Sunday, September 22, 2024
Homeຂ່າວຕ່າງປະເທດຊ່ຽວຊານທົ່ວໂລກ ຮຽກຮ້ອງໃຫ້ແບ່ງປັນວັກຊິນສະເໝີພາບ

ຊ່ຽວຊານທົ່ວໂລກ ຮຽກຮ້ອງໃຫ້ແບ່ງປັນວັກຊິນສະເໝີພາບ

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດຜ່ານມາ, ຊ່ຽວຊານ, ນັກວິຊາການ ແລະ ບຸກຄົນອື່ນໆປະມານ 200 ທ່ານໄດ້ຮ່ວມກັນເຜີຍແຜ່ຈົດໝາຍ ໂດຍຮຽກຮ້ອງໃຫ້ແຕ່ລະປະເທດເພີ່ມທະວີການຮ່ວມມື ແລະ ແບ່ງປັນວັກຊິນສະເໝີພາບ. ຈົດໝາຍນີ້ໄດ້ຮັບການລົງນາມຮ່ວມກັນໂດຍບຸກຄົນການເມືອງ, ຜູ້ຊ່ຽວຊານ, ນັກວິຊາການປະມານ 200 ທ່ານທົ່ວໂລກ, ໃນນັ້ນລວມທັງ ທ່ານ ໂຈເຊຟ ອຸເກເນ ສະຕິກລຶດສ ຜູ້ທີ່ໄດ້ຮັບລາງວັນໂນເບວສາຂາເສດຖະສາດ, ທ່ານ ບັນກີມູນ ອະດີດເລຂາທິການໃຫຍ່ອົງການສະຫະປະຊາຊາດ, ທ່ານ ໂຈເຊ ອັງເກວ ກວາເຣຍ ເຕຣວິໂນ ອະດີດເລຂາທິການໃຫຍ່ອົງການຮ່ວມມືເສດຖະກິດ ແລະ ການພັດທະນາ (OECD) ແລະ ທ່ານອື່ນໆ ຊຶ່ງຈົດໝາຍນີ້ໄດ້ກ່າວເຕືອນຜູ້ນຳຂອງແຕ່ລະປະເທດໃຫ້ຄຳໝັ້ນສັນຍາ, ເດັດດ່ຽວບໍ່ໃຫ້ຊີວິດຄົນຂອງປະເທດຮັ່ງມີ ມີບຸລິມະສິດເໜືອກວ່າຊີວິດຄົນຂອງປະເທດທຸກຍາກ. ຄວນຖືການປະດິດສ້າງໃໝ່ດ້ານການແພດທີ່ໄດ້ຮັບທຶນຈາກສາທາລະນະເປັນຜະລິດຕະພັນສາທາລະນະທົ່ວໂລກ ແລະ ຖືກນຳໃຊ້ເຂົ້າໃນການເຮັດໃຫ້ປະຊາຊົນມີສຸຂະພາບເຂັ້ມແຂງ, ຫາກບໍ່ແມ່ນໄດ້ກຳໄລ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments