Home ຂ່າວການເມືອງ ປະທານສະພາແຫ່ງຊາດ ຢ້ຽມຢາມກຸ່ມບໍລິສັດ ເຊີນເຢີ ຢາສູບ ຈຳກັດ ແລະ ການປູກພືດລະດູແລ້ງຢູ່ເຂດບ້ານຊຽງຟ້າ

ປະທານສະພາແຫ່ງຊາດ ຢ້ຽມຢາມກຸ່ມບໍລິສັດ ເຊີນເຢີ ຢາສູບ ຈຳກັດ ແລະ ການປູກພືດລະດູແລ້ງຢູ່ເຂດບ້ານຊຽງຟ້າ

0
297

ໃນວັນທີ 14 ມີນາ ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຮງງານຢາສູບ ແລະ ການປູກພືດລະດູແລ້ງຢູ່ເຂດບ້ານຊຽງຟ້າ ເມືອງບຸນເໜືອ ແຂວງຜົ້ງສາລີ ໂດຍມີທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍການນຳຂອງແຂວງ ແລະ ການນຳເມືອງບຸນເໜືອ ເຂົ້າຮ່ວມຕິດຕາມ.

ໃນການຢ້ຽມຢາມຄັ້ງນີ້ ທ່ານປະທານສະພາແຫ່ງຊາດ ພ້ອມຄະນະໄດ້ໄປຢ້ຽມຢາມກຸ່ມບໍລິສັດເຊີນເຢີ ຢາສູບ ຈຳກັດ ຈາກນັ້ນທ່ານ ປະທານສະພາແຫ່ງຊາດພ້ອມດ້ວຍຄະນະກໍໄດ້ສືບຕໍ່ໄປຢ້ຽມຊົມພື້ນຖານການຜະລິດຂອງພໍ່ແມ່ປະຊາຊົນບ້ານຊຽງຟ້າ ຊຶ່ງບ້ານດັ່ງກ່າວເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມພຽງໄຊ, ເມືອງບຸນເໜືອ ແຂວງຜົ້ງສາລີ ບ້ານມີເນື້ອທີ່ທັງໝົດ 3,6 ເຮັດຕາ, ມີ 82 ຫຼັງຄາເຮືອນ, 134 ຄອບຄົວ ມີພົນລະເມືອງ 437 ຄົນ ຍິງ 236 ຄົນ, ປະຊາຊົນພາຍໃນບ້ານຊຽງຟ້າມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ ຊຶ່ງມີອາຊີບຕົ້ນຕໍເຮັດນາປູກເຂົ້າ ແລະ ອາຊີບເສີມ ປູກພືດລະດູແລ້ງ ກັບ ລ້ຽງປາ, ມີແຮງງານຜະລິດທັງໝົດ 398 ຄົນ ຍິງ 195 ຄົນ, ປະຊາຊົນໄດ້ເຮັດການຜະລິດປູກຝັງ-ລ້ຽງສັດ ສາມາດສ້າງລາຍໄດ້ໃຫ້ແກ່ຄອບຄົວນັບມື້ດີຂຶ້ນ.

(ຂ່າວ-ພາບ: ແສງຄຳ ສາລີວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here