Sunday, September 22, 2024
Homeຂ່າວຕ່າງປະເທດອີຣານ ສົ່ງອອກນ້ຳມັນເປັນສະຖິຕິສູງທີ່ສຸດ

ອີຣານ ສົ່ງອອກນ້ຳມັນເປັນສະຖິຕິສູງທີ່ສຸດ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 14 ມີນາ ຜ່ານມາ, ກະຊວງນໍ້າມັນຂອງອີຣານໄດ້ເປີດເຜີຍບົດລາຍງານປະລິມານການສົ່ງອອກນ້ຳມັນດິບຂອງປະເທດວ່າ: ເປັນສະຖິຕິສູງທີ່ສຸດນັບຕັ້ງແຕ່ປີ 2018 ເປັນຕົ້ນມາ. ປະລິມານການສົ່ງອອກນ້ຳມັນດິບຂອງອີຣານເພີ່ມຂຶ້ນ 83 ລ້ານບາເຣນ ຈາກໄລຍະຕົ້ນປີລະຫວ່າງວັນທີ 21 ມີນາ 2022 ເຖິງ 19 ກຸມພາ 2023 ເມື່ອທຽບກັບໄລຍະເວລາດຽວກັນ ໃນລະຫວ່າງປີ 2021-2022 ແລະ ເພີ່ມຂຶ້ນ 190 ລ້ານບາເຣນ ເມື່ອທຽບກັບໄລຍະເວລາດຽວກັນໃນລະຫວ່າງປີ 2020-2021. ຂະນະທີ່ການສົ່ງອອກແກັສຂອງອີຣານ ປັດຈຸບັນ ເພີ່ມຂຶ້ນ 15% ເມື່ອທຽບແບບລາຍປີ ແລະ ອີຣານມີລາຍໄດ້ຈາກການສົ່ງອອກແກັສປິໂຕຣລຽມແຫຼວ 6.500 ລ້ານໂດລາ ນັບຕັ້ງແຕ່ເດືອນມີນາ 2022 ຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments