Saturday, September 21, 2024
Homeຂ່າວໜ້າໜຶ່ງທາງລົດໄຟລາວ-ຈີນ ເປີດນຳໃຊ້ຂາຍປີ້ອອນລາຍ LCR Ticket

ທາງລົດໄຟລາວ-ຈີນ ເປີດນຳໃຊ້ຂາຍປີ້ອອນລາຍ LCR Ticket

ຕາມການລາຍງານ ຂອງ ບໍລິສັດ ທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ໃນວັນທີ 15 ມີນານີ້, ທາງລົດໄຟ ລາວ-ຈີນ ເປີດນຳໃຊ້ລະບົບຂາຍປີ້ອອນລາຍ (LCR Ticket) ຢ່າງເປັນທາງການ ຊຶ່ງຈະເປັນການຍົກລະດັບບາດກ້າວໃນການໃຫ້ຂໍ້ມູນຂ່າວສານຂອງການຂົນສົ່ງໂດຍສານທາງລົດໄຟລາວ-ຈີນ, ເຮັດໃຫ້ການເດີນທາງຂອງຜູ້ໂດຍສານໃຫ້ສະດວກສະບາຍ ແລະ ມີປະສິດທິພາບຍິ່ງຂຶ້ນ.

ຜູ້ຮັບຜິດຊອບຂອງ ບໍລິສັດ ທາງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: ນັບແຕ່ເປີດດຳເນີນການທາງລົດໄຟລາວຈີນ ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ບໍລິສັດ ທາງລົດໄຟລາວ-ຈີນ ບໍ່ຢຸດທີ່ຈະພັດທະນາການບໍລິການ, ດຳເນີນການແລ່ນລົດໄຟ EMU “ຂະບວນລ້ານຊ້າງ” ແລະ ລົດໄຟທຳມະດາ ດ້ວຍຄວາມປອດໄພ ແລະ ມີຄຸນນະພາບ ຊຶ່ງມີຈຳນວນຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ກໍໄດ້ທະລຸເຖິງ 10.000 ເທື່ອຄົນ ສະແດງໃຫ້ເຫັນເຖິງປະລິມານ ການຂົນສົ່ງຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ສຳລັບ ຊ່ອງທາງການຊື້ປີ້ຂອງຜູ້ໂດຍສານແມ່ນສາມາດຊື້ຢູ່ປ່ອງບໍລິການຂາຍປີ້ທີ່ສະຖານີ ແລະ ຈຸດຂາຍປີ້ລົດໄຟໃນເມືອງ. ສະນັ້ນ, ເພື່ອຍົກລະດັບປະສົບການການຊື້ປີ້ຂອງຜູ້ໂດຍສານຕື່ມອີກ ບໍລິສັດທາງລົດໄຟລາວ-ຈີນ ໄດ້ມອບໃຫ້ບໍລິສັດ CARS ທີ່ຂຶ້ນກັບກຸ່ມລັດວິສາຫະກິດລົດໄຟ ແຫ່ງຊາດຈີນ (China Railway) ພັດທະນາລະບົບ APP ຊື້ປີ້ອອນລາຍໃຫ້ແກ່ທາງລົດໄຟລາວ-ຈີນ. ຜ່ານການພັດທະນາລະບົບ, ທົດສອບການປະຕິບັດການ, ປະເມີນຄວາມປອດໄພ, ຝຶກອົບຮົມພະນັກງານ, ເຫັນວ່າ ລະບົບໄດ້ບັນລຸເງື່ອນໄຂພ້ອມທີ່ຈະໃຊ້ງານໄດ້ແລ້ວ.

ລາຍງານຍັງໄດ້ໃຫ້ຮູ້ວ່າ: ລະບົບ APP ຊື້ປີ້ອອນລາຍທາງລົດໄຟ ແມ່ນອີງໃສ່ເຕັກໂນໂລຊີທີ່ກ້າວໜ້າ ແລະ ຂັ້ນສູງຂອງລະບົບລົດໄຟຈີນ, ໃນການອອກແບບປະສົມປະສານກັບລັກສະນະວັດທະນະທຳ, ກົດໝາຍ ແລະ ລະບຽບການຂອງລາວ, ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ໃຊ້ ແລະ ຮອງຮັບ ໄດ້ສາມພາສາຄື: ລາວ, ຈີນ ແລະ ອັງກິດ, ເປັນ APP ທີ່ສາມາດໃຫ້ຜູ້ໃຊ້ລົງທະບຽນຊື່ແທ້, ກວດເບິ່ງປີ້ທີ່ຍັງເຫຼືອ, ຄົ້ນຫາຖ້ຽວລົດ, ຈ່າຍເງິນອອນລາຍ, ເຮັດທຸລະກຳປ່ຽນແປງຂໍ້ມູນໜ້າປີ້, ຂໍ້ມູນຂ່າວສານ ແລະ ອື່ນໆ. ສຳລັບຜູ້ໂດຍສານທຸກທ່ານທີ່ເປັນຄົນລາວ ນໍາໃຊ້ບັດປະຈໍາຕົວ ຫຼື ຖ້າເປັນຜູ້ໂດຍສານຕ່າງປະເທດໃຫ້ນຳໃຊ້ໜັງສືຜ່ານແດນທີ່ຍັງມີຜົນບັງຄັບໃຊ້ ເພື່ອລົງທະບຽນໃຫ້ນຳໃຊ້ຊື່ແທ້, ຫຼັງຈາກລົງທະບຽນຂໍ້ມູນແທ້ໃນລະບົບແລ້ວ, ທ່ານສາມາດກວດເບິ່ງຂໍ້ມູນປີ້ທີ່ຍັງເຫຼືອ ຂອງທາງລົດໄຟລາວ-ຈີນ ໄດ້ຕະຫຼອດເວລາ ແລະ ຊື້ປີ້ຜ່ານທາງລະບົບໄດ້ ໂດຍຮອງຮັບການຊຳລະຜ່ານ VISA, UnionPay, WeChat, Alipay ແລະ ວິທີການຊໍາລະອື່ນໆ ທັງພາຍໃນ ແລະ ຕ່າງປະເທດ. ເມື່ອເວລາຈະຂຶ້ນລົດໄຟ, ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ ຫຼື ໜັງສືຜ່ານແດນທີ່ໃຊ້ໃນເວລາຊື້ປີ້ ເພື່ອແຈ້ງເຂົ້າສະຖານີໂດຍການສະແກນລະຫັດ QR ທີ່ສ້າງຂຶ້ນໂດຍລະບົບຂາຍປີ້ ຫຼື ໄປທີ່ ປ່ອງບໍລິການຂາຍປີ້ຂອງສະຖານີ ເພື່ອແລກປ່ຽນເອົາປີ້ທີ່ເປັນແບບເຈ້ຍແລ້ວກວດປີ້ເຂົ້າສະຖານີ.

ພາຍຫຼັງທີ່ APP ຂາຍປີ້ອອນລາຍຂອງ ທາງລົດໄຟລາວ-ຈີນ ໄດ້ຖືກນຳໃຊ້ແລ້ວ, ຜູ້ໂດຍສານສາມາດຊື້ປີ້ ຜ່ານທາງອອນລາຍ ໄດ້ໂດຍບໍ່ຕ້ອງອອກຈາກບ້ານ ກໍສາມາດດຳເນີນທຸລະກຳການຊື້ປີ້, ປ່ຽນແປງຂໍ້ມູນໜ້າປີ້ ແລະ ຈັດວາງແຜນການເດີນທາງໄດ້ຢ່າງສະດວກສະບາຍ. APP ຂາຍປີ້ລົດໄຟອອນລາຍນີ້, ແມ່ນການຍົກລະດັບຄຸນນະພາບການບໍລິການຂົນສົ່ງຜູ້ໂດຍສານທາງລົດໄຟລາວ-ຈີນ, ປັບປຸງປະສົບການການເດີນທາງຂອງຜູ້ໂດຍສານ, ຊຸກຍູ້ການພັດທະນາເສດຖະກິດການທ່ອງທ່ຽວຕາມເສັ້ນທາງລົດໄຟ. ໃນຕໍ່ໜ້າ, ບໍລິສັດລົດໄຟລາວ-ຈີນ ຍັງຈະສືບຕໍ່ເປີດກວ້າງຮັບຟັງຄຳແນະນຳຂອງປະຊາຊົນ ເພື່ອນຳມາປັບປຸງ ແລະ ພັດທະນາ APP ຕາມການສະເໜີຂອງຜູ້ໂດຍສານສ່ວນໃຫຍ່, ອັດເດດລະບົບຕ່າງໆ ໃຫ້ມີຄຸນນະພາບສູງ ແລະ ອຳນວຍຄວາມສະດວກໃນການນຳໃຊ້ຫຼາຍຂຶ້ນ.

ປັດຈຸບັນ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດສາມາດດາວໂຫຼດ APP ໄດ້ແລ້ວໃນລະບົບປະຕິບັດການ Apple Store ຫຼື Android. ກ່ຽວກັບລາຍລະອຽດການນຳໃຊ້ LCR Ticket APP, ຜູ້ໂດຍສານສາມາດສອບຖາມກັບພະນັກງານທາງລົດໄຟ ແຕ່ລະສະຖານີ ຫຼື ເບິ່ງຂັ້ນຕອນການໂຫຼດ, ຕິດຕັ້ງ ແລະ ຂັ້ນຕອນການນຳໃຊ້ຕ່າງໆ ໄດ້ທີ່ Facebook page: Laos-China Railway Company Limited ຂອງບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ.

(ຂ່າວ: ວັນເພັງ) ຂໍ້ມູນ: ບໍລິສັດທາງລົດໄຟລາວ-ຈີນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments