Sunday, September 22, 2024
Homeທ່ອງທ່ຽວແຂວງບໍ່ແກ້ວ ດິນແດນແຫ່ງແກ້ວແຫວນເງິນຄໍາ

ແຂວງບໍ່ແກ້ວ ດິນແດນແຫ່ງແກ້ວແຫວນເງິນຄໍາ

“ບໍ່ແກ້ວມະນີລ້ຳຄ່າ ຊົມປ່າດອກງິ້ວບານ ເທດສະບານບັນດາເຜົ່າຖິ່ນເມືອງເກົ່າສຸວັນນະໂຄມຄໍາ ຊົມຖ້ຳນ້ຳຍູ້ ອູ້ສາວລາວຢວນ ຊວນຊົມວັດຈອມເຂົາມະນີຣັດ ໄຫວ້ພະທາດສຸວັນນະຜ້າຄຳ” ເປັນຄໍາຂວັນຂອງ ແຂວງບໍ່ແກ້ວ ຊຶ່ງໝາຍເຖິງດິນແດນແຫ່ງແກ້ວແຫວນເງິນຄໍາ. ຍ້ອນໄດ້ມີການຂຸດຄົ້ນ ແລະ ພົບເຫັນແຮ່ ໄພລິນສີສັນສວຍງາມຢູ່ບໍລິເວນແຄມຝັ່ງແມ່ນ້ຳຂອງໃນດິນແດນແຫ່ງນີ້ ຈຶ່ງເຮັດໃຫ້ແຂວງນີ້ຖືກເອີ້ນວ່າ ແຂວງບໍ່ແກ້ວ ແລະ ກາຍເປັນແຂວງທີ່ມີຊື່ສຽງທາງດ້ານເຄື່ອງປະດັບອັນຍະມະນີອັນລໍ້າຄ່າ ແລະ ສວຍສົດງົດງາມ. ແຂວງນີ້ເຄີຍເປັນສ່ວນໜຶ່ງຂອງແຂວງຫົວຂອງໃນເມື່ອກ່ອນ, ມີເນື້ອທີ່ທັງໝົດ 6.000 ກວ່າກິໂລຕາແມັດ ຊຶ່ງຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດເຮົາ, ທິດເໜືອຕິດກັບແຂວງຫຼວງນໍ້າທາ, ທິດຕາເວັນອອກຕິດກັບແຂວງອຸດົມໄຊ, ທິດໃຕ້ຕິດກັບຣາຊະອານາຈັກໄທ ແລະ ທິດຕາເວັນຕົກຕິດກັບ ສະຫະພາບມຽນມາ. ແຂວງບໍ່ແກ້ວ ປະກອບດ້ວຍ 5 ເມືອງຄື: ເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງ, ເມືອງປາກທາ, ເມືອງເມິງ ແລະ ເມືອງຜາອຸດົມ, ມີປະຊາກອນທັງໝົດ ປະມານ 180.000 ຄົນ ແລະ ປະກອບດ້ວຍຫຼາຍຊົນເຜົ່າ. ແຂວງບໍ່ແກ້ວເປັນແຂວງທີ່ຂຶ້ນຊື່ທາງດ້ານອາຫານທ້ອງຖິ່ນ ໂດຍສະເພາະແມ່ນ ເຂົ້າຊອຍ (ບ້ານນໍ້າເກິ່ງ) ແລະ ເຂົ້າປຸ້ນຫົວໂລ້ງ (ບ້ານພິບຸນທອງ). ນອກນັ້ນ, ແຂວງບໍ່ແກ້ວຍັງເປັນທີ່ຕັ້ງ ຂອງເຂດ 3 ຫຼ່ຽມຄໍາ ຊຶ່ງເປັນຈຸດທີ່ເສັ້ນຊາຍແດນຂອງ 3 ປະເທດມາບັນຈົບກັນ ໂດຍມີແມ່ນ້ຳ ຂອງຂັ້ນ ລະຫວ່າງ ສປປ ລາວ ກັບ ຣາຊະອານາຈັກໄທ ແລະ ສະຫະພາບມຽນມາ. ດັ່ງນັ້ນ ຈຶ່ງເປັນທ່າແຮງບົ່ມຊ້ອນໃຫ້ແກ່ການພັດທະນາການທ່ອງທ່ຽວ ແລະ ເສດຖະກິດຂອງແຂວງ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments