Home ຂ່າວການເມືອງ ພັກເຮົາ ນໍາເອົາຄວາມສົມບູນພູນສຸກ ຄວາມສາມັກຄີປອງດອງມາສູ່ປະຊາຊົນລາວບັນດາເຜົ່າ

ພັກເຮົາ ນໍາເອົາຄວາມສົມບູນພູນສຸກ ຄວາມສາມັກຄີປອງດອງມາສູ່ປະຊາຊົນລາວບັນດາເຜົ່າ

0
256

ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ ​ປະ​ຕິ​ວັດ​ລາວ ຄົບ​ຮອບ 68 ປີ (22/3/1955-22/3/2023) ສະຫາຍ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ ເລຂາພັກມືອງ ເຈົ້າເມືອງທຸລະຄົມ ແຂວງວຽງຈັນ ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ຕໍ່​ວັນ​ດັ່ງ​ກ່າວ ໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າ ຮູ້ສຶກເປັນກຽດ ພາກພູມໃຈ, ປື້ມປິຕິຍິນດີ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາຂອງເມືອງ ແລະ ທັງໃນນາມສ່ວນຕົວສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ. ຄືດັ່ງພວກເຮົາຮັບຮູ້ດີແລ້ວວ່າພັກປະຊາຊົນ ປະຕິວັດລາວ ກໍຄືພັກປະຊາຊົນລາວ ໃນຄາວກ່ອນເປັນພັກທີ່ສືບທອດມູນເຊື້ອອັນດີງາມ ແລະ ສະຫງ່າລາສີຂອງພັກກອມມູນິດອິນດູ ຈີນ, ພັກແຄ້ວນລາວ, ແນວລາວອິດສະຫຼະເມື່ອກ່ອນ, ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ຈັດຕັ້ງນໍາພາໂດຍກົງ ພ້ອມດ້ວຍການນໍາຮຸ່ນບຸກເບີກຂອງພັກ-ຂອງການປະຕິວັດໃນເວລານັ້ນ ເພື່ອຕອບສະໜອງຕາມຄວາມມຸ່ງມາດປາຖະໜາ ແລະ ຮຽກຮ້ອງຕ້ອງການຂອງການປະຕິວັດ, ໄດ້ຮັບການສະໜັບສະໜູນຂອງມະຫາຊົນ, ປະຊາຊົນຜູ້ມີນໍ້າໃຈຮັກຊາດ, ບໍ່ຍອມຈໍານົນ ແລະ ຄຽດແຄ້ນຕໍ່ສັດຕູເພື່ອນໍາພາຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຕໍ່ມາ. ແກນນໍາຂອງພັກເຊີດຊູຄວາມເປັນແບບຢ່າງນໍາໜ້າທຸກດ້ານ, ຖືເອົາການຮ່ວມຊີວິດ, ສໍາຫຼວດກວດກາ ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ກໍານົດແນວທາງການເມືອງ, ການທະຫານ, ຄວາມໝັ້ນຄົງ, ນໍາພາບໍລິຫານວຽກງານນັບແຕ່ລະດັບມະຫາພາກ-ຈຸລະພາກ, ວາງກົນໄກວິທີການຕ່າງໆ ເພື່ອວັດຖຸປະສົງ ປົດແອກຈາກການຄອບຄອງຂອງພວກສັດຕູ, ຟື້ນຟູປະເທດຊາດ, ເດີນຕາມເສັ້ນທາງອຸດົມການສັງຄົມນິຍົມຂອງສັງຄົມແບບເທົ່າທຽມ, ສ້າງປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ນໍາເອົາຄວາມຢູ່ດີກິນດີ, ຄວາມສົມບູນພູນສຸກ, ສາມັກຄີປອງດອງ, ສີວິໄລ ແລະ ຍຸຕິທໍາ ມາສູ່ປະຊາຊົນລາວບັນດາເຜົ່າ.

ຜົນງານສໍາຄັນຕົ້ນຕໍຂອງພັກນັບແຕ່ໄດ້ປະກາດສ້າງຕັ້ງເປັນຕົ້ນມາ ສາມາດນໍາພາຕໍ່ສູ້ປົດປ່ອຍປະເທດ, ປະກາດລຶບລ້າງລະບອບສັກດີນາທີ່ຫຼ້າຫຼັງພົ້ນສະໄໝ ແລະ ສະຖາປານາເປັນ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໃນວັນທີ 2 ທັນວາ 1975, ຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ລຶບລ້າງນະໂຍບາຍບໍລິຫານເກື້ອກູນ, ປະກາດຮັບຮອງເອົານະໂຍບາຍປ່ຽນແປງໃໝ່ຢ່າງມີຫຼັກການໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ປີ 1986, ຮັບຮູ້ເສດຖະກິດຫຼາຍພາກສ່ວນໂດຍມີການໄລ່ລຽງ ແລະ ດັດສົມຂອງລັດ, ຕີຖອຍທຸກຖ້ອຍທໍານອງໂຄສະນາບິດເບືອນຂອງຝ່າຍອິດທິກໍາລັງປໍລະປັກ, ກຸ່ມຄົນບໍ່ດີໃນທຸກຮູບແບບ.ໂດຍລວມ ແລະ ຄວາມເປັນຈິງແລ້ວ ປະຫວັດການກໍາເນີດ, ຄວາມເປັນມາ ແລະ ຜົນງານຂອງພັກປະຊາຊົນ ປະຕິວັດລາວ ໃນທຸກໆປີ ຄະນະພັກທຸກຂັ້ນ ລ້ວນແຕ່ໄດ້ຈັດຕັ້ງພິທີປາຖະກະຖາເລົ່າຄືນມູນເຊື້ອຢ່າງລະອຽດແລ້ວ, ເວົ້າສະເພາະຢູ່ເມືອງທຸລະຄົມ ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະປະຈໍາພັກເມືອງ, ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ ແລະ ອົງການປົກຄອງເມືອງ ໄດ້ມີການຫ້າງຫາກະກຽມສ້າງຂະບວນການ ແລະ ສ້າງຜົນງານຮອບດ້ານເພື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນທີ່ມີຄວາມສໍາຄັນດັ່ງກ່າວ ໃຫ້ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ​ທີ XI ຂອງ​ພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກແຂວງວຽງຈັນ,​ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ ຄຽງຄູ່ກັບການປະຕິບັດວາະແຫ່ງຊາດ, ສ້າງຂະບວການດ້ານຕ່າງໆຍູ້ແຮງ ແລະ ຕີຈັງຫວະໃນທຸກຂົງເຂດວຽກງານຂອງເມືອງດໍາເນີນໄປຕາມແຜນການທີ່ກໍານົດໄວ້, ເປັນຕົ້ນການປະຕິບັດ 2 ວາລະແຫ່ງຊາດ, ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ການສ້າງພັກ-ພະນັກງານ ໄປພ້ອມກັບການຫັນລົງ​ກໍ່​ສ້າງຮາກຖານການ ເມືອງ, ວຽກງານສາມສ້າງ ແລະ ອື່ນໆ ສ້າງໃຫ້ເມືອງທຸລະຄົມເປັນ​ອູ່ເຂົ້າອູ່ປາ, ແຫຼ່ງຜະລິດກະສິກໍາ, ອຸດສາຫະກໍາປຸງແຕ່ງ, ບໍລິການຄ້າຂາຍ, ເປັນເມືອງເຂັ້ມແຂງທຸກດ້ານ, ເປັນຫຼັງບ້ານຂອງນະຄອນຫຼວງ ຜະລິດ, ສະໜອງສະບຽງອາຫານຈໍາໜ່າຍເປັນສິນຄ້າ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.

ໃນໂອກາດນີ້, ຂ້າພະເຈົ້າຂໍອຍພອນໄຊແດ່ການນໍາພັກ-ລັດໃນແຕ່ລະຂັ້ນ, ພະນັກງານທຸກສາຂາອາຊີບ, ປະຊາຊົນຊັ້ນຄົນຕ່າງໆ ຈົ່ງມີ​​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີພະ​ລາ​ນາ​ໄມ​ສົມ​ບູນ, ມີໂຊກມີໄຊ, ຄິດ ແລະ ປາຖະໜາ ກໍຂໍໃຫ້ສົມດັ່ງໃຈປາຖະໜາ, ເຮັດສໍາເລັດໜ້າທີ່ວຽກງານ, ມີຄວາມສຸກໃນຊີວິດສ່ວນຕົວ,​ ຄອບຄົວ, ຮັ່ງມີເຂັ້ມແຂງ ເຂົ້າຮ່ວມວຽກງານຕາມການນໍາພາຂອງພັກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here