືອງຜົ້ງສາລີ ຄະນະໂຄສະນາອົບຮົມແຂວງຜົ້ງສາລີໄດ້ຈັດໃຫ້ມີກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 6 ຂອງຄະນະບໍລິຫານງານພັກແຂວງ ຊຸດທີ XI, ມະຕິກອງປະຊຸມວຽກງານການເມືອງ – ແນວຄິດ ທົ່ວແຂວງຜົ້ງສາລີ ຄັ້ງທີ II ແລະ ມະຕິກອງປະຊຸມອົງການປົກຄອງແຂວງຜົ້ງສາລີ ຄັ້ງທີ 5 ສະໄໝທີ IX ໃຫ້ພະນັກງານ-ລັດຖະກອນຂົງເຂດເສດຖະກິດແຂວງ ທີ່ຍັງປະຈຳການຢູ່ເທດສະບານເກົ່າຂອງແຂວງທີ່ເມືອງຜົ້ງສາລີ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ວິສອນ ລາວເມົາ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ຂັ້ນແຂວງ, ມີທ່ານ ຄຳຜາສຸກ ແກ້ວນາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານ ກຳມະການພັກແຂວງ ພ້ອມດ້ວຍບັນດາພະແນກການເຂົ້າຮ່ວມ.

ການເຜີຍແຜ່ເຊື່ອມຊຶມມະຕິຄັ້ງນີ້ແມ່ນເພື່ອໃຫ້ພະນັກງານນຳພາ, ພະນັກງານ-ລັດຖະກອນ ໃນຂົງເຂດເສດຖະກິດ, ດ່ານພາສີ, ລັດວິສາຫະກິດສາຂາແຂວງ ໃຫ້ໄດ້ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນ ເນື້ອໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XI, ກອງປະຊຸມວຽກງານການເມືອງແນວຄິດ ທົ່ວແຂວງຜົ້ງສາລີ ຄັ້ງທີ II ແລະ ກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 5

ສະໄໝທີ IX ຢ່າງເລິກເຊິ່ງ. ບົນພື້ນຖານດັ່ງກ່າວ ເພື່ອຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜນ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ພ້ອມທັງຮຽກຮ້ອງໃຫ້ນຳເອົາເນື້ອໃນຈິດໃນຂອງການເຜີຍແຜ່ເອກະສານຄັ້ງນີ້ ນຳໄປຈັດຕັ້ງປະຕິບັດຢູ່ໃນຂົງເຂດວຽກງານຕົນເອງຮັບຜິດຊອບໃຫ້ມີຜົນສຳເລັດ ພ້ອມທັງຍົກສູງຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໂດຍການຫັນເປັນແຜນການ, ໂຄງການອັນລະອຽດ ໃຫ້ຖືກຕ້ອງສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ ແລະ ອະນາຄົດ ແນໃສ່ເຮັດໃຫ້ບັນດາເນື້ອໃນມະຕິຂອງກອງປະຊຸມທີ່ໄດ້ເຜີຍແຜ່ນັ້ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ຖືກຕ້ອງສອດຄ່ອງຕາມແນວທາງທີ່ໄດ້ວາງໄວ້.

(ຂ່າວ-ພາບ: ສົມຄິດ ແກ້ວນວນລາ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments