Saturday, September 21, 2024
Homeທ່ອງທ່ຽວເມືອງເກົ່າສຸວັນນະໂຄມຄໍາ

ເມືອງເກົ່າສຸວັນນະໂຄມຄໍາ

ເມືອງເກົ່າສຸວັນນະໂຄມຄໍາ ກວມເອົາເນື້ອທີ່ປະມານ 10.000 ເຮັກຕາ, ຕັ້ງຢູ່ລະຫວ່າງເຂດບ້ານດອນຫາດ ແລະ ບ້ານຮົ່ມເຢັນຫ່າງຈາກຕົວເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ປະມານ 5 ກິໂລແມັດ.

ສະຖານທີ່ແຫ່ງນີ້ເປັນແ​ຫຼ່ງທ່ອງທ່ຽວອັນເກົ່າແກ່ທີ່ປະຊາຊົນຊາວແຂວງບໍ່ແກ້ວໃຫ້ຄວາມເຄົາລົບສັດທາຫຼາຍ; ອີງຕາມຫຼັກຖານຢັ້ງຢືນທາງປະຫວັດສາດໄດ້ໃຫ້ຮູ້ວ່າ ບັນດາພະພຸດທະຮູບ ແລະ ອົງພະທາດຕ່າງໆທີ່ຢູ່ໃນຂົງເຂດດັ່ງກ່າວ ໄດ້ຖືກສ້າງຂຶ້ນໃນສະຕະວັດທີ 5 ແລະ ໄດ້ຮັບການບູລະນະມາຫຼາຍຄັ້ງ.

ບັນດາຊາກຫັກພັງທັງຫຼາຍທີ່ເຫັນໃນ ປັດຈຸບັນ ຊຶ່ງລວມມີປະມານ 40 ຈຸດ ກະແຈກກະຈາຍໄປທົ່ວບໍລິເວນນີ້ ແມ່ນເກີດຂຶ້ນໃນສະ​ໄໝອານາຈັກລາວລ້ານຊ້າງ ​ໄລຍະສະຕະວັດທີ 14 ຫາ 16. ພິເສດຢູ່ແຫ່ງນີ້ຍັງມີພະພຸດທະຮູບອົງໃຫຍ່ທີ່ສຸດໃນປະເທດລາວ ຊຶ່ງມີຄວາມສູງປະມານ 7 ແມັດ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments